Monday, February 10, 2025

9 ສິ່ງທີ່ບໍ່ຄວນເຮັດ! ຫຼັງຈາກກິນເຂົ້າອີ່ມ ເພາະມັນອາດສົ່ງຜົນກະທົບຕໍ່ຮ່າງກາຍ !!

“ເອັນທ້ອງເຄັ່ງ ເອັນຕາກໍຍານ” ຄຳນີ້ແມ່ນປາກົດວ່າທຸຄົນມີພຶດຕິກຳແບບນີ້ຫລາຍ ແລະ ເຊື່ອວ່າ ຫຼັງຈາກທຸກທ່ານຮັບປະທານອາຫານອີ່ມແລ້ວ ກໍອາດຫຼົງເຮັດສິ່ງເລົ່ານີ້ລົງໄປດ້ວຍຄວາມລຶ້ງເຄີຍ ໂດຍລືມຄຳນຶງເຖິງຜົນກະທົບທີ່ຕາມມາ. 

ຊຶ່ງ 9 ສິ່ງຕໍ່ໄປນິ້ ເປັນສິ່ງທີ່ບໍ່ຄວນເຮັດ ຫຼັງຈາກກິນເຂົ້າອີ່ມ

  • ກິນເຂົ້າແລ້ວ ບໍ່ຄວນກິນນ້ຳເຢັນທັນທີ: ຫລັງກິນອາຫານທີ່ລົດຈັດແລ້ວພວກເຮົາມັກຈະກິນນ້ຳເຢັນເພື່ອໃຫ້ອາການເຜັດຮ້ອນນັ້ນເຊົາ ແຕ່ທ່ານຮູ້ບໍ່ວ່າ ການກິນນ້ຳເຢັນທັນທີ ອາດສົ່ງຜົນໃຫ້ ອາຫານທີ່ຫາກໍກິນແຂງຕົວ ແລະ ການຍຍ່ອຍອາຫານຍາກຂຶ້ນ ນອກຈາກນີ້ຍັງເຮັດໃຫ້ຫຼອດເລືອດຫົດໂຕ ທາງທີ່ດີຄວນກິນນ້ຳທີ່ມີອຸນຫະພູມປົກກະຕິ ຫຼື ນ້ຳອຸ່ນ ຈະເຮັດໃຫ້ຮ່າງກາຍເຮັດວຽກໄດ້ດີ.
  • ກິນເຂົ້າອີ່ມແລ້ວ ບໍ່ຄວນນອນທັນທີ: ພຶດຕິກຳນີ້ອາດສົ່ງຜົນກະທົບຕໍ່ກະເພາະ ແລະ ລະບົບ ທໍ່ສົ່ງອາຫານ ເພາະອາດເກີດອາການ “ກົດໄຫຼກັບ” ໄດ້ .
  • ກິນອີ່ມແລ້ວອອກກຳລັງກາຍທັນທີ: ການອອກກຳລັງກາຍຫຼັງກິນເຂົ້າແລ້ວ ໂດຍທີ່ຍັງບໍ່ທັນໄດ້ຮອດ 4ຊົ່ວໂມງ ອາດເຮັດໃຫ້ທ່ານຈຸກ ແລະຮາກໄດ້ ມີອາການບໍ່ສະບາຍທ້ອງ ຢູ່ບໍ່ສະບາຍຕົວ.
  • ກິນເຂົ້າອີ່ມແລ້ວ ບໍ່ຄວນຂັບລົດທັນທີ: ຫນັງທ້ອງຕຶງຫນັງຕາຍານ ເກີດການງ່ວງນອນ ແລະ ຫລັບໃນ  ອາດຊ່ຽງເກີດອຸບັດຕິເຫດໄດ້.
  • ກິນເຂົ້າແລ້ວ ບໍ່ຄວນອາບນ້ຳທັນທີ: ພຶດຕິກຳນີ້ອາດໄປລົບກວນລະບົບຍ່ອຍອາຫານຂອງກະເພາະ ເຮັດວຽກໄດ້ບໍ່ດີເພາະການອາບນ້ຳເຮັເໃຫ້ກະຕຸນການໄຫຼວຽນຂອງເລືອດໄປທົ່ວຮ່າງກາຍລວມເຖີງບໍລິເວນທ້ອງ.
  • ກິນເຂົ້າອີ່ມແລ້ວ ບໍ່ຄວນກິນໝາກໄມ້ທັນທີ: ຮູ້ບໍວ່າການກິນຫມາກໄມ້ທັນທີອາດບໍ່ໄດ້ຮັບສັບພະຄຸນຫຍັງເລີຍ ກະເພາະຂອງພວກເຮົາເມືອມີການສະສົມ ລະຫວ່າງອາຫານ ແລະ ຫມາກໄມ້ ກະເພາະອາດຄວາມຜິດປົກກະຕິ ເຮັດໃຫ້ເກີດ ອາການທ້ອງອືດ ,ກົດໄຫຼຍ້ອນ ແລະນີ້ກໍ່ເປັນອີກສິ່ງທີ່ຄົນເຮົາມັກເຮັດໂດຍບໍ່ຮູ້ໂຕ ເພາະມັນອາດສົ່ງຜົນ້ສຍແກ່ໂຕເຮົາເອງ.
  • ກິນເຂົ້າອີ່ມແລ້ວ ບໍ່ຄວນດື່ມຊາເຂັ້ມຂຸ້ນທັນທີ: ອາດເຮັດໃຫ້ຮ່າງກາຍດູດຊືມອາຫານໄດ້ບໍ່ດີ ໂດຍສະເພາະທາດເຫຼັກ ແລະອາດສ່ຽງສູງທີຈະເກີດໂລກລອດເລືອດໃນຫົວໃຈໄດ້.
  • ກິນເຂົ້າອີ່ມແລ້ວ ບໍ່ຄວນສູບຢາທັນທີ: ປົກກະຕິຢາສູບກໍ່ສົ່ງຜົນບໍ່ດີຕໍ່ຮ່າງກາຍຢູ່ແລ້ວແຕ່ຖ້າທ່ານມີພຶດຕິກຳສູບຢາ ຫລັງຮັບປະທານອາຫານກໍ່ອາດສ່ຽງ ເກີດພະຍາດ ຖົງລົມໃນປອດ ແລະໂລກມະເຮັງ ເພິ່ມຂື້ນໄດ້ຫຼາຍອັດຕາ. 
  • ກິນເຂົ້າອີ່ມໂພດ ຈົນຕ້ອງປົດສາຍແອວ: ພຶດຕິກຳນີ້ສົ່ງຜົນໃຫ້ລຳໄສ້ບໍ່ປົກກະຕິ ແລະອາດສົ່ງຜົນກະທົບໃຫ້ລຳໄສ້ບິດຕົວແລະອຸດຕັນໄດ້. 

 ຮ່າງກາຍຂອງຄົນເຮົາໂດຍປົກກະຕິແລ້ວຄວນປ່ອຍໃຫ້ກະເພາະມີເວລາຍ່ອຍອາຫານສູງສຸດແມ່ນ 4ຊົ່ວໂມງ ຈຶ່ງຈະສົ່ງຜົນດີ ແລະ ມີຮ່າງກາຍທີ່ແຂງແຮງດີ ໂດຍຄວບຄູ່ກັບການປະຕິບັດ 9 ຂໍ້ຂ້າງເທິງນີ້. 

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: