Saturday, April 26, 2025
Kbank Laos โอน รับ จ่าย

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ, ເມື່ອຕື່ນຂຶ້ນມາກໍບໍ່ໄດ້ອອກກຳລັງກາຍ, ຮ່າງກາຍບໍ່ໄດ້ໃຊ້ພະລັງງານຫຼາຍເທົ່າກັບທີ່ເຮົາກິນອາຫານເຂົ້າໄປ ຊຶ່ງການກິນແບບນີ້ ແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນໄດ້ແນ່ນອນ.

ສຳລັບບາງຄົນທີ່ກິນໂຢເກິດ, ກິນອາຫານເພື່ອສຸຂະພາບ, ອາຫານທີ່ມີແຄລໍຣີ່ຕຳ່ ເຊັ່ນ ຍຳສະຫຼັດ, ໝາກໄມ້, ນົມໄຂມັນຕຳ່ ແລ້ວເຂົ້ານອນ ແລະມັກອອກກຳລັງກາຍຢູ່ສະເໝີ ຄົນແບບນີ້ ກິນແລ້ວນອນອາດບໍ່ອ້ວນກໍໄດ້ ເພາະມີຫຼັກການຫຼຸດຄວາມອ້ວນ.

ແນວໃດກໍຕາມ, ການກິນແລ້ວນອນທັນທີນັ້ນ ບໍ່ພຽງແຕ່ອາດຈະເຮັດໃຫ້ອ້ວນຂຶ້ນເທົ່ານັ້ນ ແຕ່ຍັງມີໄພສຸຂະພາບທີ່ຂ້ອນຂ້າງເປັນຫ່ວງແຖມມານຳອີກ ຊຶ່ງຕໍ່ໄປນີ້ຄື ຄວາມສ່ຽງຕໍ່ໂຣກທາງເດີນລະບົບອາຫານທີ່ຕາມມາມີດັ່ງນີ້:

