Monday, April 21, 2025

ຮູບເງົາລາວ “ນວນແສງ” ກຽມສາຍຢູ່ໂຮງຮູບເງົາ 19 ກັນຍາ 2024 ນີ້

ຮູບເງົາເລື່ອງ “ນວນແສງ” NUANSANG (THE HEARTH OF TEACHER) ເປັນຮູບເງົາທີ່ເວົ້າເຖິງ “ອຸດົມການ ອຸປະສັກ ນໍ້າຕາ ແລະ ຄວາມຮັກ” ຂອງຄູຄົນໜຶ່ງ ທີ່ໄດ້ພົບພໍ້ມາ ແລະ ກໍເປັນຮູບເງົາລາວເລື່ອງທີ 2 ຂອງປີ 2024 ນີ້ ທີ່ຈະເຂົ້າສາຍເນື່ອງໃນໂອກາດສະເຫຼີມສະຫຼອງການເປີດສົກຮຽນໃໝ່ ສົກ 2024-2025 ທີ່ຜະລິດໂດຍ ກົມຮູບເງົາລາວ (Dept of Lao Cinema) ແລະ ເປັນຜົນງານການກຳກັບໂດຍ ທ່ານ ສົມພົງ ຜົນດີ, ຜູ້ທີ່ມີຄວາມສາມາດໃນການກຳກັບຮູບເງົາລະດັບຊາດ. ໂດຍຮູບເງົາເລື່ອງດັ່ງກ່າວຈະເຂົ້າສາຍໃນໂຮງຮູບເງົາເມເຈີ ສູນການຄ້າວຽງຈັນເຊັນເຕີ ໃນວັນທີ 19 ກັນຍາ 2024.

ທ່ານ ສົມພົງ ຜົນດີ, ຜູ້ກຳກັບຮູບເງົາ “ນວນແສງ” ໃຫ້ຮູ້ວ່າ: ຄວາມເປັນມາກ່ອນຈະມາເປັນຮູບເງົາ “ນວນແສງ”, ຊື່ເດີມຂອງບົດເລື່ອງນີ້ແມ່ນ ສາວຄູ ນວນແສງ ເປັນບົດປະພັນຂອງ ອາຈານ ສຸວັນດາ ດ. ເດືອນເພັງ ຊຶ່ງມີເນື້ອໃນກ່ຽວກັບນັກສຶກສາຍິງຄົນໜຶ່ງທີ່ຫາກໍຮຽນຈົບສາຍຄູປະຖົມຢູ່ທີ່ວິທະຍາໄລຄູດົງຄຳຊ້າງຊື່ ນວນແສງ, ນວນແສງ ເປັນຄົນມີຈິດໃຈທີ່ດີງາມ, ມັກສຶກສາຮໍ່າຮຽນ, ມັກເດັກນ້ອຍ ແລະ ທີ່ສຳຄັນແມ່ນ ນວນແສງ ສົນໃຈກ່ຽວກັບປະຫວັດສາດລາວ ໂດຍສະເພາະແມ່ນວຽກງານກ່ຽວກັບລະເບີດບໍ່ທັນແຕກຢູ່ລາວ, ຫຼັງຈາກຈົບການສຶກແລ້ວກໍໄດ້ຖືກຊັບຊ້ອນໃຫ້ໄປເປັນຄູສອນຢູ່ແຂວງຊຽງຂວາງ, ຊຶ່ງການເດີທາງໄປນັ້ນກໍໄດ້ຖືກຄັດຄ້ານຈາກຜູ້ເປັນແມ່ຍ້ອນວ່າເປັນລູກຜູ້ຍິງບໍ່ຢາກໃຫ້ຫ່າງໄກຈາກບ້ານ, ແຕ່ຍ້ອນນວນແສງຮັກໃນການເປັນຄູສືບທອດຈາກຜູ້ເປັນພໍ່ທີ່ໄດ້ເສຍຊີວິດໄປແຕ່ຕອນ “ນວນແສງ” ຍັງເປັນນັກສຶກສາຝືກງານຢູ່ໂຮງຮຽນ. ການເດີນທາງຂອງ ນວນແສງ ເລີ່ມຂຶ້ນເມື່ອລົດເມແລ່ນເຂົ້າສູ່ແຂວງຊຽງຂວາງ, ເມື່ອຮອດແຂວງຊຽງຂວາງ ກໍມີຫຼາຍຍ່າງທີ່ເຮັດໃຫ້ ນວນແສງ ຕ້ອງໄດ້ຕື່ນເຕັ້ນຢູ່ຕະຫຼອດ, ຍ້ອນສິ່ງທີ່ຄິດກັບຄວາມເປັນຈິງມັນແຕກຕ່າງກັນ, ນວນແສງ ໄດ້ຖືກສົ່ງໃຫ້ໄປປະຈຳການຢູ່ເຂດຫ່າງໄກທຸລະກັນດານ, ທາງທີ່ໄປເຕັມໄປດ້ວຍເຫວຊັນ, ຂີ່ຝຸ່ນ ແລະ ປ່າຕຶບດົງໜາ. ເມື່ອເດີນທາງຮອດສະຖານທີ່ກໍໄດ້ມີພິທີຕ້ອນຮັບຈາກອຳນາດການປົກຄອງ. ອຳນາດການປົກຄອງໄດ້ມອບໝາຍໃຫ້ແມ່ສອນຫົວໜ້າສະຫະພັນແມ່ຍິງບ້ານ ເປັນຄົນຮັບເອົາ ນວນແສງ ເປັນລູກຮັກ. ແມ່ສອນເປັນຄອບຄົວທີ່ຂາດຫົວໜ້າຄອບຄົວຄືພໍ່ ທອງກ້ອນ ທີ່ຖືກອຸບັດເຫດຈາກລູກລະເບີດຕົກຄ້າງແຕ່ປາງສົງຄາມແຕກໃສ່ໃນຂະນະທີ່ກຳລັງບຸກເບີກນາໃໝ່,​ ມີລູກສາວຊື່ວ່າ: ຫຼ້າແກ້ວ.

