Sunday, May 25, 2025
Kbank Laos โอน รับ จ่าย

ຮຽນຜິດສາຍ! ເສຍດາຍຮອດມື້ຈົບ

ໜຶ່ງໃນບັນຫາທີ່ໄວໜຸ່ມມັກພົບຫຼາຍໃນໄວຮຽນກໍແມ່ນ ການຮຽນຜິດສາຍ ຮຽນໄປຮຽນມາ ເລີ່ມຮູ້ສຶກວ່າຕົນເອງບໍ່ມັກ ບໍ່ແມ່ນສາຍທີ່ຕົນເອງຖະນັດ ມັນບໍ່ໜ້າສົນໃຈ ເລີ່ມຢາກປ່ຽນສາຍຮຽນໃໝ່ ຄົນທີ່ຄິດໄດ້ໄວກະຍັງພໍໃຫ້ອະໄພ ແຕ່ບາງຄົນຈົນຮອດ ປີ 2, ປີ 3 ຈຶ່ງຄິດພໍ້ ແຕ່ກໍມີຫຼາຍຄົນໃຈກ້າຍອມສະຫລະປະລິນຍາທີ່ຈະມາຮອດ ໄປເລີ່ມຕົ້ນນັບ 1 ໃໝ່, ແລ້ວເປັນຫຍັງຄົນຈຶ່ງມັກຮຽນຜິດສາຍທັງໆ ທີ່ຮູ້ວ່າມັນຈະເຮັດໃຫ້ເຮົາບໍ່ມີຄວາມສຸກ ລອງມາເບິ່ງສາເຫດທີ່ມີຜົນຕໍ່ການຕັດສິນໃຈໃນການເລືອກສາຍການຮຽນນຳກັນ:

1. ຖານະທາງຄອບຄົວ

ທຸກຄົນມີຕົ້ນທຶນບໍ່ຄືກັນ ບາງຄົນເກີດໃນຄອບຄົວທີ່ມີຖານະແດ່ ກໍຈະພໍມີສິດເລືອກສາຍການຮຽນໄດ້ງ່າຍກວ່າພຽງແຕ່ເສັງໃຫ້ຕິດກໍພໍແລ້ວ ແຕ່ຍັງມີຫຼາຍກຸ່ມຄົນທີ່ບໍ່ສາມາດເລືອກແບບນັ້ນຕາມໃຈຕົນເອງໄດ້ ບໍ່ສາມາດເລືອກຮຽນສາຍທີ່ ຄ່າເທີມສູງ, ຫຼື ສິ່ງອື່ນໆບໍ່ອຳນວຍ, ບາງຄົນກໍຍອມທີ່ຈະຮຽນສາຍທຳມະດາ ຫຼື ຍອມຮຽນສາຍທີ່ຕົນບໍ່ມັກແຕ່ໄດ້ທຶນມາ ພຽງເພາະຄວາມຈຳເປັນທາງການເງິນ.

2. ຖືກພໍ່ແມ່ບັງຄັບ

 “ຍຸກນີ້ແລ້ວໃຜຊິຍອມໃຫ້ພໍ່ແມ່ບັງຄັບ ເຮົາມີສິດເລືອກໃນແບບທີ່ເຮົາມັກ ໃນແບບທີ່ເຮົາຢາກເປັນໄດ້” ແຕ່ບໍ່ແມ່ນວ່າທຸກຄົນຈະສາມາດເຮັດແບບນັ້ນໄດ້, ຍິ່ງໃນຄອບຄົວທີ່ຜູ້ປົກຄອງກໍຄື ພໍ່ແມ່ ເຂັ້ມງວດຍິ່ງ ຈຳເປັນຕ້ອງໄດ້ເຮັດຕາມ ແລະ ກໍມີລູກບາງຄົນເຊັ່ນກັນທີ່ຢາກໃຫ້ພໍ່ແມ່ພູມໃຈ ໃຫ້ພໍ່ແມ່ຍອມຮັບດ້ວຍການຮຽນຕາມສາຍທີ່ເພິ່ນຈັດແຈງໃຫ້ ເພື່ອຈົບມາຈະໄດ້ເປັນຄືພໍ່ ຫຼື ແມ່.

3. ຫຼົງເຂົ້າໃຈຜິດ ຄິດວ່າແມ່ນ

ຕອນເຮົາຍັງນ້ອຍ ຫຼື ກຳລັງກ້າວເຂົ້າສູ່ໄວໜຸ່ມ ແນ່ນອນຄັງຂໍ້ມູນເຮົາຍັງບໍ່ຫຼາຍ ຄວາມມັກ, ຄວາມຫຼົງໄຫຼຂອງເຮົາມີສິດທີ່ຈະປ່ຽນໄປຕາມເວລາ ແລະ ສະຖານະການ ຈຶ່ງເຮັດໃຫ້ມີຫຼາຍຄົນທີ່ຫຼົງຄິດໄປວ່າ ນີ້ແມ່ນສິ່ງທີ່ຕົນເອງມັກ, ແມ່ນສິ່ງທີ່ຕົນເອງຢາກຮຽນ ແລະ ຢາກປະກອບອາຊີບນີ້ໃນອະນາຄົດ ແຕ່ພໍໄດ້ຮຽນຮູ້ ແລະ ຢູ່ກັບມັນແລ້ວຈຶ່ງຮູ້ວ່າ ມັນບໍ່ແມ່ນສິ່ງທີ່ຕົນມັກຢ່າງແທ້ຈິງ.

4. ບໍ່ໄດ້ມີຄວາມຄິດມັກ ຫຼື ຮັກໃນສິ່ງໃດເປັນພິເສດ

ມີຫຼາຍຄົນທີ່ສະໝອງວ່າງ ຂາດເປົ້າໝາຍທີ່ຊັດເຈນ ພໍເຫັນສິ່ງໃດທີ່ຜ່ານມາກໍຄິດວ່າ ນັ້ນລະແມ່ນສິ່ງທີ່ເໝາະກັບຕົນເອງ ເຊັ່ນດຽວກັບການເລືອກສາຍການຮຽນ ເພາະບໍ່ໄດ້ມັກ ຫຼື ສົນໃຈສາຍໃດເປັນພິເສດ ຈຶ່ງປ່ອຍໂຕເອງໄປຕາມກະແສ ບາດຮູ້ສຶກໂຕຕອນທີ່ມັນຊ້າເກີນໄປແລ້ວ.

ນີ້ເປັນພຽງບາງສາເຫດທີ່ມີຜົນຕໍ່ການຕັດສິນໃຈເລືອກສາຍການຮຽນແບບຜິດສາຍຂອງຫຼາຍຄົນ, ໃຜທີ່ບໍ່ພົບບັນຫານີ້ອາດຄິດວ່າມັນເລັກນ້ອຍ ແຕ່ລອງໄປຢືນໃນມຸມຂອງຄົນທີ່ພົບບັນຫານີ້ແທ້ໆ ແລ້ວເຮົາຈະຮູ້ວ່າ ມັນຮູ້ສຶກເສຍດາຍ, ສັບສົນ, ກັງວົນ ແລະ ຕັດສິນໃຈຍາກ ເພື່ອແບ່ງເບົາຄວາມເສົ້າໃຈໃນຈຸດນີ້ເຮົາຄວນເຂົ້າໃຈ ແລະ ໃຫ້ກຳລັງໃຈກັນ ແລະ ກັນ.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.