Wednesday, July 9, 2025
Kbank Laos โอน รับ จ่าย

Vietjet ຍັງຄົງສືບຕໍ່ຮັກສາໄຊຊະນະ ຈາກການເປັນໜຶ່ງໃນ 50 ບໍລິສັດຈົດທະບຽນອັນດັບຕົ້ນໆຂອງຫວຽດນາມ ປະຈຳປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 28 ສິງຫາ 2024) – Vietjet ໄດ້ຮັບກຽດອີກຄັ້ງໜຶ່ງໃນການເປັນໜຶ່ງໃນ 50 ບໍລິສັດຈົດທະບຽນອັນດັບຕົ້ນໆຂອງຫວຽດນາມ ໃນປີ 2024 ໂດຍວາລະສານ Forbes ຂອງຫວຽດນາມ, ເຊິ່ງລວມມີວິສາຫະກິດຊັ້ນນໍາໃນຂະແໜງການຕ່າງໆ ໃນບັນຊີລາຍຊື່ປະຈຳປີທີ່ສະແດງໃຫ້ເຫັນບັນດາວິສາຫະກິດຊັ້ນນຳໃນຕະຫຼາດຫຼັກຊັບຂອງປະເທດ.

Vietjet, ຖືກຈັດອັນດັບທີ 5 ໃນດ້ານລາຍຮັບຂອງບັນດາບໍລິສັດຈົດທະບຽນທີ່ດີທີ່ສຸດ, ເຊິ່ງໄດ້ລາຍງານລາຍຮັບທີ່ປະທັບໃຈໃນປີ 2023 ຢູ່ທີ່ 58.300 ຕື້ດົງ (ປະມານ 2,3 ຕື້ໂດລາສະຫະລັດ), ສະທ້ອນໃຫ້ເຫັນເຖິງ ການເຕີບໂຕທີ່ໂດດເດັ່ນປະຈຳປີ ຢູ່ທີ່ 45%. ການ​ເຕີບ​ໂຕ​ທີ່​ສຳຄັນ​ນີ້ ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ຍຸດ​ທະ​ສາດ ຂອງ​ການ​ຟື້ນ​ຕົວ​ທີ່​ແຂງແຮງ​ຂອງ Vietjet ​ແລະ ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.

Vietjet ໄດ້ເປີດບໍລິການເສັ້ນທາງ ນະຄອນຫຼວງວຽງຈັນ-ໂຮ່ຈີມິນ ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນທຸກວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໂດຍໃຊ້ເວລາບິນແມ່ນມີພຽງ 1 ຊົ່ວໂມງ 45 ນາທີ. ນັກ​ທ່ອງ​ທ່ຽວ​ລາວ​ສາມາດ​ໄປ​ເຖິງ​ສະຖານ​ທີ່​ທ່ອງ​ທ່ຽວ​ອື່ນໆ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອົດ​ສະ​ຕາ​ລີ, ອິນ​ເດຍ, ໃນເຄືອ​ຂ່າຍ​ການບິນຂອງ Vietjet ​ໃນ​ທົ່ວ​ພາກ​ພື້ນ​ອາຊີ – ປາຊີ​ຟິກ  ໂດຍຜ່ານ​ຈຸດເຊື່ອມຕໍ່​ຢູ່​ນະ​ຄອນ​ໂຮ່​ຈີມິນ. ນອກຈາກນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງລາວ ແລະ ບໍລິສັດ Vietjet ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງໂຮງງານສ້ອມແປງລະບົບບຳລຸງຮັກສາ (MRO) ຢູ່ປະເທດລາວ, ເຊິ່ງແນ່ໃສ່ຊຸກຍູ້ການເຊື່ອມຕໍ່ຂົນສົ່ງທາງອາກາດ ລະຫວ່າງ ລາວ-ຫວຽດນາມ ເພື່ອສ້າງວຽກເຮັດງານທຳໃໝ່ໃຫ້ໄດ້ເຖິງ 2.500 ຕໍາແໜ່ງງານໃນຂະແໜງການບິນ. ຂໍ້​ລິ​ເລີ່ມ​ເຫຼົ່າ​ນີ້​ ແມ່ນ​ໄດ້​ວາງ​ອອກ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແລະ​ ສັງ​ຄົມ. ເພີ່ມ​ທະ​ວີ​ການ​ຄ້າ, ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທໍາ​ລະ​ຫວ່າງ​ລາວ ​ແລະ ພາກ​ພື້ນ.

​ເຖິງ​ແມ່ນວ່າ​ເສດຖະກິດ​ໂລກຈະ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍຕາມ​ ແຕ່​ໃນຊ່ວງ 6 ​ເດືອນ​ຕົ້ນ​ປີ 2024, Vietjet ຍັງມີຜົນງານໃນ​ການ​ດຳ​ເນີນ​ທຸລະ​ກິດ​ທີ່ໂດດ​ເດັ່ນ. ໃນອະນາຄົດ, ຍຸດທະສາດຂອງ Vietjet ສຸມໃສ່ຂະຫຍາຍສາຍການບິນ ແລະ ເຄືອຂ່າຍການບິນ, ໂດຍມີແຜນການທີ່ຈະເພີ່ມເຮືອບິນໃໝ່ 10 ລໍາໃນປີ 2024. ສາຍການບິນຫວຽດເຈັດຍັງມຸ່ງໝັ້ນເຖິງການເຕີບໃຫຍ່ແບບຍືນຍົງ ດ້ວຍການເພີ່ມທະວີເສັ້ນທາງການບິນທັງໃນຫວຽດນາມ ແລະ ຕ່າງປະເທດ, ໃນນັ້ນມີຈຸດໝາຍປາຍທາງທີ່ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີໃຕ້, ສ.ປ ຈີນ, ອິນ​ເດຍ ​ແລະ​ ອື່ນໆ​ອີກ​ຫຼາຍ​ແຫ່ງ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນການ​ເດີນ​ທາງ​ຂອງ​ຄົນໃນ​ທ້ອງ​ຖິ່ນ​ ແລະ​ ນັກ​ທ່ອງ​ທ່ຽວ.

ນັບແຕ່ເຂົ້າ IPO ເປັນຕົ້ນມາ, ຫຸ້ນຂອງ Vietjet (HOSE: VJC) ຍັງຄົງໄດ້ຮັບການຕີລາຄາສູງຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຍ້ອນມີກຳໄລຢ່າງຕໍ່ເນື່ອງ. ສາຍການບິນມັກຖືກຈັດອັນດັບເລື້ອຍໆຢູ່ໃນ Top 50 ຂອງວາລະສານ Forbes ຫວຽດນາມ, Vietjet ຍັງໄດ້ຮັບລາງວັນອີກຫຼາຍຢ່າງ, ລວມທັງ “ການບໍລິຫານການເງິນ – ການບິນທີ່ດີທີ່ສຸດ” ຈາກການເຜີຍແຜ່ຂອງ “International Finance Publication” ແລະ ຍັງເປັນທີ່ຮັບຮູ້ວ່າ ເປັນ 50 ສາຍການບິນອັນດັບຕົ້ນໆສໍາລັບການເງິນໝັ້ນຄົງທີ່ ຈັດໂດຍ Airfinance Journal ແລະ ລາງວັນ “ສາຍການບິນທີ່ມີລາຄາປະຢັດທີ່ສຸດ” ຈາກ AirlineRatings.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.