Friday, November 14, 2025
Kbank Laos โอน รับ จ่าย

ອາຫານທຸກຄາບມີຜົນຕໍ່ການນອນຫຼັບ

ການນອນຫຼັບ ເປັນການພັກຜ່ອນດີທີ່ສຸດສຳລັບຮ່າງກາຍ ເພາະຊ່ວຍເພີ່ມ ແລະຮັກສາປະສິດທິພາບ ການເຮັດວຽກຂອງອະໄວຍະວະຕ່າງໆ ໃຫ້ສົມບູນແຂງແຮງ. ໃນຂະນະດຽວກັນຜົນເສຍຂອງການນອນບໍ່ພຽງພໍ ຈະເຮັດໃຫ້ຈຸລັງຕ່າງໆ ເສື່ອມສະພາບ, ນຳ້ໜັກເພີ່ມ, ບໍ່ສົດຊື່ນ, ອ່ອນເພຍ ແລະອາລົມປ່ຽນແປງງ່າຍ. ໜຶ່ງໃນເຄັດລັບທີ່ເຮັດໃຫ້ທ່ານນອນຫຼັບໄດ້ດີກໍຄື ອາຫານທຸກຄາບທີ່ທ່ານກິນເຂົ້າໄປນັ້ນເອງ.

ເຂົ້າເຊົ້າ: ການວາງແຜນກິນອາຫານເພື່ອການນອນຫຼັບທີ່ດີນັ້ນ ບໍ່ໄດ້ເລີ່ມທີ່ເຂົ້າແລງພຽງຢ່າງດຽວ ແຕ່ຄ້ອງກຽມພ້ອມກັນຕັ້ງແຕ່ຕອນເຊົ້າ ເພາະມັນຈະຊ່ວຍໃຫ້ຮ່າງກາຍຕື່ນໂຕ ເນື່ອງຈາກຮ່າງກາຍໄດ້ຮັບພະລັງງານຢ່າງພຽງພໍ. ເຂົ້າເຊົ້າ ຄວນປະກອບດ້ວຍອາຫານປະເພດ ໂປຕິນ, ຊີ້ນສັດ, ໄຂ່, ເຂົ້າ, ທາດແປ້ງ ລວມທັງອາຫານທີ່ມີໄຂມັນອີກດ້ວຍ. ການບໍ່ກິນເຂົ້າເຊົ້າ ຈະເຮັດໃຫ້ຮູ້ສຶກຫິວຫຼາຍໃນຕອນສວາຍ ແລະມັກຈະກິນອັນໃດກໍຕາມທີ່ຢູ່ຕໍ່ໜ້າ ໂດຍຂາດຄວາມຢັ້ງມືຈັບ. ສຳລັບຜູ້ທີ່ມັກກິນໜ້ອຍໃນຕອນເຊົ້າ ຄວນມີອາຫານວ່າງ ກ່ອນຮອດເຂົ້າສວາຍ ເຊັ່ນ ແຊນວິດ, ເຂົ້າໜົມປັງ, ຊາລາເປົາ ຫຼືໝາກໄມ້ຕ່າງໆ; ຍົກເວັ້ນໝາກໄມ້ດອງ.

ເຂົ້າສວາຍ: ພະລັງງານຂອງອາຫານຄາບນີ້ ຄວນໜ້ອຍກວ່າເຂົ້າເຊົ້າ ໂດຍອາດຈະເລືອກກິນອາຫານທີ່ປຸງຈາກເຂົ້າ ຫຼືແປ້ງ ທີ່ບໍ່ຜ່ານການຂັດສີ ເຊັ່ນ ເຂົ້າກ້ອງ, ເຂົ້າໜົມປັງ ແລະຊີ້ນສັດທີ່ບໍ່ຕິດມັນ. ນອກນີ້ ຄວນມີຜັກ ແລະໝາກໄມ້ເປັນປະຈຳ ຫຼື ຈະກິນເຂົ້າໜົມສະຫຼັບແດ່ກໍໄດ້ ແຕ່ຄວນເນັ້ນທີ່ເຂົ້າໜົມເຮັດຈາກຖົ່ວ. ສ່ວນເຄື່ອງດື່ມ ຄວນຫຼີກເວັ້ນນຳ້ຫວານ ຫຼືນຳ້ອັດລົມ ທີ່ມີສານ ກາເຟອິນ ເປັນສ່ວນປະສົມ.

ເຂົ້າແລງ: ເປັນຄາບເຂົ້າທີ່ໃກ້ເວລານອນ ຊຶ່ງຂໍ້ແນະນຳຈາກນັກໂພຊະນາການ ທີ່ຄວນເຮັດ ແລະຄວນຫຼີກເວັ້ນ ເພື່ອຊ່ວຍໃຫ້ຫຼັບຢ່າງສະບາຍ ຄວນເຮັດດັ່ງຕໍ່ໄປນີ້:

