Friday, April 18, 2025

ກວດເບິ່ງອາການເປັນ​ມະ​ເຮັງດ້ວຍໂຕເອງ

​​ມະ​ເຮັງ ​ເປັນ​ພະຍາດ​ທີ່​ອັນຕະລາຍ ​ໂດຍເຮົາບໍ່​ສາມາດຮູ້​ວ່າ ມັນຈະ​ເກີດ​ຂຶ້ນ​ກັບ​ເຮົາ​ຕອນ​ໃດ. ແຕ່ວ່າ ພວກ​ເຮົາ​ມີ​ວິທີ​ສັງ​ເກດ​ອາການ​ເບື້ອງ​ຕົ້ນ​ຂອງມະ​ເຮັງ 14 ຊະນິດ​ ມາ​ໃຫ້ທ່ານ​ຮູ້.

1. ມະເຮັງປາກມົດລູກ: ຈະ​ມີ​ເລືອດ​ອອກ​ຈາກ​ຊ່ອງ​ຄອດ ເຖິງແມ່ນວ່າ ​ບໍ່​ແມ່ນ​ເວລາ​ຮອບ​ເດືອນ​ປົກກະຕິຂອງ​ທ່ານ, ຈະມີອາການ​ເຈັບ ​ແລະ ມີ​ເລືອດ​ອອກ ຫຼັງ​ຈາກ​ມີ​ເພດ​ສຳພັນ.

2. ມະເຮັງໃນມົດລູກ: ​ມີ​ເລືອດ​ອອກ​ຫຼັງ​ການ​ມີ​ເພດ​ສຳພັນ, ບາງ​ຄົນ​ອາດ​ມີ​ຄວາມ​ຮູ້ສຶກ​ວ່າ​ ມີ​ກ້ອນ​ຊີ້ນ ຫຼື ມີ​ອາຫານ​ບວມ​ຢູ່​ໃນ​ຊ່ອງ​ທ້ອງ.

3. ມະເຮັງຮັງໄຂ່: ​ປະຈຳ​ເດືອນ​ມາ​ບໍ່​ປົກກະຕິ ຫຼື ມີ​ອາການ​ເຈັບ​ປວດ​ຫຼັງ​ຈາກ​ມີ​ເພດ​ສຳພັນ, ມີ​ບັນຫາ​ກ່ຽວ​ກັບ​ລຳ​ໄສ້, ທ້ອງ​ອືດ​ເນື່ອງ​ຈາກອາຫານ​ບໍ່​ຍ່ອຍ, ນໍ້າໜັກ​ຫຼຸດ​ລົງ ​ແລະ ມີ​ອາການ​ປວດ​ຫຼັງ.

4. ມະເຮັງໃນເມັດເລືອດ (ລູຄີເມຍ): ​ເມື່ອຍ​ງ່າຍ, ຕົນ​ໂຕ​​ເຫຼືອງຈືດກວ່າ​ປົົກກະຕິ ມັກ​ເກີດ​ອາການ​ຊໍ້າ​ງ່າຍ​ຕາມ​ຜິວໜັງ ຫຼື ມີ​ເລືອດ​ອອກ​ທາງ​ຜິວໜັງ​ໄດ້​ງ່າຍ​ໂດຍ​ທີ່​ບໍ່ຮູ້​ສາຍ​ເຫດ ຊຶ່ງ​ມັກ​ຈະ​ເກີດ​​ຮ່ວມ​ກັບອາການປວດ​ຕາມ​ຂໍ່ຕ່າງໆ​ທົ່ວຮ່າງກາຍ ບາງ​ເທື່ອ​ຈະ​ມີ​ອາການ​ທ້ອງ​ອືດ ​ເມື່ອ​ຄຳ​ເບິ່ງ​ອາດ​ຈະ​ພົບ​ວ່າ​ ມີ​ກ້ອນ​ບວມ​ທີ່​ທາງ​ດ້ານ​ຊ້າຍ​ຂອງ​ຊ່ອງ​ທ້ອງ.

