Sunday, May 25, 2025
Kbank Laos โอน รับ จ่าย

ປະໂຫຍດດີໆ ຈາກຜັກໄສ່

ບາງຄົນພໍແຕ່ເຫັນຜັກ ແລະ ໝາກຜັກໄສ່ ກໍບໍ່ຢາກກິນແລ້ວ ໂດຍສະເພາະແມ່ນແມ່ຍິງ ແຕ່ວ່າ ປະໂຫຍດຂອງມັນນັ້ນ ດີແທ້ໆເດີພີ່ນ້ອງ ຄື ມັນສາມາດຊ່ວຍປ້ອງກັນໂຣກມະເຮັງ, ຊ່ວຍຈະເລີນອາຫານ ແລະ ປົວໂຣກເບົາຫວານ ໄດ້ນຳ ອີກ. ສັບພະຄຸນມັນນັ້ນ ສາມາດນຳເອົາໄປໃຊ້ໄດ້ຕັ້ງແຕ່ ຮາກ, ເຄືອ, ໃບ, ໝາກ ແລະ ແກ່ນ.

  • ຮາກ: ນຳໄປໃຊ້ປຸງເປັນຢາບຳລຸງ, ແກ້ຣິດຊີດວງ ແລະເປັນຢາທາດ, ປົວໂຣກກະເພາະອາຫານ ແລະຊ່ວຍແກ້ອາການບິດ.
  • ເຄືອ: ຊ່ວຍດັບພິດຮ້ອນພາຍໃນຮ່າງກາຍ ແລະຊ່ວຍແກ້ອາກນບິດ
  • ໃບສົດ: ມີຣົດຂົມ ນຳໄປລວກ ຫຼື ຕົ້ມດື່ມ ສາມາດໃຊ້ເປັນຢາຟອກເລືອດ, ຢາລະບາຍ, ຊ່ວຍຈະເເລີນອາຫານ, ຊ່ວຍແກ້ກະຫາຍນຳ້, ຊ່ວຍບັນເທົາອາການຫວັດ, ຊ່ວຍປົວບາດແຜໃນກະເພາະອາຫານ, ຊ່ວຍຫຼຸດອາການບວມຊຳ້ ແລະຊ່ວຍແກ້ອາການຝົດຝື່ນຄັນ.
  • ແກ່ນ: ຊ່ວຍປັບຄວາມສົມດຸນຂອງທາດໃນຮ່າງກາຍ ແລະຊ່ວຍຂັບພະຍາດໂຕກົມ.
  • ໃບແຫ້ງ: ນຳໄປບົດໃຫ້ລະອຽດປະສົມກັບນຳ້ດື່ມເປັນຢາ, ຊ່ວຍຂັບພະຍາດ, ຂັບລົມ ແລະບຳລຸງທາດ.
  • ໝາກສົດ: ນິຍົມນຳໄປເຮັດອາຫານ, ໃຫ້ຣົດຂົມ, ນຳໄປກິນ, ຊ່ວຍປົວໂຣກເບົາຫວານ, ບຳລຸງທາດ, ມີເບຕ້າແຄໂຣທີນ ຊ່ວຍປ້ອງກັນມະເຮັງ, ຊ່ວຍເຮັດໃຫ້ດວງຕາສົດໃສ, ຊ່ວຍເສີມສ້າງກະດູກ ແລະແຂ້ວໃຫ້ແຂງແຮງ, ຊ່ວຍຫຼຸດລະດັບນຳ້ຕານໃນເລືອດ, ຂັບຂີ້ກະເທີ່, ເປັນຢາລະບາຍອ່ອນໆ, ຊ່ວຍແກ້ຕັບ ແລະມ້າມອັກເສບ, ບຳລຸງນຳ້ບີ, ໝາກມະລະນຳມາຄັ້ນເອົານຳ້ໃຊ້ອົມແກ້ອາການປາກເປື່ອຍ
  • ໝາກແຫ້ງ: ນຳ້ໄປບົດໃຫ້ລະອຽດ ແລ້ວໂຮຍໃສ່ບໍລິເວນທີ່ເປັນບາດແຜໃຊ້ທາແກ້ຄັນ,​ ຂີ້ຫິດ ແລະໂຣກຜິວໜັງ
  • ໝາກສຸກ: ນຳໄປທາໜ້າປົວສິວໄດ້.

ຖ້າທ່ານບໍ່ຢາກກິນໝາກຜັກໄສ່ແບບຂົມໆ ຄວນເລີ່ມຕັ້ງແຕ່ການເລືອກຊື້ຄື ເລືອກເອົາໝາກທີ່ມີສີຂຽວອ່ອນ, ອວບ ແລະມີລາຍຫ່າງໆ ເພາະຈະເຮັດໃຫ້ຂົມໜ້ອຍກວ່າໝາກທີ່ມີສີຂຽວເຂັ້ມ ແລະລາຍຖີ່. ກ່ອນທີ່ຈະນຳໄປປຸງເປັນອາຫານ ໃຫ້ຜ່າແລ້ວເອົາແກ່ນ ແລະໄສ້ອອກຈົນເໝິດ ແລ້ວກໍຊອຍ, ແຊ່ນຳ້ເກືອອ່າວດົນໜ້ອຍນຶ່ງ ຈະຊ່ວຍໃຫ້ໝາກຜັກໄສ່ຫຼຸດຄວາມຂົມລົງໄດ້.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.