ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ ບໍ່ວ່າຈະເປັນເຂົ້າຕົ້ມ, ເຂົ້າໜົມ, ເຄື່ອງສັງຂະທານ, ທຽນພັນສາ, ຜ້ານ້ຳຝົນ ແລະ ອື່ນໆ ເພື່ອໄປຖວາຍແກ່ພຣະພິກຂຸສົງໃນມື້ ເຂົ້າພັນສາ ຕາມປະເພນີ ຖືວ່າເປັນວັນສຳຄັນຂອງຊາວພຸດທະສາສະໜາ.

ເມື່ອເວົ້າເຖິງປະຫວັດຄວາມເປັນມາຂອງການເຂົ້າພັນສານັ້ນ, ເປັນພຸດທະບັນຍັດ ຊຶ່ງພິກຂຸທຸກຮູບຕ້ອງປະຕິບັດຕາມ ໝາຍເຖິງການອະທິຖານວ່າພັກປະຈຳບ່ອນໃດບ່ອນໜຶ່ງໃນໄລຍະລະດູຝົນ ເປັນເວລາ 3 ເດືອນ ໂດຍບໍ່ໄດ້ຄ້າງແຮມຢູ່ບ່ອນອື່ນ ຫຼື ຕາມທີ່ເອີ້ນຕິດປາກກັນທົ່ວໄປວ່າ: “ການຈຳພັນສາ”.
ຕາມທີ່ໄດ້ຍິນຜູ້ເຖົ້າຜູ້ແກ່ເລົ່າຂານກັນວ່າ: “ເຂົ້າພັນສາ” ແປວ່າ “ພັກຝົນ” ໝາຍເຖິງວ່າ ພຣະພິກຂຸສົງ ຕ້ອງຢູ່ປະຈຳໃນວັດໃດໜຶ່ງລະຫວ່າງລະດູຝົນ ໂດຍເຫດທີ່ພຣະພິກຂຸ ໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາລຶກໂຜດສັດ ແລະ ເຜີຍແຜ່ພຣະທຳ, ຄຳສັ່ງສອນແກ່ປະຊາຊົນໃນສະຖານທີ່ຕ່າງໆ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳ ເຖິງແມ່ນວ່າຈະເປັນລະດູຝົນ ຊາວບ້ານຈຶ່ງຕຳນິວ່າ: ໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆ ຈົນເສຍຫາຍ ພະພຸດທະເຈົ້າຈຶ່ງຊົງວາງລະບຽບການຈຳພັນສາໃຫ້ພຣະພິກຂຸຢູ່ປະຈຳບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນຄື: ເລີ່ມຕັ້ງແຕ່ມື້ແຮມ 1 ຄໍ່າ ເດືອນ 8 ຂອງທຸກປີ ເອີ້ນວ່າ: ປຸຣິມະພັນສາ, ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍເລື່ອນມາເປັນມື້ແຮມ 1 ຄໍ່າ ເດືອນ 8 ຫຼັງ ແລະ ອອກພັນສາໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ເອີ້ນວ່າ: “ປັດສິມພັນສາ”
ແນວໃດກໍຕາມ ຫາກພຣະພິກຂຸສົງຮູບໃດມີກິດທຸລະ ຄື: ເມື່ອເດີນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາດໃຫ້ໄປແຮມຄືນໄດ້ຄາວໜຶ່ງບໍ່ເກີນ 7 ຄືນ ເອີ້ນວ່າ: “ສັດຕາຫະ” ຫາກເກີນກຳນົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງການຈຳພັນສາ ຈັດວ່າ “ພັນສາຂາດ”.
ສຳລັບຂໍ້ຍົກເວັ້ນໃຫ້ພຣະພິກຂຸຈຳພັນສາຢູ່ບ່ອນອື່ນໄດ້ໂດຍບໍ່ຖືເປັນການຂາດພັນສາເວັ້ນແຕ່ເກີນ 7 ວັນ ໄດ້ແກ່: ການໄປຮັກສາພະຍາບານພິກຂຸ ຫຼື ບິດາ-ມານດາ ທີ່ເຈັບປ່ວຍ, ການໄປລະງັບພິກຂຸ-ສາມາເນນ ທີ່ຕ້ອງການຈະສິກບໍ່ໃຫ້ສິກໄດ້, ການໄປເພື່ອກິດທຸລະຂອງຄະນະສົງ ເຊັ່ນ: ການໄປຫາອຸປະກອນມາສ້ອມແປງກຸຕິທີ່ເປ່ເພ, ຫາກຍົກນິມົນໄປທຳບຸນ ກໍໄປສະຫຼອງສັດທາໃນການບຳເພັນກຸສົນຂອງເຂົາໄດ້
ໂດຍປົກກະຕິແລ້ວ ເຄື່ອງໃຊ້ສອຍຂອງພຣະພິກຂຸສົງ ຕາມການອະນຸຍາດຂອງພຣະພຸດທະເຈົ້າ ໃຫ້ມີປະຈຳຕົວນັ້ນ ມີພຽງອັດຖະບໍລິຂານ ອັນໄດ້ແກ່ ຜ້າສະບົງຈີວອນ (ຜ້າຄຸມ), ສັງຄາຕິ (ຜ້າສັງຄາ), ເຂັມບາດ ສາຍປະຄົດ (ສາຍຮັດມັດແອວ), ໝໍ້ຕອງນ້ຳ ແລະ ມີດໂກນ (ມີດແຖ).
ນອກນັ້ນ, ກວ່າພຣະພິກຂຸສົງ ທ່ານຈະຫາບ່ອນພັກແຮມໄດ້ ບາງທີກໍຖືກຝົນຕົ້ນລະດູຮຳປຽກ ຊາວບ້ານທີ່ໃຈບຸນຈຶ່ງຖວາຍຜ້າອາບນ້ຳຝົນສຳຫຼັບໃຫ້ທ່ານໄດ້ຜັດປ່ຽນ ແລະ ຖວາຍຂອງຈຳເປັນແກ່ກິດປະຈຳວັນຂອງທ່ານເປັນພິເສດໃນວັນເຂົ້າພັນສາ ນັບເປັນເຫດໃຫ້ມີປະເພນີທຳບຸນເນື່ອງໃນວັນດັ່ງກ່າວສືບຕໍ່ກັນມາກາຍເປັນວັດທະນະທຳທາງສາສະໜາອັນລ້ຳຄ່າ.