Monday, March 24, 2025

ເປີດແອ ນອນຫຼັບໃນລົດ “ສ່ຽງເສຍຊີວິດ”

ຖ້າໃຜຮູ້ໂຕວ່າ ໂຕເອງຕ້ອງຂັບລົດໄກໆ ສິ່ງທຳອິດທີ່ຄວນຄຳນຶງ ກໍຄື ການພັກຜ່ອນໃຫ້ພຽງພໍ ເພື່ອໃຫ້ໄດ້ມີສະຕິທີ່ດີ, ບໍ່ຫຼັບໃນ. ຖ້າພັກຜ່ອນມາບໍ່ພຽງພໍ ຮ່າງກາຍຈະອ່ອນເພຍ ຮູ້ສຶກເຫງົານອນຈົນຕ້ອງຢຸດນອນພັກຜ່ອນແຄມທາງ ຊຶ່ງມັນເປັນສິ່ງທີ່ອັນຕະລາຍທີ່ສຸດຂອງການນອນໃນລົດ, ແຕ່ດ້ວຍຄວາມຮັກສະບາຍ ຄົນສ່ວນຫຼາຍຈຶ່ງເລືອກທີ່ຈະເປີດແອລົດປະໄວ້ຂະນະນອນຫຼັບນັ້ນ ຖືເປັນສິ່ງອັນຕະລາຍຕໍ່ຊີວິດ.

ຫວ່າງບໍ່ດົນມານີ້ ຜູ້ຊ່ຽວຊານດ້ານສຸຂະພາບ ຈາກ ກະຊວງສາທາລະນະສຸກ ຈາກປະເທດໄທ ເຜີຍວ່າ: ປະເທດໄທພົບບັນຫາປະຊາຊົນເສຍຊີວິດ ໃນຂະນະທີ່ນອນຫຼັບຢູ່ໃນລົດທີ່ຕິດຈັກ ແລະ ເປີດແອໄດ້ທຸກປີ ປີລະປະມານ 1-2 ຄົນ. ການຈອດລົດຕິດຈັກໄວ້ພ້ອມທັງເປີດແອນອນ ແລະ ປິດແວ່ນທີ່ແຈບນັ້ນ ເປັນເລື່ອງທີ່ອັນຕະລາຍຫຼາຍ ເພາະເທົ່າກັບວ່າ ເຮົາກຳລັງນອນດົມກ໊າສພິດຢູ່ໃນລົດ ຊຶ່ງກ໊າສພິດ ທີ່ເຮັດໃຫ້ເສຍຊີວິດໄດ້ແກ່ ກ໊າສຄາບອນ ມໍນໍໄຊ (Carbon monoxide; CO) ຊຶ່ງເປັນກ໊າສບໍ່ມີສີ, ບໍ່ມີກິ່ນ ຢູ່ໃນລະບົບອາຍເສຍຂອງລົດທີ່ເກີດຈາກການເຜົາໄໝ້ນໍ້າມັນ, ກ໊າສສາມາດໄຫຼວຽນເຂົ້າມາພາຍໃນໂຕລົດ ໄດ້ທາງລະບົບແອຢູ່ໃນລົດໃຫຍ່ ຊຶ່ງຈະມີການດູດອາກາດຈາກພາຍນອກ ແລະດູດເອົາຄວັນຈາກທໍ່ອາຍເສຍ ລົດໃຫຍ່ເຂົ້າມາໝຸນວຽນພາຍໃນລົດພ້ອມ. ສະນັ້ນ ຜູ້ທີ່ນອນຢູ່ພາຍໃນລົດ ຈຶ່ງສູດກ໊າສພິດຊະນິດນີ້ເຂົ້າໄປສະສົມໄວ້ໃນຮ່າງກາຍໂດຍບໍ່ຮູ້ໂຕ.

