Thursday, March 20, 2025

“ຢຸດຄິດວ່າ” ການຄຸກຄາມທາງເພດເປັນເລື່ອງທຳມະດາ

ປະເດັນທີ່ສັງຄົມອອນລາຍກຳລັງກ່າວເຖິງກັນຮ້ອນແຮງໃນຕອນນີ້ກໍຄົງບໍ່ພົ້ນຄຳວ່າ sexual harassment ຫຼື ການຄຸກຄາມທາງເພດ “ການຄຸກຄາມທາງເພດບໍ່ແມ່ນເລື່ອງຕະຫຼົກ ແລະ ບໍ່ແມ່ນເລື່ອງທຳມະດາທີ່ເກີດຂຶ້ນແລ້ວໆໄປ”

ໜ້າເສົ້າທີ່ເວລາຄົນທີ່ຖືກກະທຳ ຫຼື ຕົກເປັນເຫຍື່ອສ່ວນຫຼາຍຈະແມ່ນ ແມ່ຍິງ-ເດັກນ້ອຍ ແລະ ຄົນສ່ວນຫຼາຍກໍມັກຈະຖືກສັງຄົມຕັ້ງຄຳຖາມຫຼາຍກວ່າຜູ້ກະທຳ(ຄົນຜິດ) ເຊິ່ງເຮັດໃຫ້ເຫຍື່ອທີ່ຖືກກະທຳເລືອກທີ່ຈະອົດທົນ, ບໍ່ກ້າບອກຄົນອ້ອມຂ້າງເພາະຮູ້ສຶກອັບອາຍ, ຢ້ານກົວ ແລະ ຈິດຕົກ ມີບັນຫາໃນການນອນຫຼັບ, ຊຶມເສົ້າ, ຮູ້ສຶກບໍ່ປອດໄພ ລວມທັງສາມາດສົ່ງຜົນກະທົບຕໍ່ການຮຽນ, ການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນນຳອີກ.

ປັດຈຸບັນ ການຄຸກຄາມທາງເພດມີຫຼາຍຮູບແບບບໍ່ວ່າຈະເປັນ:

  • ຄຸກຄາມທາງຮ່າງກາຍ: ອາດຈະຖືກອີກຝ່າຍກະທຳອານາຈານເຊັ່ນ: ການສໍາພັດໂຕ, ກອດ, ຫອມ, ຈູບ ແລະ ຂືນໃຈໂດຍທີ່ຜູ້ຖືກກະທຳບໍ່ຍິນຍອມ.
  • ຄຸກຄາມດ້ວຍສາຍຕາ: ໃຊ້ສາຍຕາເບິ່ງອະໄວຍະວະຮ່າງກາຍ, ໜ້າເອິກ, ກົ້ນ ຫຼື ການໃຊ້ສາຍຕາທ່າທາງທີ່ມີຈຸດປະສົງຊື່ໄປເຖິງເລື່ອງເພດ ຈົນເຮັດໃຫ້ຜູ້ຖືກກະທຳຮູ້ສຶກຢ້ານ, ອຶດອັດ ແລະ ບໍ່ສະບາຍໃຈ.
  • ຄຸກຄາມຜ່ານການໃຊ້ວາຈາ ຫຼື ຄຳເວົ້າ: ໃຊ້ຄໍາເວົ້າມີລັກສະນະທາງເພດ, ເວົ້າເຖິງຮູບຮ່າງ ຫຼື ອະໄວຍະວະຂອງຜູ້ອື່ນ ຫຼື ນຳມາເປັນມຸກຕະຫຼົກຊວນຫົວໂດຍທີ່ຜູ້ກະທຳຮູ້ສຶກອຶດອັດໃຈ.
  • ຄຸກຄາມໂດຍຜ່ານການສົ່ງຂໍ້ຄວາມທາງໂທລະສັບ ຫຼື ທາງອອນລາຍ: ການໃຊ້ຄໍາເວົ້າທີ່ເຂົ້າຄ່າຍລາມົກ, ອານາຈານ, ການເວົ້າເຖິງເລື່ອງເພດສຳພັນ ລວມໄປເຖິງການສົ່ງຮູບພາບໂປ້ເປືອຍ ຫຼື ອະໄວຍະວະເພດໂດຍຜ່ານຂໍ້ຄວາມທາງ social media ໃຫ້ຜູ້ອື່ນ.
  • ການເປີດເຜີຍຂອງສະຫງວນ: ການເປືອຍຮ່າງກາຍ ຫຼື ເປີດເຜີຍອະໄວຍະວະເພດໃນທີ່ສາທາລະນະຕ່າງໆ ຫຼື ການຊ່ວຍໂຕເອງໃຫ້ຜູ້ອື່ນເຫັນຖືວ່າເປັນການຄຸກຄາມທາງເພດອີກຢ່າງໜື່ງ.

ຄວາມຈິງແລ້ວ ບໍ່ວ່າຈະເປັນການຄຸກຄາມທາງໃດມັນກໍບໍ່ແມ່ນເລື່ອງທີ່ດີ ຢ່າຄິດວ່າມັນເປັນເລື່ອງຕະຫຼົກ, ເປັນເລື່ອງທຳມະດາທີ່ເກີດຂຶ້ນທົ່ວໄປ ມັນຄວນໝົດໄປ ແລະ ບໍ່ຄວນມີເພດໃດຖືກລ່ວງລະເມີດ ຫຼື ຖືກຄຸກຄາມທາງເພດ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່