  1. ໂຣກກົດໄຫຼກັບ: ເກີດຈາກກົດໃນກະເພາະອາຫານໄຫຼກັບຂຶ້ນມາທີ່ຫຼອດອາຫານ ຊຶ່ງກົດເຫຼົ່ານີ້ມີຄວາມເຂັ້ມຂຸ້ນສູງທີ່ສຸດ ເຮັດໃຫ້ເກີດອັນຕະລາຍຕໍ່ຫຼອດອາຫານ ແລະເປືອກໜັງໃນຫຼອດອາຫານທີ່ມີຄວາມບອບບາງ ຈົນເຮັດໃຫ້ເກີດການອັກເສບຕາມມາ. ສະນັ້ນ ພຶດຕິກຳການກິນແລ້ວນອນທັນທີ ຈະເພີ່ມຄວາມສ່ຽງຕໍ່ໂຣກກົດໄຫຼກັບຫຼາຍຂຶ້ນ ເນື່ອງຈາກວ່າ ປົກກະຕິເມື່ອເຮົາກິນອາຫານເຂົ້າໄປ ຮ່າງກາຍຈະຕ້ອງໃຊ້ເວລາໃນການຍ່ອຍອາຫານໃນກະເພາະອາຫານ 2-3 ຊົ່ວໂມງ ຊຶ່ງໃນລະຫວ່າງການຍ່ອຍອາຫານທີ່ວ່ານີ້ ກົດໃນກະເພາະອາຫານຈະຖືກຜະລິດອອກມາຫຼາຍຂຶ້ນ ເພື່ອຍ່ອຍອາຫານທີ່ເຮົາກິນເຂົ້າໄປ ຖ້າຮ່າງກາຍຢູ່ໃນແນວຕັ້ງຊື່ (ໃນທ່ານັ່ງ ຫຼືທ່າຢືນ) ກົດໃນກະເພາະອາຫານ ກໍຈະເຮັດໜ້າທີ່ຍ່ອຍອາຫານຕາມປົກກະຕິ ບໍ່ໄຫຼກັບໄປທາງອື່ນ. ຖ້າເມື່ອໃດທີ່ເຮົາເອນໂຕລົງນອນໃນລະຫວ່າງທີ່ຮ່າງກາຍກຳລັງຍ່ອຍອາຫານ ທ່າເອນນອນລົງໄປນັ້ນລະ ທີ່ເຮັດໃຫ້ກົດໃນກະເພາະອາຫານໄຫຼກັບຂຶ້ນມາທາງຫຼອດອາຫານ ກໍ່ໃຫ້ເກີດອາການແສບຮ້ອນກາງເອິກ ແລະຄວາມເຈັບປ່ວຍອື່ນໆກໍຕາມມາ.
  2. ກິນແລ້ວນອນ ທ້ອງອືດ: ບາງຄົນອາດເຄີຍມີປະສົບການທ້ອງອືດຈາກພຶດຕິກຳກິນແລ້ວນອນທັນທີ ຊຶ່ງອາການທ້ອງອືດເກືອບຈະເກີດຂຶ້ນໃນທັນທີ ທີ່ເອນໂຕລົງນອນກໍໄດ້ ຊຶ່ງມີຄວາມຮູ້ສຶກຄືອາຫານໃນກະເພາະອາຫານໄຫຼມາເຖິງຄໍ, ບາງຄັ້ງອາດເຖິງຂັ້ນຮາກອອກມາເລັກໜ້ອຍກໍເປັນໄດ້ ເພາະວ່າ ຫຼັງຈາກກິນອາຫານ ຮ່າງກາຍຕ້ອງໃຊ້ເວລາໃນການຍ່ອຍອາຫານເຫຼົ່ານັ້ນປະມານ 2 ຊົ່ວໂມງຢ່າງຕຳ່. ດັ່ງນັ້ນ ຖ້າເຮົານອນໃນຂະນະທີ່ທ້ອງກຳລັງຍ່ອຍອາຫານຢູ່ ຄວາມຜິດປົກກະຕິເຫຼົ່ານີ້ ກໍອາດຫຼີກເວັ້ນບໍ່ໄດ້ ເຊັ່ນ ນອນຫຼັບໄປກໍອາດບໍ່ສະບາຍໂຕ ໂດຍສະເພາະຄົນທີ່ຈັດໜັກຈັດເຕັມໃນຄາບແລງກ່ອນເຂົ້ານອນ.
  3. ນອນບໍ່ຫຼັບ: ພຶດຕິກຳກິນແລ້ວນອນທັນທີ ບໍ່ພຽງແຕ່ເຮັດໃຫ້ນອນບໍ່ຫຼັບເທົ່ານັ້ນ ແຕ່ຍັງສົ່ງຜົນໃຫ້ການນອນຫຼັບບໍ່ມີຄຸນນະພາບອີກ ຄື ອາດມີອາການນອນຫຼັບໆຕື່ນໆ, ຝັນຮ້າຍ ຫຼື ຫຼັບບໍ່ແຈບ ເນື່ອງຈາກວ່າ ເຮົານອນໃນຂະນະທີ່ກະເພາະອາຫານຍັງເຮັດໜ້າທີ່ບໍ່ສຳເລັດ. ດັ່ງນັ້ນ ຂະບວນການເຜົາຜານ, ຂະບວນການຍ່ອຍອາຫານດັ່ງກ່າວ ແນວໃດກໍຍັງສົ່ງຜົນໃຫ້ຮ່າງກາຍນອນຫຼັບດີບໍ່ໄດ້ແນ່ນອນ.

ກິນເຂົ້າອີ່ມແລ້ວ ດົນປານໃດຈຶ່ງເຂົ້ານອນໄດ້?

ໄລຍະເວລາທີ່ເໝາະສົມ ລະຫວ່າງການກິນເຂົ້າແລງກັບການເຂົ້ານອນ ຄວນໃຫ້ຫ່າງກັນປະມານ 3 ຊົ່ວໂມງ ແລະເພື່ອໃຫ້ສຸຂະພາບທີ່ດີ ແນະນຳໃຫ້ຍ່າງຫຼິ້ນຈັກ 30 ນາທີ ຫຼັງກິນເຂົ້າອີ່ມແລ້ວ ຫຼື ພະຍາຍາມຊອກກິດຈະກຳທີ່ຮ່າງກາຍໄດ້ເຄື່ອນໄຫວ ເຊັ່ນ ລ້າງຖ້ວຍ, ກວາດເຮືອນ ແລະ ວຽກໃນເຮືອນ ເພື່ອກະຕຸ້ນໃຫ້ການເຮັດວຽກຂອງລະບົບຍ່ອຍອາຫານ ແລະຊ່ວຍໃນການເຜົາຜານ ແຄລໍຣີ່ ແລ້ວຈຶ່ງອາບນຳ້ ແລະເຂົ້ານອນ.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.