“ຜູ້ໃດຢູ່ເຮືອນສູງ, ກິນເຂົ້າໜຽວ, ຄ້ຽວປາແດກ, ເປົ່າແຄນສຸດສະແນນລ່ອງຂອງ” ແມ່ນຄົນລາວ, ເຊື້ອຊາດລາວໂດຍກຳເນີດ ຄຳສຸພາສິດນີ້ ຍັງດັງກ້ອງກັງວານ ກ່າວຂານກັນມາແຕ່ດົນນານແລ້ວ ເພາະແຄນຖືວ່າເປັນເຄື່ອງດົນຕີພື້ນເມືອງຂອງລາວ, ມີຕົ້ນກໍາເນີດມາຈາກຊາດລາວ, ຄົນລາວ, ເຊື້ອຊາດລາວມາຫຼາຍພັນປີ ແລະ ສຽງແຄນລາວກໍໄດ້ຈົດທະບຽນເຂົ້າເປັນມໍລະດົກໂລກໃນປີ 2018 ເພື່ອເພີ່ມ ແລະ ຍົກສູງບົດບາດຂອງແຄນລາວໃຫ້ດັງໄກໄປທົ່ວພາກພື້ນ ແລະ ໃນໂລກ.
ເມື່ອເວົ້າເຖິງເຄື່ອງດົນຕີພື້ນເມືອງລາວ ຂາດບໍ່ໄດ້ກໍແມ່ນ ແຄນ ທີ່ໄດ້ມາຈາກຫົວຄິດປະດິດສ້າງອັນສ້າງສັນຂອງຄົນລາວມາແຕ່ບູຮານ ສາມາດປະກອບເຂົ້າໃນຮີດຄອງປະເພນີອັນດີງາມຕ່າງໆ ລວມໄປເຖິງການສ້າງສຽງມ່ວນອອນຊອນຫູໃຫ້ກັບຜູ້ທີ່ໄດ້ຮັບຟັງ ຊຶ່ງໄດ້ສຶບທອດກັນມາແຕ່ບູຮານນະການຈົນເຖິງທຸກວັນນີ້.
ແຄນ ຜະລິດມາຈາກໄມ້ອໍ້ (ໄມ້ປາວ), ມີໄມ້ລູກແຄນ, ໄມ້ດູ່ (ເຕົ້າແຄນ) ນອກນີ້ຍັງມີ ເງິນ ຫຼື ທອງສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ ແລະ ແຄນກໍມີເຖິງ 4 ຊະນິດນຳກັນ ບໍ່ວ່າຈະເປັນ:
- ແຄນຫົກ: ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີສຽງນຳກັນ 5 ສຽງຄື: ຟາ-ຊອນ-ລາ-ໂດ-ເຣ.
- ແຄນເຈັດ: ເປັນແຄນສໍ່າກາງມີລູກຂ້າງລະ 7 ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ.
- ແຄນແປດ: ເປັນແຄນສໍ່າກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ. ໃຊ້ສໍາລັບເປົ່າດ່ຽວໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່.
- ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ. ໃນປັດຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ.
ບໍ່ວ່າຈະເປັນແຄນໃດກໍຕາມ ກໍຕ້ອງໄດ້ໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກ ຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດໄວ້ຢ່າງຄັກແນ່ຕາມແຕ່ລະຊະນິດຂອງແຄນ ດ້ວຍເຫດນີ້ຈຶ່ງຖືໄດ້ວ່າ “ແຄນ” ເປັນເຄື່ອງດົນຕີອີກປະເພດໜຶ່ງທີ່ເປັນເອກະລັກ ມີມາແຕ່ບູຮານນະການ ແລະ ໄດ້ຄົງຢູ່ຄູ່ກັບຊາດລາວຕະຫຼອດມາ.