Friday, April 18, 2025

“ຜາຖີ່” ແຫຼ່ງທ່ອງທ່ຽວປະຫວັດສາດ ກັບປະຫວັດຄວາມເປັນມາ

“ຜາຖີ່” ຫຼື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບລັບ USA ໃນລາວ ປັດຈຸບັນ ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທດສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ໃນໄລຍະສົງຄາມຫວຽດນາມ ແລະ ສົງຄາມລັບ ໃນລາວ “ຜາຖີ່” ເປັນທີ່ຕັ້ງຖານທັບລັບຂອງ ສະຫະລັດອາເມລິກາ ເຊິ່ງຮູ້ຈັກກັນໃນຊື່ລະຫັດ ລີມາ 85 ຫຼື LS-85 ( L = Lima = Laos; S=Site ), ຜາຖີ່ ມີຄວາມສູງປະມານ 1.786 ແມັດ ດ້ວຍຄວາມສູງຊັນ ຈຶ່ງຕ້ອງໃຊ້ຍົນເຮລີຄ໋ອບເຕີເທົ່ານັ້ນ! ສໍາລັບລໍາລຽງອາວຸດຍຸດໂທປະກອນຕ່າງໆ ຂຶ້ນໄປຕິດຕັ້ງປະຈໍາການຢູ່ເທິງ ຜາຖີ່ ທີ່ມີລັກສະນະເປັນຜາສູງຊັນ, ມີກ້ອນຫີນຂະໜາດໃຫຍ່ປຽບດັ່ງປ້ອມປາການປ້ອງກັນທີ່ແຂງແກ່ນທີ່ມີຄວາມຍາວປະມານ 8 ກິໂລແມັດ, ນອນໃນເຂດປ່າສະຫງວນແຫ່ງຊາດ ນ້ຳແອດພູເລີຍ ດ້ານຕາເວັນຕົກ ເປັນຫນ້າຜາສູງຊັນເກືອບ 90 ອົງສາ.

ສ່ວນທິດຕາເວັນ ອອກເປັນທົ່ງພຽງ ແຕ່ກໍບໍ່ສາມາດຂຶ້ນໄປໄດ້, ເຣດ້າ ມີຄວາມສູງປະມານ 210 ແມັດ ( ເບິ່ງຈາກໜ້າຜາ ) Lima Site 85 ເປັນເຕັກໂນໂລຊີ ທີ່ລ້ຳສະໄໝທີ່ສຸດໃນເວລານັ້ນ, ເນື່ອງຈາກສາມາດລະບຸພິກັດໄດ້ຢ່າງທ່ຽງຕົງແມ້ນຢຳ ໃນການບັນຊາການໂຈມຕີຝ່າຍກົງກັນຂ້າມທາງອາກາດ ເຄື່ອງມືນີ້ມີຊື່ເອີ້ນຢ່າງເປັນທາງການວ່າ TACAN (Tactical Air Control And Navigation) ແລະ ດ້ວຍຄວາມສຳຄັນທາງທີ່ຕັ້ງຍຸດທະສາດທາງການທະຫານທີ່ສຳຄັນສຸດຍອດນີ້ຈິ່ງເຮັດໃຫ້ ຜາຖີ່ ເປັນສະໝໍລະພູມສູ້ຮົບອັນດຸເດືອດທັງພາກພື້ນດີນ ແລະ ທາງອາກາດ ລະຫວ່າງກອງກຳລັງທັງ 2 ຝ່າຍ.

ໃນວັນທີ 10-11 ມີນາ 1968 ກໍາລັງປະຕິວັດລາວ ໄດ້ປີນຂື້ນຜາຖີ່ ທີ່ມີຄວາມສູງຊັນ 90 ອົງສາ ໄດ້ຢ່າງໜ້າອັດສະຈັນ ແລະ ໄດ້ຂຶ້ນໄປດັບສູນສັດຕູ, ທໍາລາຍຖານເຣດ້າ ແລະ ຄື້ນວິທະຍຸສື່ສານອັນສຳຄັນຂອງສັດຕູໄດ້ ແລະ ສາມາດຍຶດເອົາ ຜາຖີ່ ໄດ້ໃນທີ່ສຸດ ອັນເປັນໄຊຊະນະທີ່ອົງອາດກ້າຫານ, ຍິ່ງໃຫຍ່, ດຸເດືອດທີ່ສຸດ ແລະ ເປັນບັ້ນຮົບທີ່ປະເທດຊາດຕ້ອງຈາລຶກໄວ້ໃນປະຫວັດສາດຊາດລາວຕະຫຼອດໄປ.

ຜາທີ່ ຖືກປົດປ່ອຍສົມບູນໃນວັນທີ 13 ມິຖຸນາ 1968 ແລະ ມາຮອດປີ 2018 ພັກ ແລະ ລັດຖະບານລາວ ໄດ້ຈັດພິທີສະເຫຼີມສະຫຼອງ ວັນປົດປ່ອຍຜາຖີ່ ຄົບຮອບ 50 ປີ ແລະ ພັດທະນາພື້ນຖານໂຄ່ງລ່າງເຊັ່ນ: ສ້າງເສັ້ນທາງປູຢາງ, ສ້າງຂັ້ນໄດເຫຼັກທີ່ມີຫຼາຍກວ່າ 1.000 ຂັ້ນຂຶ້ນສູ່ຍອດ ຜາຖີ່ ເພື່ອເຮັດໃຫ້ ຜາຖີ່ ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ທີ່ທຸກໆທ່ານສາມາດເດີນທາງມາສຳພັດ ແລະ ທ່ຽວຊົມໄດ້.

ພາບຈາກ: ພູນຊັບ ເທວົງສາ

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.