“ຕົ້ນລານ” ຫຼື ຊື່ວິທະຍາສາດເອີ້ນວ່າ “Talipot palm (𝘾𝙤𝙧𝙮𝙥𝙝𝙖 𝙪𝙢𝙗𝙧𝙖𝙘𝙪𝙡𝙞𝙛𝙚𝙧𝙖 L / Arecaceae)” ຈັດຢູ່ໃນຕະກຸນດຽວກັນກັບ ຕົ້ນຕານ ແລະ ຕົ້ນຄໍ້ ທີ່ປະຊາຊົນພາກເໜືອນຳໝາກມາບ່າຍເຂົ້າກິນເປັນອາຫານ. ຕົ້ນລານ ຈະມີຄວາມແຕກຕ່າງຢູ່ທີ່ວ່າ ເປັນຕົ້ນປາມຊະນິດໜື່ງ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ, ລໍາຕົ້ນຈະມີຮ່ອງຮອຍຂອງໃບ ແຕ່ດິນຮອດຍອດ ເຮັດໃຫ້ລໍາຕົ້ນບໍ່ລຽບ ແຕ່ມັນຍັງຊ່ວຍໃຫ້ທົນແດດ, ທົນຝົນໄດ້ດີ.
ໃບຂອງຕົ້ນລານ ທັງໃຫຍ່ ແລະ ຍາວ, ກ້ານຍາວ 3-4 ແມັດ, ແຜ່ນໃບກວ້າງ 4-5 ແມັດ. ໃນສະໄໝກ່ອນສ່ວນທີ່ຖຶກນໍາໃຊ້ຫຼາຍກວ່າໝູ່ແມ່ນແຜ່ນໃບຊື່ງເປັນແຜ່ນແຂງ, ມີຄວາມທົນທານສູງ ບາງຄົນໃຊ້ໃບລານມຸງເຮືອນ, ເຮັດກຸບກັນແດດ ກັນຝົນ. ແຕ່ອັນທີສໍາຄັນທີ່ສຸດແມ່ນໃນສະໄໝກ່ອນເພິ່ນໃຊ້ໃບລານແທນເຈ້ຍເພື່ອບັນທຶກຂໍ້ຄວາມທາງປະຫວັດສາດ, ວັນນະຄະດີ, ຕໍານານເມືອງ, ໂຫລາສາດ, ໜັງສືທໍາມະ ແລະ ອື່ນໆ.
ຕະຫຼອດຊີວິດຂອງຕົ້ນລານ ຈະອອກດອກເທື່ອດຽວ, ຊໍ່ດອກມີຂະໜາດໃຫຍ່ກວ່າໝູ່ ມີດອກຍ່ອຍຈໍານວນຫຼາຍ, ເມືອດອກຂະຫຍາຍເຕັມສ່ວນຈະກວມເອົາປະມານ 1/3 ຂອງລວງສູງຂອງຕົ້ນ. ເມື່ອຕິດໝາກແລ້ວຈະໃຊ້ເວລາໜື່ງປີຈື່ງສຸກແລະ ຈາກນັ້ນຕົ້ນລານກໍ່ຈະຕາຍ.
ທີ່ມາ: Phakhaolao