Friday, April 18, 2025

ໂຣກທີ່ພົບເລື້ອຍໆ ໃນກຸ່ມໄວລຸ້ນ

ໃນສະພາບສັງຄົມ ທີ່ເຕັມໄປດ້ວຍອາຫານການກິນທີ່ຫຼາກຫຼາຍ ລວມເຖິງເຕັກໂນໂລຊີ ທີ່ທັນສະໄໝຫຼາຍຂຶ້ນ ຈຶ່ງເຮັດໃຫ້ເຮົາຄຳນຶງເຖິງສຸຂະພາບໜ້ອຍລົງ ຊຶ່ງໂຣກຕ່າງໆ ທີ່ເກີດຂຶ້ນນັ້ນ ກໍຄົງໜີບໍ່ມົ້ມກຸ່ມໄວລຸ້ນທີ່ສ່ວນໃຫຍຈະເປັນໂຣກດັ່ງຕໍ່ໄປນີ້:

  1. ໂຣກອ້ວນ: ພາວະນຳ້ໜັກເກີນໃນປັດຈຸບັນ ພົບໄດ້ຫຼາຍຂຶ້ນຈົນຈັດໄດ້ວ່າ ມີການລະບາດໄປທົ່ວໂລກ. ສ່ວນຫຼາຍບໍ່ພົບສາເຫດທາງກາຍ ແຕ່ມັກເກີດຈາກພຶດຕິກຳການດຳລົງຊີວິດ ເຊັ່ນ ກິນອາຫານຫຼາຍເກີນໄປ, ອອກກຳລັງກາຍ ຫຼື ມີກິດຈະວັດທີ່ໃຊ້ພະລັງງານໜ້ອຍ. ສ່ວນສາເຫດຈາກໂຣກຕ່າງໆ ສາມາດພົບໄດ້ວ່າ ເປັນສາເຫດຂອງການອ້ວນ ເຊັ່ນ ເປັນເນື້ອງອກໃນລະບົບປະສາດສ່ວນກາງ ຫຼື ໃນຕ່ອມທີ່ບໍ່ມີທໍ່ ຫຼື ການໃຊ້ຢາ ສະເຕຍຣອຍ ຊຶ່ງເຮັດໃຫ້ລະບົບເຜົາຜານອາຫານ ແລະພະລັງງານຜິດປົກກະຕິໄປ.
  2. ໂຣກທີ່ຕາມມາຈາກພາວະໂຣກອ້ວນມີຫຼາຍໂຣກ ເຊັ່ນ: ເບົາຫວານຊະນິດທີ 2 ຊຶ່ງໃນໄວລຸ້ນໄທເກີນກວ່າ 3 ເທົ່າໃນຊ່ວງ 5 ປີຫຼັງ 17,9% ຂອງໄວລຸ້ນທັງໝົດ, ເກີດພາວະຜິວໜັງຮອຍທັບຕາມຂໍ້ພັບ, ຄວາມຜິດປົກກະຕິຂອງການຫາຍໃຈ ໂດຍມີການຢຸດຫາຍໃຈເປັນຊ່ວງລະຫວ່າງການນອນຫຼັບ ແລະທາງດ້ານຈິດໃຈ ພົບວ່າ ຄົນອ້ວນອາດມີພາວະຊຶມເສົ້າ ແລະ ພູມໃຈໃນໂຕເອງໜ້ອຍລົງ.

ສຳລັບການປິ່ນປົວ ຖ້າມີສາເຫດມາຈາກ ເນື້ອງອກໃນລະບົບປະສາດ ກໍສາມາດປົວຕາມສາເຫດຂອງໂຣກນັ້ນໄດ້, ຖ້າບໍ່ພົບສາເຫດ ຈະຢູ່ໃນຄວາມຕັ້ງໃຈຂອງຜູ້ປ່ວຍ ແລະຄວາມຮ່ວມມືຂອງຄອບຄົວໂດຍການຄວບຄຸມອາຫານ, ການອອກກຳລັງກາຍ, ປັບພຶດຕິກຳການໃຊ້ພະລັງງານຕະຫຼອດເໝິດມື້, ການໃຊ້ຢາຫຼຸດຄວາມອ້ວນອາດຈະບໍ່ກຸ້ມຄ່າ ຊຶ່ງສາມາດກັບຄືນມາອ້ວນໄດ້ອີກ. ການພິຈາລະນາປະມານພະລັງງານຈາກອາຫານ ແລະການອອກກຳລັງກາຍ ງ່າຍທີ່ສຸດ ຊຶ່ງສາມາດພິຈາລະນາຈາກໂຕຢ່າງໄດ້ ຄື ນຳ້ອັດລົມ 1 ຕຸກ, ກ້ວຍທອດ 2 ຝານ, ໂດນັດ 1 ຊິ້ນ ເມື່ອກິນແລ້ວ ຖ້າຕ້ອງການໃຫ້ເກີດການເຜົາຜານໃຫ້ໝົດ ຕ້ອງຍ່າງ 20 ນາທີ, ແລ່ນ 10 ນາທີຊຶ່ງຕ້ອງໃຊ້ພະລັງງານ 100 ກິໂລແຄລໍຣີ່.

