Friday, March 21, 2025

ເປັນຫຍັງ ຄົນລາວຈຶ່ງບໍ່ມັກໃຊ້ສິນຄ້າລາວ?

“ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ” ຄຳເວົ້ານີ້ ມັນມີມາແຕ່ກດົນແລ້ວ ແຕ່ປັດຈຸບັນຮູ້ສຶກວ່າ ມີແຕ່ລາວເຮັດ ແຕ່ລາວບໍ່ໃຊ້ ເຫດຜົນຍ້ອນຫຍັງແທ້? ແນ່ນອນທຸກຄົນມີເຫດຜົນຂອງຕົນເອງ; ມື້ນີ້ເຮົາຈະມາແບ່ງປັນບາງເຫດຜົນທີ່ຄົນລາວບໍ່ມັກໃຊ້ສິນຄ້າລາວຍ້ອນຫຍັງ! ເລີ່ມຈາກ:

  • ຄ່ານິຍົມ: ຄົນລາວຈຳນວນບໍ່ນ້ອຍທີ່ໄດ້ຮັບອິດທິພົນຈາກສື່ ຈາກການສັ່ງສອນ ຫຼື ຈາກຄົນອ້ອມຂ້າງ ຄອບຄົວບອກສອນສະເໝີວ່າ ສິນຄ້າຈາກຕ່າງປະເທດເປັນສິນຄ້າທີດີມີຄຸນນະພາບ ບວກກັບໂຄສະນາທີ່ມີຫຼາຍແຮງ ແຕ່ກົງກັນຂ້າມກັບສິນຄ້າລາວເກືອບຈະບໍ່ເຫັນເລີຍ.
  • ສິນຄ້າລາວຍັງມີບໍ່ຫຼາຍ: ເນື່ອງຈາກສິນຄ້າລາວມີຈຳນວນບໍ່ຫຼາຍ ແລະ ບໍ່ທັນມີຄົບຕາມຄວາມຕ້ອງການຂອງຜູ້ຊົມໃຊ້ ເມື່ອເວລາທີ່ເຂົາຕ້ອງການອາດບໍ່ມີ ກໍເລີຍເລືອກຊື້ສິນຄ້ານຳເຂົ້າທີ່ມີຫຼາຍ ແລະ ຫາຊື້ໄດ້ງ່າຍກວ່າ.
  • ລາຄາສູງກວ່າສິນຄ້ານຳເຂົ້າ: ສິນຄ້າລາວສ່ວນຫຼາຍຍັງເປັນທຸລະກິດຂະໜາດນ້ອຍ, ການຜະລິດຍັງມີຈຳນວນໜ້ອຍຕົ້ນທຶນຈະສູງ, ໃນຕ່າງປະເທດ ຫຼື ຜູ້ຜະລິດລາຍໃຫຍ່ເຂົາເຈົ້າຊື້ວັດຖຸດິບໃນຈຳນວນຫຼາຍເລີຍມີອຳນາດຕໍ່ລອງລາຄາ, ໃຊ້ເຄື່ອງຈັກເຮັດ ດັ່ງນັ້ນ, ຈຶ່ງໄດ້ປຽບເລື່ອງຂາຍລາຄາຕ່ຳ, ສ່ວນຄົນລາວຜະລິດແມ່ນ ຊື້ວັດຖຸດິບບໍ່ຫຼາຍເພາະໂຮງງານບໍ່ແມ່ນແບບອຸດສາຫະກຳໃຫຍ່ ບາງຂັ້ນຕອນບໍ່ມີເງິນຊື້ເຄື່ອງຈັກ, ຕ້ອງໃຊ້ຄົນ, ໃຊ້ມືເຮັດ ຈຶ່ງຜະລິດໄດ້ຊ້າ, ໄດ້ໜ້ອຍ ຈຶ່ງຈຳເປັນຕ້ອງຂາຍໃນລາຄາແພງ.
  • ຄຸນນະພາບບໍ່ຄ່ອຍດີ: ອັນທີ່ຈິງສິນຄ້າລາວກໍ່ມີຄຸນນະພາບໃນລະດັບໜຶ່ງ ພຽງແຕ່ວ່າການນຳເຂົ້າສິນຄ້າຫຼາຍກວ່າການຜະລິດ ແລະ ຊົມໃຊ້ເອງພາຍໃນ ເລີຍເຮັດໃຫ້ ບໍ່ມີຄົນຊົມໃຊ້ສິນຄ້າລາວຫຼາຍເທົ່າທີ່ຄວນ ເພາະຄົນສ່ວນຫຼາຍອາດຈະປຽບທຽບລາຄາ ແລະ ຄຸນນະພາບກັບສິນຄ້າທີ່ນຳເຂົ້າ.
  • ການອອກແບບ ການຫຸ້ມຫໍ່ຍັງບໍ່ງາມ: ຈຸດນີ້ກໍເຫັນຫຼາຍຄົນຈົ່ມວ່າ ສິນຄ້າລາວບາງອັນກໍເບິ່ງຄືຂອງກັອບປີເພາະໂລໂກ ຫຼື ການອອກແບບເຈ້ຍຫຸ້ມຫໍ່ນັ້ນບໍ່ທັນສະໄໝ, ບາງສິນຄ້າກໍບໍ່ໜ້າດຶງດູດ ເຂົ້າບໍ່ເຖິງກຸ່ມລູກຄ້າ ເຮັດໃຫ້ບໍ່ສະດຸດຕາ ແລະ ບໍ່ຢາກຄິດທີ່ຈະຊື້ມາຊົມໃຊ້.
  • ຂາດການໂຄສະນາ ແລະ ການສົ່ງເສີມເທົ່າທີ່ຄວນ: ເລື່ອງການໂຄສະນາເປັນສິ່ງສຳຄັນແທ້ໆ ຄົນຈະນຳໃຊ້ກໍຕໍ່ເມື່ອມັນເປັນທີ່ຮູ້ຈັກກ່ອນ ສື່ ຫຼື ຄົນທີ່ຜະລິດເອງກໍຍັງຂາດເລື່ອງການນຳສະເໜີ ໂປໂໝດໃຫ້ເຂົ້າເຖິງທຸກກຸ່ມລູກຄ້າ ເພາະບາງຄົນບໍ່ຮູ້ເລີຍວ່າສິນຄ້າລາວມີຫຍັງແດ່ ໂດຍສະເພາະແມ່ນໄວໜຸ່ມ.

ນີ້ກໍເປັນພຽງບາງເຫດຜົນທີ່ຍົກມາເວົ້າສູ່ກັນຟັງວ່າເປັນຫຍັງຄົນລາວຈຶ່ງບໍ່ມັກໃຊ້ສິນຄ້າລາວ ບາງທີ່ບໍ່ແມ່ນວ່າບໍ່ມັກໃຊ້ ແຕ່ບໍ່ຮູ້ວ່າຈະໃຊ້ຫຍັງຫຼາຍກວ່າ, ຫາກວ່າ ລອງຫຼຸດຜ່ອນການນໍາເຂົ້າສິນຄ້າບາງຊະນິດ, ສົ່ງເສີມການຜະລິດ ແລະ ຊົມໃຊ້ເອງພາຍໃນ ກໍອາດຈະຊ່ວຍໃຫ້ສິນຄ້າລາວພັດທະນາຄຸນນະພາບ ແລະ ເປັນທີ່ນິຍົມຊົມຊອບຫຼາຍຂຶ້ນໄດ້.

ໂດຍ: Tamon

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່