“ພູມແພ້” ເປັນໂຣກທີ່ໃຜໆກໍບໍ່ປາຖະໜາ ເພາະເວລາເປັນຈະມີອາການດັງອັກເສບ, ຫອບຫືດ ຫຼື ຜື່ນຄັນ ຊຶ່ງເຮັດໃຫ້ເຮົາຫງຸດຫງິດ ແຖມຍັງນານເຊົາອີກ. ສະນັ້ນ, ສິ່ງທີ່ດີທີ່ສຸດຂອງການຢຸດອາການເຫຼົ່ານີ້ ກໍຄື ການຫຼົບຫຼີກສິ່ງທີ່ເຮັດໃຫ້ທ່ານແພ້ ນັ້ນເອງ.
- ຜູ້ທີ່ແພ້ຝຸ່ນ: ຂີ້ຝຸ່ນເປັນສານກໍ່ພູມແພ້ທີ່ສຳຄັນ ໂດຍສະເພາະຝຸ່ນຢູ່ໃນເຮືອນ ເປັນສິ່ງທີ່ມີຊີວິດຂະໜາດນ້ອຍທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າ, ສະນັ້ນ ຈຶ່ງຄວນຈັດການກັບຫ້ອງນອນເປັນສິ່ງທຳອິດ ເພາະຫ້ອງນອນເປັນຫ້ອງທີ່ມີຈຳນວນຂີ້ຝຸ່ນຫຼາຍທີ່ສຸດໃນເຮືອນ ໂດຍສະເພາະເທິງບ່ອນນອນ ທີ່ສາມາດມີຂີ້ຝຸ່ນອາໄສຢູ່ເຖິງ 4 ລ້ານໂຕ. ນອກນັ້ນ ຄົນເຮົາຍັງໃຊ້ເວລາ 1 ໃນ 3 ຂອງທັງເໝິດໄປກັບການນອນອີກດ້ວຍ. ສະນັ້ນ ການຫຼຸດຈຳນວນຂີ້ຝຸ່ນສາມາດເຮັດໄດ້ ໂດຍການໃຊ້ບ່ອນນອນ ແລະໝອນທີ່ເຮັດຈາກໃຍສັງເຄາະແທນຂົນນົກ, ຊັກຜ້າປູບ່ອນ ແລະໂສບໝອນດ້ວຍນຳ້ຮ້ອນ ແລະປັ່ນແຫ້ງດ້ວຍຄວາມຮ້ອນ (ອຸນຫະພູມສູງກວ່າ 60 ອົງສາເຊ) ຫຼື ຕາກແຫ້ງໃນແສງແດດ, ບໍ່ເກັບຕຸກກະຕາໄວ້ຫ້ອງນອນ ແລະບໍ່ຄວນໃຊ້ຜ້າພົມ. ນອກນີ້ ຄົນທີ່ແພ້ຝຸ່ນ ບໍ່ຄວນກວາດເຮືອນ ຫຼື ປັດຝຸ່ນເອງ ແຕ່ຖ້າຈຳເປັນຄວນມີຜ້າປິດດັງ.
- ຜູ້ທີ່ແພ້ເຊື້ອຣາ: ພະຍາຍາມຫຼຸດຄວາມປຽກຊຸ່ມໃນເຮືອນໃຫ້ໜ້ອຍລົງ ອາດເຮັດໄດ້ໂດຍການປິດເຄື່ອງປັບອາກາດ. ນອກນີ້ ການປິດປ່ອງຢ້ຽມກໍຍັງສາມາດປ້ອງກັນເຊື້ອຣາ ຈາກພາຍນອກເຂົ້າໄປໃນເຮືອນ. ທ່ານຄວນກຳຈັດບໍລິເວນທີ່ປຽກຊຸ່ມພາຍໃນເຮືອນ ເຊັ່ນ ຖາດຮອງໃຕ້ຕູ້ເຢັນ ແລະຖັງຕົ້ນໄມ້, ວໍເປເປີ່ ແລະຫ້ອງນຳ້ທີ່ປຽກຊຸ່ມ, ການລ້າງບໍລິເວນດັ່ງກ່າວດ້ວຍນຳ້ຢາຟອກຜ້າຂາວ (bleach) ເຊັ່ນ ຄໍຣັອກ (Clorox) ກໍສາມາດກຳຈັດເຊື້ອຣາໄດ້.
- ຜູ້ທີ່ແພ້ລະອອງເກສອນຫຍ້າ ແລະ ຕົ້ນໄມ້: ສາມາດຫຼີກເວັ້ນໂດຍການປິດປ່ອງຢ້ຽມເພື່ອປ້ອງກັນບໍ່ໃຫ້ເກສອນປິວເຂົ້າມາໃນເຮືອນ ແລະບໍ່ອອກຈາກເຮືອນໃນຕອນທ່ຽງ ແລະຕອນບ່າຍ ຊຶ່ງເປັນເວລາທີ່ມີເກສອນໃນອາກາດສູງທີ່ສຸດ.
- ຜູ້ທີ່ແພ້ຂົນສັດ: ບໍ່ຄວນລ້ຽງສັດທີ່ມີຂົນ ແຕ່ຖ້າຫຼີກເວັ້ນບໍ່ໄດ້ ຄວນໃຫ້ສັດຢູ່ນອກຫ້ອງນອນຕະຫຼອດເວລາເຖິງວ່າທ່ານຈະບໍ່ໄດ້ຢູ່ເຮືອນກໍຕາມ ຊຶ່ງສານກໍ່ພູມແພ້ຈາກແມວສາມາດຕົກຄ້າງຢູ່ໃນເຮືອນໄດ້ອີກຫຼາຍເດືອນຫຼັງຈາກແມວອອກໄປຈາກເຮືອນແລ້ວ.
- ຜູ້ທີ່ແພ້ອາຫານ: ຄວນປຶກສາແພດກ່ອນທີ່ຈະປ່ຽນແປງນິດໄສການກິນ ຈົນອາດມີຜົນຕໍ່ພາວະໂພຊະນາການ ແລະກ່ອນຊື້ອາຫານຄວນອ່ານສະຫຼາກໃຫ້ຊັດເຈນວ່າ ອາຫານນັ້ນມີສ່ວນປະກອບສິ່ງໃດແດ່
ພຽງເທົ່ານີ້ກໍສາມາດຫຼຸດຄວາມສ່ຽງຂອງການເກີດໂຣກພູມແພ້ໄດ້ແລ້ວ ແລະນອກຈາກການຮັກສາໂຕເອງແລ້ວ ສິ່ງນຶ່ງທີ່ຜູ້ມັກເກີດພູມແພ້ຄວນປະຕິບັດ ກໍຄື ຄວນອອກກຳລັງກາຍ ເພື່ອເພີ່ມຄວາມສົມບູນ ແລະ ແຂງແຮງໃຫ້ແກ່ຮ່າງກາຍຢູ່ເປັນປະຈຳ.