Thursday, May 15, 2025
Kbank Laos โอน รับ จ่าย

ຮ່າງກາຍຂອງທ່ານ ສົ່ງສັນຍານເຕືອນແລ້ວ ຫຼືຍັງ?

ບັນຫາສຸຂະພາບບໍ່ເຂົ້າໃຜອອກໃຜ ຖ້າເຮົາເບິ່ງແຍງສຸຂະພາບດີຄວາມເຈັບປ່ວຍກໍຈະມາຫາເຮົາຊ້າ ແຕ່ຖ້າປ່ອຍປະລະເລີຍບັນຫາສຸຂະພາບກໍຈະເກີດຂຶ້ນກັບເຮົາໄວ. ຕໍ່ໄປນີ້ ແມ່ນສັນຍານເຕືອນຂອງຮ່າງກາຍວ່າເຮົາເລີ່ມສຸຂະພາບບໍ່ດີ:

  1. ເວລາເຮັດວຽກຮູ້ສຶກຫິວນອນຕະຫຼອດ ແຕ່ເມື່ອເຖິງເວລານອນຊຳ້ພັດນອນບໍ່ຫຼັບ.
  2. ຮູ້ສຶກອ່ອນເພຍໄປເໝິດ ບໍ່ວ່າຈະເຮັດຫຍັງກໍຕາມ.
  3. ຫງຸດຫງິດ ໃຈຮ້າຍ ວິຕົກກັງວົນ ບໍ່ມີອາລົມມ່ວນຊື່ນ ແລະສັບສົນທາງຄວາມຄິດ.
  4. ເບິ່ງໄປທາງໃດກໍຮູ້ສຶກເບື່ອໄປເໝິດ.
  5. ຮ່າງກາຍປ່ຽນແປງ ໜ້າທ້ອງໂຊ່ນອອກມາ ແອວຂະຫຍາຍອອກ.
  6. ເມື່ອນັ່ງຫຼັງຊື່ ຢຽດຂາຕຶງໄປທາງໜ້າ ບໍ່ສາມາດກົ້ມໂຕໄປໃຫ້ປາຍນິ້ວມືແຕະເຖິງປາຍຕີນໄດ້.
  7. ຄວາມດັນເລືອດ, ໄຂມັນ ຫຼືລະດັບນຳ້ຕານໃນເລືອດສູງ.
  8. ໄດ້ຍິນສຽງດັງເວລາເຄື່ອນໄຫວຮ່າງກາຍ ແລະຮູ້ສຶກໄດ້ວ່າ ຂໍ້ຕໍ່ສ່ວນຕ່າງໆຍືດຕິດຂັດ
  9. ເຈັບປ່ວຍເລື້ອຍໆ.
  10. ນຳ້ໜັກຫຼາຍຂຶ້ນກວ່າປົກກະຕິຕັ້ງແຕ່ 10 ກິໂລກຣາມ.

ຖ້າຮ່າງກາຍທ່ານ ເລີ່ມມີສັນຍານເຕືອນຄືດັ່ງຂ້າງເທິງນີ້ ແຖມເຮົາບໍ່ມັກອອກກຳລັງກາຍ ກໍຮີບປະຕິບັດ ແລະ ໝັ່ນຫຍັບຍ້າຍຮ່າງກາຍເລື້ອຍໆ ເພື່ອເຮັດໃຫ້ຮ່າງກາຍແຂງແຮງຂຶ້ນ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້