  • ກິນໃຫ້ຖືກເວລາ ເພື່ອໃຫ້ຮ່າງກາຍເກີດຄວາມລຶ້ງ ແລະຄວນກິນກ່ອນເຂົ້ານອນຢ່າງໜ້ອຍ 3 ຊົ່ວໂມງ ເພາະນອກຈາກຈະເຮັດໃຫ້ຮ່າງກາຍບໍ່ຕ້ອງເຮັດວຽກໜັກໃນຍາມນອນແລ້ວ ຍັງຊ່ວຍປ້ອງກັ ແລະບັນເທົາອາການກົດໄຫຼກັບ ຊຶ່ງມີຜົນຕໍ່ສຸຂະພາບຂອງການນອນ.
  • ຫຼີກເວັ້ນອາຫາທີ່ມີພະລັງງານສູງ, ອາຫານທີ່ມີລິດເປັນທາດຮ້ອນ ເຊັ່ນ ອາຫານທອດ, ອາຫານມນ, ກະທິ, ເຂົ້າໜົມທີ່ມີຄີມເຂັ້ມຂຸ້ນ, ອາຫານເຜັດ, ຊີ້ນສັດຕິດມັນ, ອາຫານດິບ, ນຳ້ອັດລົມ. ອາຫານພວກນີ້ຈະຍ່ອຍຍາກ ເຮັດໃຫ້ຮ່າງກາຍຕ້ອງໃຊ້ເວລາໃນການເຜົາຜານດົນ ຊຶ່ງເປັນສາເຫດໜຶ່ງຂອງການນອນບໍ່ຫຼັງ. ອາຫານທີ່ຍ່ອຍງ່າຍກໍຄື ຕ້ອງປຸງດ້ວຍການ ຕົ້ມ, ໜຶ້ງ, ແກງ.
  • ຈຳກັດປະລິມານໝາກໄມ້: ໂດຍສະເພາະຊະນິດທີ່ມີນຳ້ຕານສູງ ໂດຍມັກຈະມີລິດຮ້ອນ ເຮັດໃຫ້ຮ່າງກາຍຕ້ອງໃຊ້ພະລັງງານ ໃນການເຜົາຜານຫຼາຍ ຊຶ່ງເປັນການກະຕຸ້ນໃຫ້ຮ່າງກາຍຕື່ນໂຕ ເຊັ່ນ ຖົ່ວລຽນ, ລຳໄຍ, ໝາກມີ້. ຖ້າມັກກິນໝາກໄມ້ພວກນີ້ ໃຫ້ເລື່ອນໄປກິນຕອນເຊົ້າແທນ. ນອກຈາກນີ້ ຍັງບໍ່ຄວນກິນໝາກໄມ້ແທນເຂົ້າແລງ ລວມເຖິງບໍ່ຄວນດື່ມນຳ້ໝາກໄມ້ ຫຼື ກິນໝາກໄມ້ຄັ້ງລະຫຼາຍໆ ເພາະສານອາຫານຫຼັກຂອງໝາກໄມ້ ກໍຄື ຄາໂບໄຮເດຣດ ຫຼື ນຳ້ຕານ. ແຕ່ວ່າ ຄວນເລືອກກິນໝາກໄມ້ແທນເຂົ້າໜົມຫວານ ທີ່ມີສ່ວນປະສົມຂອງກະທິ.
  • ຫຍຳ້ອາຫານໃຫ້ແຫຼກ: ເພາະເຂົ້າແລງເປັນຄາບທີ່ມີເວລາໃນການກິນຫຼາຍກວ່າຄາບອື່ນ ຈຶ່ງຖືເປັນໄລຍະຈັງຫວະທີ່ເຮົາຄວນຫຍຳ້ອາຫານຫຼາຍໆຄັ້ງ ຊຶ່ງຈະເກີດຜົນກີຕໍ່ຮ່າງກາຍ ຄື ເຮັດໃຫ້ອີ່ມງ່າຍ, ບໍ່ລົບກວນການເຮັດວຽກຂອງລະບົບຍ່ອຍ ແລະດູດຊຶມຂອງກະເພາະອາຫານ ແລະລຳໄສ້.
  • ກິນເຂົ້າ: ແປ້ງທີ່ບໍ່ຜ່ານການຂັດສີ ຈະເຮັດໃຫ້ຮ່າງກາຍເກັບສະສົມ ທຣິບໂຕພານ (Tryptophan) ແລະ ກາບາ (GABA)  ຊຶ່ງເປັນສານສື່ປະສາດ ໃນລະບົບປະສາດສ່ວນກາງ ທີ່ມີຄຸນສົມບັດພິເສດ ຊ່ວຍໃຫ້ຜ່ອນຄາຍ ແລະເຮັດໃຫ້ນອນຫຼັບໄດ້ດີ, ແຕ່ຕ້ອງກິນຕໍ່ເນື່ອງເປັນປະຈຳ.
  • ອາຫານຈາກປາ: ຖ້າຮ່າງກາຍມີພາວະຕຶງຄຽດສູງ ເຮັດໃຫ້ນອນຫຼັບຍາກ, ດັ່ງນັ້ນ ລອງເລືອກອາຫານຈາກປາທະເລ ຊຶ່ງອຸດົມໄປດ້ວຍ ໂອເມກາ 3 ຫຼື ນຳ້ມັນປາ ແລະແມັກນີຊຽມ ຊຶ່ງເປັນສານອາຫານທີ່ຕໍ່ຕ້ານຄວາມຕຶງຄຽດ ເຊັ່ນ ເຂົ້າຕົ້ມປາ, ໜຶ້ງປາ, ແກງປາ…
  • ຫຼຸດເກືອ: ທີ່ຈະເຮັດໃຫ້ຄວາມດັນເລືອດສູງຂຶ້ນ ສົ່ງຜົນໃຫ້ນອນຫຼັບຍາກ. ດັ່ງນັ້ນ ຈຶ່ງຄວນຫຼີກເວັ້ນອາຫານຈຳພວກ ໝາກໄມ້ດອງ, ສົ້ມຜັກ, ປາເຄັມ, ກຸ້ງແຫ້ງ, ໝີ່ສຳເລັດຮູບ, ມັນຝຣັ່ງທອດກອບ ລວມເຖິງການປຸງອາການເຄັດຈັດ ແລະໃສ່ແປ້ງນົວຫຼາຍ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.