Wednesday, April 23, 2025

ລະວັງເປັນໂຣກຮ້າຍ! ທີ່ເກີດຈາກຄວາມຄຽດ ແລະ ກັງວົນຫຼາຍ

ຄວາມຄຽດ, ຄວາມກັງວົນ ເປັນພາວະໜຶ່ງທີ່ເກີດມາຈາກການຖືກກົດດັນ ຫຼື ຕົກຢູ່ໃນສະພາບທີ່ຕົນເອງຫາທາງອອກໄດ້ຍາກ ບໍ່ຮູ້ຈະແກ້ໄຂບັນຫາແບບໃດດີ ເຊິ່ງມັກພົບເຫັນຫຼາຍໃນປັດຈຸບັນທັງໃນໄວໜຸ່ມນັກຮຽນ, ນັກສຶກສາ, ໄວເຮັດວຽກ ແລະ ຜູ້ສູງອາຍຸກໍມີ.

ຖ້າເຮົາມີພາວະຄຽດ ກັງວົນ ສະສົມເປັນເວລາດົນນານຈະເຮັດໃຫ້ສະພາບຈິດໃຈບໍ່ດີສົ່ງຜົນໃຫ້ພູມຄຸມກັນໃນຮ່າງກາຍອ່ອນແອ່ ແລະ ພາໃຫ້ເກີດໂລກຮ້າຍຕ່າງໆຕາມມາເຊັ່ນ:

  • ໂຣກຄວາມດັນເລືອດສູງ: ສ່ວນຫຼາຍຄົນທີ່ມີຄວາມຄຽດ ຄວາມກັງວົນສະສົມຈະເກີດຂຶ້ນຫຼາຍກວ່າຄົນປົກກະຕິ 2 ເທົ່າ.
  • ໂຣກຫົວໃຈ: ຄວາມຄຽດ ຄວາມກັງວົນມີຜົນຕໍ່ການຫຼໍ່ລ້ຽງເລືອດໄປຫາຫົວໃຈ ອາດເຮັດໃຫ້ເກີດໂລກ ຫຼອດເລືອດຫົວໃຈ, ຫົວໃຈເຕັ້ນຜິດຈັງຫວະ ແລະ ອາກເກີດພາວະຫົວໃຈວາຍໄດ້ສູງ
  • ໂຣກຄຽດລົງກະເພາະ : ຄົນທີ່ມີຄວາມຄຽດ ຄວາມກັງວົນສະສົມເປັນເວລາດົນ ຮ່າງກາຍຈະຫຼັ່ງນໍ້າຍ່ອຍໃນກາເພາະອາຫານອອກມາຫຼາຍຜິດປົກກະຕິ ອາດເຮັດໃຫ້ເກີດອາການທ້ອງອືດ ທ້ອງເຟີ ກາເພາະລໍາໄສ້ອັກເສບ ກົດໄຫຼຍ້ອນໄດ້
  • ໂຣກນອນບໍ່ຫຼັບ: ເພາະຄວາມຄຽດ ຄວາມກັງວົນ ອາດພາໃຫ້ຄິດຫຼາຍ ຈົນເຮັດໃຫ້ສະໝອງໄຫຼແບບບໍ່ໄດ້ພັກຜ່ອນ, ສົ່ງຜົນໃຫ້ຮໍໂມນໃນຮ່າງກາຍມີການປ່ຽນແປງ ແລະ ສົ່ງຜົນຕໍ່ການນອນຫຼັບ
  • ໂຣກໄມເກຣນ: ຫຼອດເລືອເກີດການຟອງຂະຫຍາຍ ແລະ ຫົດຕົວຫຼາຍກວ່າປົກກະຕິ ຈຶ່ງເຮັດໃຫ້ເກີດອາການເຈັບຫົວໄມເກຣນໄດ້ງ່າຍ
  • ໂຣກຊຶມເສົ້າ: ເພາະຄວາມຄຽດ ຄວາມກັງວົນນີ້ມີຜົນຕໍ່ລະບົບຄວາມຄິດ ແລະ ສະໝອງ ອາດເຮັດໃຫ້ມັນເຮັດວຽກຜິດປົກກະຕິ ສົ່ງຜົນໃຫ້ເຮົາເປັນໂລກຊຶມເສົ້າໄດ້.

ໃນການໃຊ້ຊີວິດແຕ່ລະວັນ, ເຮົາບໍ່ສາມາດຫຼີກເວັ້ນເຫດການ ຫຼື ສິ່ງຕ່າງໆທີ່ຈະມາກະທົບ ແລະ ເຮັດໃຫ້ເກີດຄວາມຄຽດ ຄວາມກັງວົນບໍ່ໄດ້ ແຕ່ເຮົາສາມາດຮູ້ທັນຕົນເອງໄດ້ ເມື່ອເກີດພາວະຄຽດ ກັງວົນແລ້ວຕ້ອງບໍ່ໃຫ້ມັນເກີດຂຶ້ນດົນ ຫາກິດຈະກຳທີ່ຜ່ອນຄາຍ, ບໍ່ຄິດຫຼາຍ, ຜັກຜ່ອນ ຫຼື ອອກກຳລັງກາຍ ຫາສິ່ງທີ່ຕົນເອງມັກເຮັດໄປກ່ອນ ເພື່ອໃຫ້ເຮັດຄວາມຄຽດ ຄວາມກັງວົນນັ້ນຫຼຸດລົງໃຫ້ໄວເທົ່າໃດກໍຍິ່ງດີ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.