Sunday, November 2, 2025
Kbank Laos โอน รับ จ่าย

3 ຍຸກ ທີ່ພຣະພຸດທະສາສະໜາ ເຂົ້າມາປະເທດລາວ.

ພຣະພຸດທະສາສະນາ ເປັນສາສະໜາປະຈຳຊາດລາວ ເຊິ່ງໄດ້ເຂົ້າມາຕັ້ງໝັ້ນໃນດິນແດນອານາຈັກລ້ານຊ້າງເທິງສອງຟາກຝັ່ງແມ່ນ້ຳຂອງ, ແລະ ສ່ວນທີ່ເປັນປະເທດລາວເຮົານີ້ ຫຼາຍກວ່າ ໒໐໐໐ ປີ, ຄືພ້ອມກັບການເຂົ້າມາຂອງພຣະພຸດທະສາສະໜາໃນບັນດາປະເທດສຸວັນນະພູມ ຫຼື ແຫຼມທອງນີ້, ເຊິ່ງຫຼັກຖານທາງສາສະໜາວັດຖຸ, ສາສະໜາສະຖານ ໄດ້ປາກົດຕົວສອງຝາກຝັ່ງແມ່ນ້ຳຂອງເປັນຈຳນວນຫຼວງຫຼາຍ, ເປັນຕົ້ນແມ່ນຮອຍພຣະບາດ ພຣະພຸດທະຮູບຫີນຊາຍ ສີມາຫີນຕ່າງໆ. ທີ່ເປັນສັນຍາລັກຂອງພຣະພຸດທະສາສະໜາ, ໃນນັ້ນກໍມີພຣະທາດສີທັມມະຫາຍໂສກທີ່ກົມມະລຽນພຣະທາດຫຼວງ ທີ່ມີຫຼັກຖານວ່າສ້າງມາແຕ່ສະໄໝຈັນທະບຸຣີ ພສ.໒໓໖, ພຣະທາດພະນົມ ທີ່ມີຫຼັກຖານວ່າສ້າງໃນສະໄໝສີໂຄດຕະບູຣີ ແລະ ອື່ນໆ……

ພຣະພຸດທະສາສະນາເຂົ້າສູ່ລາວ ໓ ຍຸກ..ຄື:

ຍຸກທີ ໑

ພຣະພຸດທະສາສະໜາເຂົ້າສູ່ລາວຍຸກທີ່ ໑ ເຂົ້າມາຍັງອານາຈັກສີໂຄດຕະບອງ ຫຼື ໃນສະໄໝພຣະຍານັນທະເສນ ປີ ພສ.໘ ຫຼັງພຣະພຸດທະເຈົ້າປະຣິນິພານໄປແລ້ວ ໘ ປີ ໂດຍພຣະມະຫາກັດສະປະເຖຣະເຈົ້າ ພ້ອມດ້ວຍພິກຂຸອະຣະຫັນ ໕໐໐ ອົງ ໄດ້ອັນເຊີນເອົາພຣະບໍຣົມມະສາຣີຣິກະທາດ, ອຸຣັງຄະທາດ ຄື “ກະດູກຫົວ ເອີກ” ຂອງພຣະພຸດທະເຈົ້າ ມາປະດິດສະຖານ ກໍ່ອຸບມຸງໄວ້ທີ່ພູເຂົາກ້ຳພ້າ ຝັ່ງແມ່ນ້ຳຂອງກ້ຳຕາເວັນຕົກ ກົງກັບປາກເຊບັ້ງໄຟ ຄື ພຣະທາດພະນົມ ໃນປັດຈຸບັນ.

ຍຸກທີ ໒

ພຣະພຸດທະສາສະໜາເຂົ້າສູ່ລາວ ຍຸກທີ ໒ ເຂົ້າມາຍັງອານາຈັກຈັນທະບູຣີ ໃນສະໄໝພຣະຍາຈັນທະບູຣີປະສິດທິສັກ ຫຼື ພຣະຍາບູຣີຈັນອ້ວຍລ້ວຍ ໃນ ພສ.໒໓໖, ໂດຍມີພຣະອະຣະຫັນເຊື່ອຊາດ ໕ ອົງ.

