Monday, February 17, 2025

ເປັນຫຍັງ ຕ່າງຊາດຈຶ່ງບອກວ່າ “ກາເຟລາວ” ເປັນໜຶ່ງໃນກາເຟທີ່ດີທີ່ສຸດໃນໂລກ!

ຖ້າເວົ້າເຖິງສິນຄ້າກະສິກຳທີ່ພົ້ນເດັ່ນໃນປະເທດລາວເຮົາ ສິ່ງທຳອິດທີ່ຄວນຄິດຫານັ້ນກໍຄື “ກາເຟ” ນອກຈາກຈະມີຣົດຊາດທີ່ເປັນເອກະລັກແລ້ວ ຍັງເຕັມໄປດ້ວຍເລື່ອງລາວ, ວັດທະນະທຳ ແລະ ປະວັດຄວາມເປັນມາທີ່ຍາວນານ.

“ກາເຟລາວ” ສ່ວນຫຼາຍແມ່ນປູກໃນດິນທີ່ມີຄຸນນະພາບສູງ ເຊິ່ງໄດ້ຖືກບັນທຶກໄວ້ຕັ້ງແຕ່ຕົ້ນສັດຕະວັດທີ 20 ໃນສະໄໝຝຣັ່ງເຂົ້າມາສຳຫຼວດ. ດ້ວຍເອກະລັກຂອງພູພຽງບໍລະເວນ ເຊິ່ງປະກອບໄປດ້ວຍດິນພູເຂົາໄຟເກົ່າທີ່ອຸດົມໄປດ້ວຍແຮ່ທາດຕ່າງໆ ເປັນອາຫານຊັ້ນເລີດຂອງຕົ້ນກາເຟ, ພື້ນທີ່ຄວາມສູງ ອາກາດເຢັນພໍດີແກ່ການປູກໂດຍທໍາມະຊາດ ຈຶ່ງໄດ້ເມັດກາເຟທີ່ສະອາດ ມີຄວາມໜາ ແລະ ກິ່ນຫອມ ຣົດຊາດທີ່ລົງໂຕໂດຍບໍ່ຈໍາເປັນຕ້ອງມີການເຕີມແຕ່ງໃດໆ, ທຸກມື້ນີ້ກາແຟລາວຖືວ່າເປັນທີ່ນິຍົມ ແລະ ໄດ້ຮັບຄວາມສົນໃຈຫຼາຍຈາກຄົນຮັກກາເຟໃນທົ່ວໂລກ.

ຊາວສວນຜູ້ປູກກາເຟ ຍຶດຖືອາຊີບນີ້ມາຈາກບັນພະບຸລູດມາດົນນານເກືອບຮ້ອຍປີ, ປະກອບສ່ວນສ້າງເສດຖະກິດ ສົງຄົມລາວ ໃຫ້ກ້າວຫນ້າ ແລະ ການປູກກາເຟສ່ວນຫຼາຍແມ່ນປູກແບບທຳມະຊາດ ປອດສານຜິດ ປອດສານເຄມີ, ເກັບກ່ຽວໂດຍຄົນທີ່ມີປະສົບການຈຶ່ງສາມາດຄັດສັນເອົາເມັດກາເຟທີ່ມີຄຸນນະພາບສູງແທ້ໆ ສົ່ງເຖິງຜູ້ບໍລິໂພກເຊິ່ງແຕກຕ່າງຈາກຕ່າງປະເທດທີ່ປູກໂດຍໃຊ້ປຸ່ຍເຄມີ ຫຼື ໃຊ້ເຄື່ອງຈັກຊ່ວຍເຊິ່ງຈະເຮັດໃຫ້ຄຸນນະພາບຂອງເມັດກາເຟທີ່ໄດ້ຫຼຸດລົງ.

ຍ້ອນພື້ນທີ່ການຜະລິດທີ່ດີ ຂະບວນການປູກແບບທຳມະຊາດ ແລະ ພິຖິພິຖັນໃນທຸກຂັ້ນຕອນ ຈຶ່ງເຮັດໃຫ້ເປັນທີ່ຖືກອົກຖືກໃຈຂອງຕ່າງຊາດ, ເຊິ່ງໃນປີ 2022 ທີ່ຜ່ານມາ “ກາເຟລາວ” ກໍໄດ້ຮັບລາງວັນອັນດັບໜຶ່ງຂອງທະວີບອາຊີ ໃນງານແຂ່ງຂັນກາເຟໂລກ.
ນີ້ກໍເປັນການກາລັນຕີໄດ້ເລີຍວ່າ “ກາເຟລາວ” ກໍມີຣົດຊາດທີ່ໂດດເດັ່ນ ບໍ່ໜ້ອຍໄປກວ່າກາເຟຊາດໃດໃນໂລກ ປັດຈຸບັນ, ການຊື້ຂາຍກາເຟມີທ່າແຮງຂະຫຍາຍຕົວເພີ່ມຂຶ້ນ ທັງພາຍໃນ ແລະ ຕ່າງປະເທດ ສະນັ້ນ, ເຮົາພາກັນຫັນມາສົ່ງເສີມສິນຄ້າລາວໄປພ້ອມໆ ກັນເພື່ອເຮັດໃຫ້ກາເຟລາວ ເປັນທີ່ຮູ້ຈັກ ແລະ ດັງໄກໄປທົ່ວໂລກ. 

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.