ຜູ້ກໍາກັບຮູບເງົາເລື່ອງ “ນວນແສງ” ໃຫ້ຮູ້ຕື່ມອີກວ່າ: ນວນແສງ ໄດ້ປັບຕົວເຂົ້າກັບຄອບຄົວແມ່ສອນໄດ້ດີ.  ການເວລາຜ່ານໄປເຮັດໃຫ້ ນວນແສງ ໄດ້ຮູ້ໄດ້ເຫັນຫຼາຍຍ່າງກ່ຽວກັບສະພາບການຂອງບ້ານເມືອງ ແລະ ຄວາມທຸກຍາກຂາດເຂີນຂອງປະຊາຊົນໃນໝູ່ບ້ານ, ລາວໄດ້ຊອກວິທີທາງເພື່ອຈະຊ່ວຍເຫຼືອ ແລະ ສົ່ງຄວາມຮູ້ໃຫ້ນັກຮຽນໄດ້ຮຽນໃຫ້ຫຼາຍທີ່ສຸດ, ນວນແສງ ໄດ້ຍາດເວລາເພື່ອຊອກຂໍ້ມູນກ່ຽວລະເບີດບໍ່ທັນແຕກ ແລະ ຜົນກະທົບຂອງມັນມາສອນໃຫ້ນັກຮຽນ, ໂດຍມີການຊ່ວຍເຫຼືອຂອງ ບຸນທະວີ ຫົວໜ້າກອງຫຼອນບ້ານຜູ້ທີ່ເປັນບ່າວຄ້າງບ້ານທີ່ຍັງຄອຍຖ້າຄູ່ຄອງ, ມີເດັກນ້ອຍຂີ້ດື້ປະຈຳບ້ານຄົນໜຶ່ງຊື່ວ່າ ກິແດງ ໄດ້ແບກລູກລະເບີດໃສ່ບ່າ ຊຶ່ງສາວຄູ ນວນແສງ ໄດ້ເຫັນ ແລະ ທ້ວງໃສ່ ກິແດງ ວ່າເປັນລູກລະເບີດໄດ ເຮັດໃຫ້ ກິແດງ ທີ່ຕົກໃຈ ໄດ້ຖີ້ມລູກລະເບີດລົງດິນ ກິ້ງລົງພູ ມາໃສ່ ນວນແສງ ເຮັດໃຫ້ ນວນແສງ ພົບກັບຊາຕາກຳທີ່ໂຫດຮ້າຍຈາກລະເບີດທີ່ບໍ່ທັນແຕກຢູ່ໃນລາວໂດຍສະເພາະແມ່ນເຂດທີ່ ນວນແສງ ໄປປະຈຳການຢູ່ ຈາກຝີມືຂອງລູກສິດຂີ້ດື້ ກິແດງ, ຫຼັງຈາກໄດ້ຮັບເຄາະກຳແນວນັ້ນ ນວນແສງ ກໍໄດ້ຍຸດຕິທຸກຍ່າງເພື່ອຮັບການປິ່ນປົວ ແລະ ກິແດງ ກໍກັບໃຈເປັນຄົນດີ. ຕອນທີ່ ນວນແສງ ເຈັບປ່ວຍຢູ່ນັ້ນກໍໄດ້ຮັບການຊ່ວຍເຫຼືອຈາກ ບຸນທະວີ ຊຶ່ງ ບຸນທະວີ ໄດ້ເອົາໃຈໃສ່ເບິ່ງແຍງ, ຄວາມໃກ້ຊິດ, ຄວາມຜູກພັນ ເຮັດໃຫ້ຫົວໃຈຂອງຊາຍໜຸ່ມ ແລະ ຍິງສາວເກີດມີຄວາມຮັກຕໍ່ກັນ ແລະ ກັນ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.