ເຊິ່ງມີພຣະມະຫາສຸວັນນະເຖຣະ ເປັນປະທານ ໄດ້ອັນເຊີນເອົາພຣະບໍຣົມມະສາຣີຣິກະທາດ, ຊິນະຄຸຍຫາທາດ ຄື “ກະດູກຫົວເນົ່າ ຫຼື ກະດູກທີ່ລັບ” ຂອງພຣະພຸດທະເຈົ້າ ມາປະດິດສະຖານໄວ້ທີ່ພູເຂົາຫຼວງ, ຄືບໍຣິເວນພຣະທາດຫຼວງປັດຈຸບັນນີ້, ແລະ ພຣະທາດແຂ້ວຝາງ ບັນຈຸອຸບມຸງໄວ້ທີ່ແຄມຫ້ວຍບັງພວນ, ບໍຣິເວນພຣະທາດບັງພວນ ປັດຈຸບັນນີ້, ພຣະທາດເມືອງຫຼ້າ ປາກຫ້ວຍຫຼວງ ແລະ ຝຸ່ນຂອງພຣະພຸດທະເຈົ້າກໍ່ອຸບມຸງໄວ້ທີ່ເມືອງພວນ…

ຍຸກທີ ໓

ພຣະພຸດທະສາສະໜາເຂົ້າສູ່ລາວຍຸກທີ່ ເຂົ້າມາໃນສະໄໝເຈົ້າຟ້າງຸ່ມມະຫາຣາຊ ພສ. ໑໙໐໒ , ເຊິ່ງພຣະອົງສຳເລັດການທ້ອນໂຮມອານາຈັກລ້ານຊ້າງແລ້ວ, ກໍແຕ່ງຣາຊະທູດໄປອັນເຊີນເອົາພຣະພຸດທະສາສະໜາຈາກອານາຈັກອັງກໍ ປະເທດຂະແມ ມາປະດິດສະຖານໄວ້ທີ່ອານາຈັກຊຽງທອງ ແລະ ມີພຣະຣາຊະອາຍາໃຫ້ຫົວເມືອງຕ່າງໆ ເລີກນັບຖືຜີສາງ, ຫັນມານັບຖືພຸດທະສາສະໜາແທນ ທົ່ວພຣະຣາຊະອານາຈັກ, ໂດຍມີພຣະມະຫາປາສະມັນເຖຣະເປັນປະທານ. ໄດ້ນຳເອົາພຣະບາງ, ຕົ້ນໂພສີ, ພຣະໄຕຣປິດົກ, ພ້ອມດ້ວຍພຣະເທບລັງກາ, ພຣະປັນຍາລັງຄາ, ແລະ ບັນດິດ ຄື ນໍຣະສິງ, ນໍຣະສາດເປັນເຄົ້າ, ຂະບວນນຳເອົາພຣະພຸດທະສາສະໜາຄື ປົກບ້ານຫ້ວຍໂຮບ ແລະ ຕັ້ງວັດໄວ້ທີ່ນັ້ນ ຊື່ວ່າວັດປ່າປາສະມັນ ທີ່ ທ່າວັດພຣະບາດໃຕ້ ໄດ້ສະລັກຮອຍພຣະບາດໄວ້, ຖືເປັນການຝັງຮາກຖານພຣະພຸດທະສາສະໜາ, ລັດທິລັງກາວົງໄວ້ໃນລາວເທົ່າບັດນີ້…

ທີ່ມາ: ອັກສອນທັມລາວ-อักษรธรรมลาว

ຮຽບຮຽງ ແລະ ສະຫຼຸບຫຍໍ້ໂດຍ: ພຣະອາຈານເນືອງພິລັກ ໂຊຕິທອນ, ເຈົ້າອະທິການວັດວິຈິດທັມມາຣາມ ບ້ານວຽງຈະເລີນ, ຮອງຜູ້ອຳນວຍການວິທະຍາໄລສົງ(ອົງຕື້) ວຽງຈັນ ວັນທີ່ 06 ກັນຍາ 2014

#ຄຳຖາມ: ພຣະພຸດທະສາສະໜາເຂົ້າມາເຜີຍແຜ່ໃນລາວມີຈັກຍຸກສະໄໝ..?

#ຄຳຕອບ: ພຣະພຸດທະສາສະໜາເຂົ້າສູ່ລາວມີ ໓ ຍຸກຄື:

໑. ຍຸກອານາຈັກສີໂຄດຕະບອງ ພສ ໘ ….

  • ສະໄໝພຣະຍານັນທະເສນ…
  • ສາສະໜະສະຖານ: ພຣະທາດພະນົມ (ພູກ້ຳພ້າ) ແລະ ອື່ນໆ…

໒. ຍຸກອານາຈັກຈັນທະບູຣີ ພສ. ໒໓໖..

  • ສະໄໝພຣະຍາບູຣີຈັນທະອ້ວຍລ້ວຍ…
  • ສາສະໜະສະຖານ: ພຣະທາດຫຼວງ (ພູຫຼວງ) ແລະ ອື່ນໆ…

໓. ຍຸກທ້ອນໂຮມອານາຈັກລ້ານຊ້າງ.ພສ.໑໙໐໒…

  • ສະໄໝເຈົ້າຟ້າງຸ່ມມະຫາຣາຊ…
  • ສາສະໜະສະຖານ: ພຣະບາງ, ວັດປ່າປາສະມັນ, ວັດຊຽງທອງ ແລະ ອື່ນໆ…

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.