ເມື່ອກາສຄາບອນ ມໍນໍໄຊ ເຂົ້າສູ່ຮ່າງກາຍ ຈະເຂົ້າໄປລວມໂຕກັບ ຮີໂມໂກບິນ ໃນເມັດເລືອດແດງໄດ້ດີກວ່າ ກ໊າດ ອອກຊີເຈນເຖິງ 200-250 ເທົ່າໂຕ ສົ່ງຜົນໃຫ້ຄວາມສາມາດຂອງເມັດເລືອດແດງ ໃນການນຳພາອອກຊີເຈນ ໄປລ້ຽງເປືອກຕ່າງໆທົ່ວຮ່າງກາຍ ແລະສະໝອງຫຼຸດລົງເລື້ອຍໆ, ເຮັດໃຫ້ຮ່າງກາຍຂາດອອກຊີເຈນ ຜູ້ທີ່ສູດດົມຈະມີອາການເຈັບຫົວ, ອ່ອນເພຍ, ປວດຮາກ ທີ່ຮຸນແຮງອາດບໍ່ຮູ້ສຶກໂຕ, ລະບົບຫາຍໃຈລົ້ມເຫຼວ ແລະເສຍຊີວິດໄດ້.

ກ໊າດຄາບອນ ມໍນໍໄຊ ພົບໄດ້ໃນອາຍເສຍລົດທີ່ໃຊ້ນຳ້ມັນແອັດຊັງ ຫຼາຍກວ່ານຳ້ມັນເຊື້ອໄຟ ຊະນິດອື່ນ ປ່ອຍອອກມາຫຼາຍທີ່ສຸດຂະນະລົດຕິດຈັກ ແລະຈອດຢູ່ບ່ອນເກົ່າ.

ໃນການປ້ອງກັນບັນຫາການເສຍຊີວິດດັ່ງກ່າວ ໃຫ້ເຮົາກຽມໂຕໃຫ້ພ້ອມກ່ອນເດີນທາງໃນກໍລະນີທີ່ຕ້ອງຂັບລົດໃນໄລຍະທາງໄກ ໂດຍພັກຜ່ອນໃຫ້ພຽງພໍຢ່າງໜ້ອຍ 8 ຊົ່ວໂມງ ແລະ ລະຫວ່າງການເດີນທາງ ຄວນແວ່ພັກຜ່ອນເພື່ອປັບປ່ຽນອະລິຍະບົດທຸກໆ 2 ຊົ່ວໂມງ ເພື່ອປ້ອງກັນອາການເຫງົານອນ.

ຖ້າຫາກຂັບລົດແລ້ວຮູ້ສຶກງ່ວງນອນ ຈຳເປັນຕ້ອງຈອດນອນພັກຜ່ອນຢູ່ໃນລົດ ກໍສາມາດເຮັດໄດ້ 2 ວິທີ ຄື:

1) ເມື່ອຈອດລົດແລ້ວ ຄວນມອດຈັກລົດ ເປີດແວ່ນລົງປະມານ 2-3 ຊັງຕີແມັດ ເພື່ອເປີດລະບາຍໃຫ້ອາກາດຈາກພາຍນອກ ຊຶ່ງມີ ອົກຊີແຊນ ປະມານ  20% ເຂົ້າມາໝຸນວຽນຖ່າຍເທພາຍໃນລົດ ແຕ່ຫ້າມເປີດແອ ແລະ ຫ້າມປິດແວ່ນລົດໂດຍເດັດຂາດ.

2) ເປີດພັດລົມແອ ໂດຍບິດກະແຈໄປທີ່ຈັງຫວະອອນ (ON) ເພື່ອໃຫ້ລະບົບໄຟຟ້າໃນລົດເຮັດວຽກ ແລ້ວຈຶ່ງບິດເປີດສະວິກແອ, ເມື່ອເປີດແລ້ວ ໃຫ້ເລືອກປຸ່ມທີ່ຂຽນວ່າ A/C ຫຼື ປຸ່ມທີ່ມີຮູບລົດ ແລະມີລູກສອນຊີ້ ເຂົ້າມາໃນໂຕລົດຈາກພາຍນອກ ເມື່ອເລືອກກົດປຸ່ມດັ່ງກ່າວ ພັດລົມແອຍັງສາມາດດູດອາກາດເຂົ້າມາໝຸນວຽນໃນຫ້ອງໂດຍສານໄດ້ອີກ ແລະຄວນນອນພັກຜ່ອນປະມານ 30-40 ນາທີ ໃຫ້ຜ່ອນຄາຍຄວາມອ່ອນເພຍ ເມື່ອພ້ອມແລ້ວຈຶ່ງອອກເດີນທາງຕໍ່.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.