ເວັບໄຊ Time Out ຂອງປະເທດອັງກິດ ໄດ້ລາຍງານ Top 15 ປະເທດ ທີ່ມີຄ່າໃຊ້ຈ່າຍ ໃນການເດີນທາງທ່ອງທ່ຽວ ຖືກທີ່ສຸດໃນໂລກ ໃນປີ 2025 ຫຼື The Cheapest Countries to Visit in 2025 ໃນຊ່ວງທີ່ຜ່ານມາ ເຫັນວ່າ ປະເທດລາວເຮົາ ເປັນອັນດັບ 1 ມີຄ່າໃຊ້ຈ່າຍ ໃນການທ່ອງທ່ຽວຖືກທີ່ສຸດໃນປີ 2025 ອັນດັບສອງໄດ້ແກ່ ປະເທດ ກາຊັກສະຖານ ແລະ ອັນດັບ 3 ແມ່ນ Rwanda.
ປະເທດລາວເປັນປະເທດ ທີ່ສວຍງາມເຕັມໄປດ້ວຍທຳມະຊາດ, ວັດທະນະທໍາ, ພູມສັນຖານ ແລະ ຄົນທີ່ເປັນມິດ ເມື່ອນັກທ່ອງທ່ຽວມາແລ້ວຈະສາມາດຮັບປະສົບການທີ່ຫຼາກຫຼາຍໄດ້ບໍ່ວ່າຈະເປັນ ການມ່ວນຊື່ນກັບບຸນທາປະເພນີ, ອ່ອນຊອນໄປກັບວັດທະນາທຳ ຮີດຄອງປະເພນີ, ດົນຕີທີ່ເປັນເອກະລັກ, ພັກຜ່ອນໄປກັບທຳມະຊາດ ແລະ ປະຈົນໄພໄປໃນທີ່ຕ່າງໆໄດ້ຢ່າງທ້າທາຍ ດ້ວຍງົບປະມານທີ່ປະຢັດບໍ່ວ່າຈະເປັນ:
- ທີ່ພັກລາຄາບໍ່ແພງ
- ການເດີນທາງລາຄາຖືກ
- ອາຫານ ແລະ ເຄື່ອງດື່ມ ລາຄາຖືກ ຣົດຊາດດີ
- ກິດຈະກໍາ ແລະ ສະຖານທີ່ທ່ອງທ່ຽວ ມີຫຼາກຫຼາຍ
- ມີຄວາມອຸດົມສົມບູນທາງດ້ານວັດທະນະທໍາ ແລະ ທິວທັດທຳມະຊາດ
ນອກຈາກນີ້, ປະເທດລາວ ຍັງເປັນປະເທດທີ່ຕ່າງຊາດຍັງບໍ່ຄ່ອຍຮູ້ຈັກ ແຕ່ເມື່ອໃຜໄດ້ມາຢ້ຽມຢາມແລ້ວ ກໍຢາກກັບມາອີກຮອບແນ່ນອນ ນອກຈາກຈະມີຄວາມສວຍງາມ ປະຢັດງົບແລ້ວ ລາວເຮົາຍັງເປັນປະເທດທີ່ສະຫງົບ, ມີຄວາມປອດໄພ ແລະ ມີຫຼາກຫຼາຍຢ່າງໃຫ້ຄົ້ນຫາ ຈຶ່ງເປັນທີ່ຈັບຕາຂອງຕ່າງຊາດ.
ສຳລັບປີນີ້ ກໍເປັນປີທ່ອງທ່ຽວລາວ ພວກເຮົາຕ້ອງຊ່ວຍກັນຮັກສາຄວາມມີນໍ້າໃຈ, ຮັບແຂກ ຫຼື ຄົນທີ່ມາທ່ຽວ ດ້ວຍຄວາມມີນໍ້າໃຈ, ບໍລິການໃຫ້ດີໃນທຸກດ້ານ, ຫຼີກເວັ້ນການເອົາປຽບສໍ້ໂກງ ທີ່ອາດຈະເປັນພາບລັກທີ່ບໍ່ດີແກ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ.
ທີ່ມາ: www.timeout.com