5. ມະເຮັງປອດ: ​ໄອ​ຢູ່​ເລື້ອຍໆ ມີ​ເລືອດ​ອອກ ​ແລະ ມີ​ຂີ້ກະ​ເທີ່​ປົນ​ມາ​ກັບ​ນຳ້ລາຍ, ນຳ້ໜັກ​ໂຕ​ຫຼຸດ​ລົງ​ໄວ, ​ເຈັບ​ໜ​້າ​ເອິກ ​ແລະ ຫາຍ​ໃຈ​ຍາກ ຫຼື ອາດ​ຈະ​ມີ​ອາການ​ຫອບ​ປະ​ປົນ​ຢູ່​ນຳທັ້ງໆ​ທີ່​ບໍ່​ເຄີຍ​ເປັນມາ​ກ່ອນ.

6. ມະເຮັງຕັບ: ມີ​ອາການ​ປວດ​ໃນ​ຊ່ອງ​ທ້ອງ,​​ເບື່ອ​ອາຫານ, ນຳ້ໜັກ​ລຸດ, ຕາ ​ແລະຜິວ​ສີ​ເຫຼືອງ ​ແລະ​ເຫຼືອງ​ຈົນ​ເຫັນ​ຈະແຈ້ງ.

7. ມະເຮັງພົກຍ່ຽວ: ອາການ​ຈະ​ມີ​ເລືອດ​ປົນ​ອອກ​ມາ​ກັບ​ປັດ​ສາ​ວະ​ທີ່​ຂັບ​ຖ່າຍ​ອອກ​ມາ.

8. ມະເຮັງສະໝອງ: ​ເຈັບ​ຫົວ​ດົນໆ ​ແລະ ມັກ​ມີ​ອາການ​ອື່ນ​ຮ່ວມ​ຢູ່​ນຳ ​ເຊັ່ນ: ຈາມ ຫຼື ຄວາມ​ສາມາດ​ໃນ​ການ​ເບິ່ງ​ເຫັນ​ຜິດ​ປົກກະຕິ ອາດ​ຈະ​ເຫັນ​ເປັນ​ແສງ​ຂຽວໆ ​ແດງໆ ລອຍ​ໄປມາ​ເວລາ​ເຈັບຫົວ, ອ່ອນ​ເພຍບໍ່​ມີ​ແຮງ, ​ເປັນ​ລົມ​ໂດຍ​ກະທັນຫັນ, ອະ​ໄວ​ຍະ​ວະ​ບາງ​ສ່ວນ​ຢຸດ​ເຮັດ​ວຽກ ​ເຊັ່ນ ​ມຶນ​ຊາຕາ​ມຕົນ​ໂຕ ຫຼື ​ເປັນ​ອຳມະພາດ​ຊົ່ວຄາວ. ທ່ານ​ຄວນລະວັງ​ເປັນ​ພິ​ເສດ ຖ້າ​ເຄີຍ​ມີ​ປະຫວັດການ​ເຈັບ​ຫົວ​ທີ່​ມີ​ອາການ​ເຫຼົ່າ​ນີ້​ປະກອບ​ຢູ່​ນຳ.

9. ມະເຮັງຊ່ອງປາກ: ​ມີກ້ອນ​ບວມ​ຢູ່​ໃນ​ປາກ ຫຼື ລີ້ນ​ເປັນ​ເວລາ​ດົນ ມີ​ບາດ​ແຜ​ເປື່ອຍ​ທີ່​ປາກ​ທີ່​ບໍ່​ໄດ້​ຮັບ​ການ​ຮັກສາ ຫຼື ​ເປັນ​ແຜ​ຊຳ​ເຮື້ອ​ຢູ່​ທີ່​ເຫືອກ ​ເນື່ອງ​ຈາກ​ການ​ກົດ​ທັບ​ຂອງ​ແຂ້ວ​ປອມ​ທີ່​ໃສ່​ໄວ້​ເປັນ​ປະຈຳ ຫຼື ​ເປັນ​ເວລາ​ດົນ.

