ເວົ້າມາແລ້ວກໍໜ້າເສົ້າໃຈ, ຖ້າລະດັບລາຄາຂອງສິນຄ້າ ແລະ ການບໍລິການທົ່ວໄປ ພາຍໃນປະເທດຍັງສູງຂຶ້ນຕໍ່ຢ່າງເນື່ອງ ແຕ່ມູນຄ່າຂອງເງິນພັດຕໍ່າລົງໄປເລື້ອຍໆ.
ຖ້າເປັນແບບນີ້ ມັນຈະສົ່ງຜົນກະທົບຕໍ່ຫຼາຍດ້ານບໍ່ວ່າຈະເປັນວິຖີການດຳລົງຊີວິດ, ຄ່າຄອງຊີບທີ່ສູງຂຶ້ນ ແລະ ສຳຄັນແມ່ນອາດກ້າວໄປຫາຜົນກະທົບດ້ານຈິດໃຈ ຄົນຈະມີຄວາມກົດດັນ, ຊຶມເສົ້າ ແລະ ຂາດຄວາມສົມດູນໃນການໃຊ້ຊີວິດ.
ສາເຫດທີ່ພາໃຫ້ເງິນເຟີ້ແມ່ນມີຫຼາຍປັດໄຈ ທັງທີ່ເຮົາສາມາດຄວບຄຸມໄດ້ ແລະ ຄວບຄຸມບໍ່ໄດ້, ອີກສາເຫດໜຶ່ງທີ່ຄິດວ່າເປັນປັດໃຈຫຼັກແມ່ນ ການນໍາເຂົ້າສິນຄ້າ ຫຼາຍກວ່າການສົ່ງອອກ ເຮັດໃຫ້ ຂາດດຸນການຄ້າ (ບໍ່ມີເງິນຕາຕ່າງປະເທດພຽງພໍ) ຕໍ່ຄວາມຕ້ອງການຂອງຜູ້ຄົນ ຫຼື ການຊໍາລະສິນຄ້ານໍາເຂົ້າ.
ລອງຖາມຕົວເອງເບິ່ງວ່າ ເຄື່ອງອຸປະໂພກ-ບໍລິໂພກ ໃນເຮືອນເຮົາ ມີອັນໃດແດ່ທີ່ເປັນສິນຄ້າຂອງລາວເຮົາຜະລິດເອງ? ຮ້ານເຟີ-ເຂົ້າປຽກ ຫຼື ອາຫານຮ້ານອາຫານທົ່ວໄປ ພາຍໃນບ້ານ, ເມືອງ ແລະ ແຂວງຂອງທ່ານ ມີເຄື່ອງປຸງແຕ່ງອາຫານ ໃດແດ່ທີ່ made in Lao? ຜູ້ປະກອບການຮ້ານຄ້າຂາຍຍົກ-ຂາຍຍ່ອຍ ໄດ້ເປັນຕົວແທນຈໍາໜ່າຍ ຫຼື ວາງຂາຍສິນຄ້າລາວ ພາຍໃນຮ້ານ ຄິດເປັນຈັກເປີເຊັນ ຂອງສິນຄ້າທັງໝົດ?
ແລ້ວເຈົ້າເອງເດ ມີຄວາມເຊື່ອໝັ້ນ ຕໍ່ສິນຄ້າ ຫຼື ຜະລິດຕະພັນພາຍໃນ ຫຼາຍ-ໜ້ອຍ ຊໍ່າໃດ ເມື່ອທຽບໃສ່ສິນຄ້າ ປະເພດດຽວກັນ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ? ແລະ ໄດ້ລອງເປີດໃຈໃຊ້ສິນຄ້າລາວແລ້ວ ຫຼື ບໍ່? ຫຼາຍຄົນກໍອາດຈະຕອບວ່າບໍ່…
ແລ້ວມັນຈະດີບໍ? ຖ້າເຮົາຊ່ວຍກັນສົ່ງເສີມ ແລະ ພັດທະນາຜະລິດຕະພັນ ສິນຄ້າລາວເຮົາ ໃຫ້ມີຄຸນນະພາບ, ເປັນທີ່ຍອມຮັບຂອງຄົນພາຍໃນປະເທດ ແລະ ສາກົນ ສາມາດສົ່ງອອກໄດ້ ພ້ອມທັງຄົນລາວເຮົາ ກໍຊ່ວຍກັນຫັນມາຊົມໃຊ້ສິນຄ້າ-ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ; ຫຼຸດຜ່ອນນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນຈາກຕ່າງປະເທດ ໃຫ້ສົມຄໍາເວົ້າທີ່ວ່າ: “ລາວເຮັດ ລາວໄດ້ ລາວໃຊ້ ລາວຈະເລີນ”
ໂດຍ: Tamon