3 ຍຸກ ທີ່ພຣະພຸດທະສາສະໜາ ເຂົ້າມາປະເທດລາວ.

ພຣະພຸດທະສາສະນາ ເປັນສາສະໜາປະຈຳຊາດລາວ ເຊິ່ງໄດ້ເຂົ້າມາຕັ້ງໝັ້ນໃນດິນແດນອານາຈັກລ້ານຊ້າງເທິງສອງຟາກຝັ່ງແມ່ນ້ຳຂອງ, ແລະ ສ່ວນທີ່ເປັນປະເທດລາວເຮົານີ້ ຫຼາຍກວ່າ ໒໐໐໐ ປີ, ຄືພ້ອມກັບການເຂົ້າມາຂອງພຣະພຸດທະສາສະໜາໃນບັນດາປະເທດສຸວັນນະພູມ ຫຼື ແຫຼມທອງນີ້, ເຊິ່ງຫຼັກຖານທາງສາສະໜາວັດຖຸ, ສາສະໜາສະຖານ ໄດ້ປາກົດຕົວສອງຝາກຝັ່ງແມ່ນ້ຳຂອງເປັນຈຳນວນຫຼວງຫຼາຍ, ເປັນຕົ້ນແມ່ນຮອຍພຣະບາດ ພຣະພຸດທະຮູບຫີນຊາຍ ສີມາຫີນຕ່າງໆ. ທີ່ເປັນສັນຍາລັກຂອງພຣະພຸດທະສາສະໜາ, ໃນນັ້ນກໍມີພຣະທາດສີທັມມະຫາຍໂສກທີ່ກົມມະລຽນພຣະທາດຫຼວງ ທີ່ມີຫຼັກຖານວ່າສ້າງມາແຕ່ສະໄໝຈັນທະບຸຣີ ພສ.໒໓໖, ພຣະທາດພະນົມ ທີ່ມີຫຼັກຖານວ່າສ້າງໃນສະໄໝສີໂຄດຕະບູຣີ ແລະ ອື່ນໆ……

ພຣະພຸດທະສາສະນາເຂົ້າສູ່ລາວ ໓ ຍຸກ..ຄື:

ຍຸກທີ ໑

ພຣະພຸດທະສາສະໜາເຂົ້າສູ່ລາວຍຸກທີ່ ໑ ເຂົ້າມາຍັງອານາຈັກສີໂຄດຕະບອງ ຫຼື ໃນສະໄໝພຣະຍານັນທະເສນ ປີ ພສ.໘ ຫຼັງພຣະພຸດທະເຈົ້າປະຣິນິພານໄປແລ້ວ ໘ ປີ ໂດຍພຣະມະຫາກັດສະປະເຖຣະເຈົ້າ ພ້ອມດ້ວຍພິກຂຸອະຣະຫັນ ໕໐໐ ອົງ ໄດ້ອັນເຊີນເອົາພຣະບໍຣົມມະສາຣີຣິກະທາດ, ອຸຣັງຄະທາດ ຄື “ກະດູກຫົວ ເອີກ” ຂອງພຣະພຸດທະເຈົ້າ ມາປະດິດສະຖານ ກໍ່ອຸບມຸງໄວ້ທີ່ພູເຂົາກ້ຳພ້າ ຝັ່ງແມ່ນ້ຳຂອງກ້ຳຕາເວັນຕົກ ກົງກັບປາກເຊບັ້ງໄຟ ຄື ພຣະທາດພະນົມ ໃນປັດຈຸບັນ.

ຍຸກທີ ໒

ພຣະພຸດທະສາສະໜາເຂົ້າສູ່ລາວ ຍຸກທີ ໒ ເຂົ້າມາຍັງອານາຈັກຈັນທະບູຣີ ໃນສະໄໝພຣະຍາຈັນທະບູຣີປະສິດທິສັກ ຫຼື ພຣະຍາບູຣີຈັນອ້ວຍລ້ວຍ ໃນ ພສ.໒໓໖, ໂດຍມີພຣະອະຣະຫັນເຊື່ອຊາດ ໕ ອົງ.

ເຊິ່ງມີພຣະມະຫາສຸວັນນະເຖຣະ ເປັນປະທານ ໄດ້ອັນເຊີນເອົາພຣະບໍຣົມມະສາຣີຣິກະທາດ, ຊິນະຄຸຍຫາທາດ ຄື “ກະດູກຫົວເນົ່າ ຫຼື ກະດູກທີ່ລັບ” ຂອງພຣະພຸດທະເຈົ້າ ມາປະດິດສະຖານໄວ້ທີ່ພູເຂົາຫຼວງ, ຄືບໍຣິເວນພຣະທາດຫຼວງປັດຈຸບັນນີ້, ແລະ ພຣະທາດແຂ້ວຝາງ ບັນຈຸອຸບມຸງໄວ້ທີ່ແຄມຫ້ວຍບັງພວນ, ບໍຣິເວນພຣະທາດບັງພວນ ປັດຈຸບັນນີ້, ພຣະທາດເມືອງຫຼ້າ ປາກຫ້ວຍຫຼວງ ແລະ ຝຸ່ນຂອງພຣະພຸດທະເຈົ້າກໍ່ອຸບມຸງໄວ້ທີ່ເມືອງພວນ…

ຍຸກທີ ໓

ພຣະພຸດທະສາສະໜາເຂົ້າສູ່ລາວຍຸກທີ່ ໓ ເຂົ້າມາໃນສະໄໝເຈົ້າຟ້າງຸ່ມມະຫາຣາຊ ພສ. ໑໙໐໒ , ເຊິ່ງພຣະອົງສຳເລັດການທ້ອນໂຮມອານາຈັກລ້ານຊ້າງແລ້ວ, ກໍແຕ່ງຣາຊະທູດໄປອັນເຊີນເອົາພຣະພຸດທະສາສະໜາຈາກອານາຈັກອັງກໍ ປະເທດຂະແມ ມາປະດິດສະຖານໄວ້ທີ່ອານາຈັກຊຽງທອງ ແລະ ມີພຣະຣາຊະອາຍາໃຫ້ຫົວເມືອງຕ່າງໆ ເລີກນັບຖືຜີສາງ, ຫັນມານັບຖືພຸດທະສາສະໜາແທນ ທົ່ວພຣະຣາຊະອານາຈັກ, ໂດຍມີພຣະມະຫາປາສະມັນເຖຣະເປັນປະທານ. ໄດ້ນຳເອົາພຣະບາງ, ຕົ້ນໂພສີ, ພຣະໄຕຣປິດົກ, ພ້ອມດ້ວຍພຣະເທບລັງກາ, ພຣະປັນຍາລັງຄາ, ແລະ ບັນດິດ ຄື ນໍຣະສິງ, ນໍຣະສາດເປັນເຄົ້າ, ຂະບວນນຳເອົາພຣະພຸດທະສາສະໜາຄື ປົກບ້ານຫ້ວຍໂຮບ ແລະ ຕັ້ງວັດໄວ້ທີ່ນັ້ນ ຊື່ວ່າວັດປ່າປາສະມັນ ທີ່ ທ່າວັດພຣະບາດໃຕ້ ໄດ້ສະລັກຮອຍພຣະບາດໄວ້, ຖືເປັນການຝັງຮາກຖານພຣະພຸດທະສາສະໜາ, ລັດທິລັງກາວົງໄວ້ໃນລາວເທົ່າບັດນີ້…

ທີ່ມາ: ອັກສອນທັມລາວ-อักษรธรรมลาว

ຮຽບຮຽງ ແລະ ສະຫຼຸບຫຍໍ້ໂດຍ: ພຣະອາຈານເນືອງພິລັກ ໂຊຕິທອນ, ເຈົ້າອະທິການວັດວິຈິດທັມມາຣາມ ບ້ານວຽງຈະເລີນ, ຮອງຜູ້ອຳນວຍການວິທະຍາໄລສົງ(ອົງຕື້) ວຽງຈັນ ວັນທີ່ 06 ກັນຍາ 2014

#ຄຳຖາມ: ພຣະພຸດທະສາສະໜາເຂົ້າມາເຜີຍແຜ່ໃນລາວມີຈັກຍຸກສະໄໝ..?

#ຄຳຕອບ: ພຣະພຸດທະສາສະໜາເຂົ້າສູ່ລາວມີ ໓ ຍຸກຄື:

໑. ຍຸກອານາຈັກສີໂຄດຕະບອງ ພສ ໘ ….

  • ສະໄໝພຣະຍານັນທະເສນ…
  • ສາສະໜະສະຖານ: ພຣະທາດພະນົມ (ພູກ້ຳພ້າ) ແລະ ອື່ນໆ…

໒. ຍຸກອານາຈັກຈັນທະບູຣີ ພສ. ໒໓໖..

  • ສະໄໝພຣະຍາບູຣີຈັນທະອ້ວຍລ້ວຍ…
  • ສາສະໜະສະຖານ: ພຣະທາດຫຼວງ (ພູຫຼວງ) ແລະ ອື່ນໆ…

໓. ຍຸກທ້ອນໂຮມອານາຈັກລ້ານຊ້າງ.ພສ.໑໙໐໒…

  • ສະໄໝເຈົ້າຟ້າງຸ່ມມະຫາຣາຊ…
  • ສາສະໜະສະຖານ: ພຣະບາງ, ວັດປ່າປາສະມັນ, ວັດຊຽງທອງ ແລະ ອື່ນໆ…

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.