10. ມະເຮັງລຳຄໍ: ມີ​ອາການ​ສຽງ​ແຫບ​​ທັນທີ ​ແລະມີ​ກ້ອນ​ບວມ​ຂຶ້ນ​ ຊຶ່ງ​​ເຮັດ​ໃຫ້​ຮູ້ສຶກ​ວ່າ ​ກືນ​ອາຫານ​ຍາກ ຫຼື ມີ​ການ​ຂະຫຍາຍ​ຂອງ​ຕ່ອມ​ໃນ​ລຳ​ຄໍ​ທີ່​ໃຫຍ່​ຂຶ້ນ ​ຈົນ​ສາມາດ​ຈັບ ​ແລະຮູ້ສຶກ​ໄດ້.

11. ມະເຮັງໃນກະເພາະອາຫານ: ​ນໍ້າໜັກ​ລົງ​ຢ່າງ​ໄວວາ, ຈາມອອກ​ມາ​ເປັນ​ເລືອດ, ທ້ອງ​ອືດ ຫຼື ອາຫານ​ບໍ່​ຍ່ອຍ. ຖ້າ​ເປັນ​ຕະຫຼອດ​ຈະ​ຮູ້​ສຶກວ່າ ​ຄື​ມີ​ກ້ອນ​ຊີ້ນ​ປົ່ງ​ອອກ​ມາ​ໃນ​ຊ່ອງ​ທ້ອງ.

12. ມະເຮັງຊວງເອິກ: ​ມີ​ເລືອດ​ ຫຼື ມີ​ຂອງ​ແຫຼວ​ບາງ​ຢ່າງ​ໄຫຼ​ອອກມາ​ຈາກ​ຫົວນົມ, ມີ​ອາການ​ບວມ ຫຼື ຜິວ​ຕາມ​ຊວງ​ເອິກ​ໜາ​ຂຶ້ນ, ມີ​ກ້ອນບວມ​ຂຶ້ນ​ມາ​ຈົນ​ຈັບ​ໄດ້​ເມື່ອ​ຄຳ​ເບິ່ງ​ບໍລິ​ເວນ​ກ້ອງ​ຮັກ​ແຮ້​, ບາງ​ຄັ້ງ​ອາດ​ຈະ​ມີ​ຕຸ່ມ ຫຼື ສິວ​ເກີດ​ຂຶ້ນທີ່​ເຕົ້ານົມ​ເປັນ​ເວລາ​ດົນ. ​ແມ່ຍິງ 9 ​ໃນ 10 ຄົນ ​ຈະ​ມີ​ອາການ​ບວມ​ຂອງ​ກ້ອນ​ຊີ້ນ​ບໍລິ​ເວນ​ຊວງ​ເອິກ ​ໂດຍ​ທີ່​ບໍ່​ຮູ້​ສາຍ​ເຫດ ​ເມື່ອ​ມີ​ອາຍຸ​ຫຼາຍ​ຂຶ້ນ ​ເນື່ອງ​ຈາກ​ການ​ປ່ຽນ​ແປງ​ຮໍ​ໂມນ ​ເຮັດ​ໃຫ້​ເກີດ​ເປັນ​ຖົງ​ນຳ ​ກ້ອງ​ຜິວໜັງ​ທີ່​ເອີ້ນ​ວ່າ: ຊີສ (Cysts) ຊຶ່ງ​ຄວນຄົ້ນ​ຫາ​ສາເຫດ​ຂອງ​ການ​ບວມ​ນັ້ນ​ໃຫ້​ຊັດ​ເຈນ ​ກ່ອນ​ວ່າ​ມັນ​ແມ່ນ​ຫຍັງ​ກັນ​ແທ້.

