Saturday, April 26, 2025
Kbank Laos โอน รับ จ่าย

“ສວນໄຜ່ພັນກໍ” ສະຖານທີ່ອະນຸລັກຜ້າ ແລະ ວີຖີຊີວິດຂອງຄົນລາວ

“ສວນໄຜ່ພັນກໍ” ຄືຊື່ຂອງສະຖານທີ່ແຫ່ງໜຶ່ງ ຕັ້ງຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ເປັນສະຖານທີ່ອັນເຕັມໄປດ້ວຍຫຼັກຖານທີ່ສະແດງເຖິງຄວາມຫຼາກຫຼາຍ ແລະ ຄວາມອາດສາມາດໃນການປະດິດຄິດແຕ່ງຂອງຄົນລາວ. ໂດຍພາຍໃນສວນໄຜ່ພັນກໍນີ້ ມີຫໍແຖນແຕ່ງ, ພິພິດຕະພັນຜ້າ ແລະ ເຄື່ອງຫັດຖະກຳ ທີ່ເກັບຮັກສາໄວ້ເຊິ່ງຜ້າ, ແພ ແລະ ເຄື່ອງນຸ່ງຫົ່ມ ທີ່ຖືກປະດິດຄິດແຕ່ງຂຶ້ນໃນຫຼາຍຍຸກສະໄໝ ໂດຍຫຼາກຫຼາຍກຸ່ມຄົນ ແລະ ຕໍ່າດ້ວຍຫຼາກຫຼາຍວີທີການ. ນອກນັ້ນ, ຍັງມີໂຮງກວຽນ ທີ່ເກັບຮັກສາບັນດາວັດຖຸສິ່ງຂອງຕ່າງໆທີ່ກ່ຽວພັນກັບວິຖີຊີວິດ, ຮີດຄອງປະເພນີ ແລະ ມູນເຊື້້ອວັດທະທຳອັນດີງາມຂອງຊາດລາວ.

ທ່ານນາງ ດວງເດືອນ ບຸນຍາວົງ ນັກກະວີເຈົ້າຂອງລາງວັນຊີໄຣ ປີ 2006 ທີ່ມີນາມປາກກາວ່າ ດອກເກດ ເປັນລູກສາວຂອງທ່ານອາຈານ ມະຫາສີລາ ວິລະວົງ ວິລະບຸລຸດລາວຜູ້ເຄີຍສ້າງສັນ ແລະ ປົກປັກຮັກສາວັນນະກຳຂອງຊາດລາວ  ຄືເຈົ້າຂອງສະຖານທີ່ອັນມີຄຸນຄ່າທາງຈິດໃຈແຫ່ງນີ້. ໂດຍໃນງານເປີດໂຕ ແລະ ສະຫຼອງປຶ້ມໂຮມກະວີ  “ພາຄຶດ ພາຝັນ” ຜົນງານລ່າສຸດຂອງນັກກະວີ ດອກເກດ ທີ່ຈັດຂຶ້ນໃນວັນທີ 29 ມິຖຸນາ 2024 ທີ່ສວນໄຜ່ພັນກໍ. ທ່າມກາງຄວາມຍິນດີ, ທ່ານນາງ ດວງເດືອນ ບຸນຍາວົງ ໄດ້ນຳພາແຂກຮ່ວມງານ ຂຶ້ນຢ້ຽມຊົມພິພິດຕະພັນຜ້າ ແລະ ເຄື່ອງຫັດຖະກຳ ທີ່ເກັບຮັກສາຜ້າ ແລະ ແພທີ່ມີຄວາມໝາຍຄວາມສຳຄັນ ເຊັ່ນຜ້າທີ່ຊະນະລາງວັນປະກວດຈາກຫຼາກຫຼາຍເວທີ, ຜ້າທີ່ມີອາຍຸນັບ 100 ປີ, ຜ້າທີ່ມີລາຍງົດງາມເປັນເອກກະລັກສະເພາະ ລວມເຖິງຜ້າທີ່ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ. ສ່ວນພາຍໃນຫໍແຖນແຕ່ງ ຈະປາກົດມີຜ້າ, ແພ ແລະ ເສື້ອຜ້າ ທີ່ມີຄວາມເປັນເອກະລັກ ທີ່ໄດ້ຈາກຫຼາກຫຼາຍຂົງເຂດ ແລະ ຫຼາກຫຼາຍຊ່ວງເວລາ.

ເຊິ່ງໂອກາດນີ້ເອງ ທ່ານນາງ ດວງເດືອນ ບຸນຍາວົງ ໄດ້ໂອ້ລົມກັບ ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວວ່າ: “ເຖິງແມ່ຍິງລາວໃນສະໄໝກ່ອນອາດຈະບໍ່ແມ່ນນັກຄິດນັກຂຽນ ແຕ່ໜ້າງຶດງໍ້ ທີ່ແມ່ຍິງລາວເຮົາກໍເປັນອີກສ່ວນໜຶ່ງໃນການບັນທຶກໜ້າປະຫວັດສາດຊອງຊາດ ສັງເກດໄດ້ຈາກລາຍຜ້າໃນຍຸກສົງຄາມ ທີ່ຈະປາກົດມີລາຍລູກລະເບີດ, ລາຍເຮືອບິນ ແລະ ລາຍອື່ນໆທີ່ສື່ເຖິງເຫດການທາງປະຫວັດສາດໃນສະໄໝນັ້ນ. ສ່ວນພາຍໂຮງກວຽນ ເປັນບ່ອນທີ່ອະນຸຮັກໄວ້ເຊິ່ງງານຫັດຖະກຳ, ເຄື່ອງປັ້ນດິນເຜົາ, ເຄື່ອງຈັກສານ, ເຄື່ອງດົນຕີ ແລະ ສິ່ງປະດິດ ອຳນວຍຄວາມສະດວກໃນການດຳລົງຊີວິດຂອງຄົນລາວ.

ສໍາລັບລາຍຜ້າລາວ, ເວົ້າລວມເວົ້າສະເພາະກໍຄືລາຍນາກລາວນັ້ນ, ປັດຈຸບັນ ແມ່ນໄດ້ຖືກຮັບຮອງຈາກອົງການ UNESCO ໃຫ້ເປັນມໍລະດົກໂລກທາງດ້ານວັດທະນະທຳແລ້ວ ເຊິ່ງການທີ່ “ສວນໄຜ່ພັນກໍ” ເປັນສະຖານທີ່ອີກແຫ່ງໜຶ່ງທີ່ຍັງຄົງຮັກສາໄວ້ເຊິ່ງຜ້າແພລາຍນາກ ກໍຄືຜ້າລາຍອື່ນຂອງຄົນລາວບັນດາເຜົ່າ ມັນໄດ້ສະແດງໃຫ້ເຫັນເຖິງຄວາມພາກພູມໃຈ ໃນຄວາມອາດສາມາດ ແລະ ຫົວຄິດປະດິດສ້າງຂອງຄົນລາວຕັ້ງແຕ່ອະດີດ ຈົນມາຮອດປັດຈຸບັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.