  • ໂຣກພູມແພ້: ເປັນພາວະທີ່ຮ່າງກາຍມີຄວາມໄວຕໍ່ສານ ຫຼື ພາວະບາງຢ່າງຫຼາຍ ຊຶ່ງຮ່າງກາຍ ຄິດວ່າ ເປັນສິ່ງທີ່ຈະເປັນອັນຕະລາຍຕໍ່ຮ່າງກາຍ, ລະບົບພູມຄຸ້ມກັນ ຈຶ່ງເຮັດວຽກຢ່າງເຕັມທີ່. ໂດຍທົ່ວໄປ ອາການພູມແພ້ ທີ່ພົບເລື້ອຍໆສະແດງອອກ 3 ລັກສະນະ ຄື ທາງຜິວໜັງ, ທາງເດີນຫາຍໃຈສ່ວນເທິງ-ດັງ,​ ລະບົບຫາຍໃຈ-ປອດ. ທາງຜິວໜັງ ຈະມີອາການຝື່ນແພ້ ສະເພາະຈຸຸດ ຫຼື ທົ່ວຮ່າງກາຍ, ທາງດັງ ມີບັນຫາຄື ຕັນດັງຫາຍໃຈບໍ່ສະດວກ, ມີນຳ້ມູກ, ນຳ້ຢາງເຫຼືອງ,​ ລະບົບຫາຍໃຈມີບັນຫາ ແລະຫອບຫືດ.

ການປ້ອງກັນ ກໍຄື ການຫຼີກເວັ້ນສິ່ງທີ່ແພ້ ຖ້າຫຼີກເວັ້ນສິ່ງທີ່ແພ້ໄດ້ໃນໄລຍະເວລາດົນ ອາການພູມແພ້ທີ່ເກີດຂຶ້ນຈະຫ່າງໄປ ແລະເກີດອາການໜ້ອຍ, ​ການຈັດສະພາບອາກາດໃຫ້ດີ, ປອດໂປ່ງ ຈະຊ່ວຍຫຼຸດ ແລະບັນເທົາອາການໄດ້.

  • ໂຣກຜິວໜັງ ໃນໄວລຸ້ນ: ເນື່ອງຈາກເປັນຊ່ວງເວລາທີ່ມີການດຳເນີນກິດຈະກຳຫຼາຍ ເຊັ່ນ ກິລາ ຫຼືການອອກກຳລັງກາຍ, ຖ້າບໍ່ມີການຮັກສາຄວາມສະອາດ ແລະສຸຂະອະນາໄມຂອງຮ່າງກາຍ ອາດກໍ່ໃຫ້ເກີດໂຣກຜິວໜັງ ເຊັ່ນ ຝື່ນແດງຈາກເຊື້ອລາ ແລະຜິວໜັງອັກເສບຈາກເຊື້ອແບັກທີເຣຍ. ເມື່ອເກີດອາການ ຄວນໃຫ້ຜູ້ຊ່ຽວຊານໄດ້ພິຈາລະນາ ໂດຍບໍ່ຄວນຊື້ຢາມາທາ ຫຼື ປິ່ນປົວເອງ. ໂຣກຜິວໜັງບາງປະເພດ ຖ້າຫາກໃຊ້ຢາບໍ່ຖືກຕ້ອງອາດເກີດອາການກັບມາເປັນຊຳ້ຄືນອີກ ຫຼື ແພ່ລາມຫຼາຍຂຶ້ນ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.