13. ມະເຮັງລຳໄສ້: ​ນໍ້າໜັກ​ໂຕ​ຫຼຸດ​ລົງ​ຢ່າງ​ໄວ, ​ເຈັບທ້ອງ ​ແລະ ລະບົບ​ການ​ຍ່ອຍ​ຜິດ​ປົກກະຕິ, ມີ​ເລືອດ​ອອກ​ປົນ​ມາ​ກັບ​ອາຈົມ. ​ມີ​ວິທີ​ສັງ​ເກດ​ຂອງ​ຜູ້​ທີ່​ມີ​ອາການ​ກ່ຽວ​ກັບ ລິດສະ​ດວງ​ທະວານ​ຢູ່​ແລ້ວ ​ຄື ​ຖ້າ​ໃຊ້​ເຈ້ຍອະນາໄມ​ເຊັດ ​ແລ້ວ​ເລືອດ​ມີ​ສີ​ແດງ​ສົດ ​ນັ້ນ​ຄື ​ອາການ​ຂອງລິດສະ​ດວງ​ທະວານ, ​ແຕ່​ຖ້າ​ເລືອດ​ມີ​ສີດຳ​ຄໍ້າ ນັ້ນ​ຄື ​ອາການ​ຂອງ​ມະ​ເຮັງ​ໃນ​ລຳ​ໄສ້.

14. ມະເຮັງຕ່ອມນໍ້າເຫຼືອງ: ​ມີ​ກ້ອນ​ບວມ​ເກີດ​ຂຶ້ນ​ທີ່​ກ້ອງ​ຂີ້​ແຮ້ ຫຼື ກ້ອງຂາ​ໜີບ ​ໂດຍ​ສະ​ເພາະ​ຖ້າ​ບໍ່​ໄດ້​ເກີດ​ອາການ​ຕິດ​ເຊື້ອ​ໃນ​ບາງ​ສ່ວນ​ຂອງ​ຮ່າງກາຍ ​ແລະມີ​ອາການ​ບາດ​ແຜ​ເປື່ອຍ​ໂພງ ​ທີ​່ບໍ່​ໄດ້​ຮັບ​ການ​ປິ່ນປົວ​ເປັນ​ເວລາ​ດົນ ຈົນ​ເຮັດ​ໃຫ້​ຂີ້​ແມງວັນ ຫຼື ຂີ້ກະຕອດ​ໃຫຍ່​ຂຶ້ນ​ ​ແລະ ມີ​ການ​ປ່ຽນ​ສີ, ປ່ຽນຮູບ​ຮ່າງ, ປ່ຽນຂະໜາດ. ນອກຈາກ​ນັ້ນ​ ອາການ​ອັນຕະລາຍ​ອີກ​ຢ່າງ​ໜຶ່ງ​ທີ່​ເອີ້ນ​ວ່າ ​ເມ​ລາ​ໂນ​ມາ (Melanoma) ຄື​ ຊີ້ນ​ປົ່ງ​ທີ່​ປະກອບ​ດ້ວຍ​ຈຸລັງທີ່​ມີ ​ເມ​ລາ​ນິນ ສະ​ສົມ​ຢູ່ ​ເຊັ່ນ: ຈຸດ​ດ່າງ ຫຼື ຂີ້​ແມງວັນ. ຖ້າ​ຫາກ​ທ່ານ​ມີ​ຂີ້​ແມງວັນ​ຫຼາຍ​ກວ່າ 50 ​ເມັດ​ທົ່ວ​ຮ່າງກາຍ ຫຼື ມີ​ຄົນ​ໃນ​ຄອບຄົວ​ມີ​ປະຫວັດ ກໍ​ອາດ​ມີ​ໂອກາດ​ເປັນ​ມະ​ເຮັງ​ຕ່ອມ​ນຳ້​ເຫຼືອງ​ໄດ້.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.