Friday, July 11, 2025
Kbank Laos โอน รับ จ่าย

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຕາມຕຳນານໄດ້ເລົ່າຂານກັນມາວ່າ: ພະຍານາກເປັນສັດທີ່ມີອິດທິລິດ ແລະ ມີຄວາມສັດທາຕໍ່ພຸດທະສາສະໜາຫລາຍທີ່ສຸດ ໃນພຸດທະປະຫວັດ ພະຍານາກ ໄດ້ແປງກາຍມາ ເປັນມະນຸດແລ້ວໄປບວດ, ແຕ່ພາຍຫຼັງ 7 ວັນຕໍ່ມາ ຮ່າງກາຍເລີຍກັບກາຍເປັນພະຍານາກ. ເມື່ອພະພຸດທະເຈົ້າເຫັນເປັນດັ່ງນັ້ນກໍເລີຍຕັດວ່າ: ພະຍານາກ ບໍ່ສາມາດທີ່ຈະບວດໄດ້ເພາະວ່ານາກ ເປັນສັດ ເຖິງຢ່າງໃດກໍຕາມ, ພະຍານາກກໍວິງວອນນໍາພະອົງວ່າ “ເຖິງວ່າຈະບໍ່ໃຫ້ຜູ້ຂ້າບວດ, ແຕ່ກໍຂໍຝາກຊື່ໄວ້ນໍາສາສະໜາພຸດນີ້ຕະຫຼອດໄປ”.

ດ້ວຍເຫດນີ້, ໃນປັດຈຸບັນຢູ່ຕາມວັດວາຕ່າງໆ ມີຮູບປັ້ນພະຍານາກປະດັບປະດາຢູ່ ແລະ ຜູ້ທີ່ຈະບວດເປັນພະພິກຂຸສົງກໍຕ້ອງໄດ້ບວດເປັນນາກກ່ອນ. ເຊື່ອກັນອີກວ່າ: ເປັນປະເພນີທີ່ຈັດຂຶ້ນເພື່ອບູຊາຮອຍພະພຸດທະບາດຂອງພະສຳມາສຳພຸດທະເຈົ້າ ຕອນສະໄໝພະອົງສະເດັດໄປແຄມຝັ່ງແມ່ນ້ຳເຊິ່ງເປັນທີ່ຢູ່ອາໄສຂອງພະຍານາກ. ຕອນນັ້ນ, ພະອົງໄດ້ສະແດງທຳໃຫ້ແກ່ພະຍານາກຟັງຢູ່ເມືອງບາດານ ແລ້ວພະຍານາກໄດ້ຂໍໃຫ້ພະພຸດທະອົງປະທັບຮອຍພະບາດເອົາໄວ້ແຄມຝັ່ງແມ່ນ້ຳແຫ່ງນັ້ນ. 

ຕໍ່ມາບັນດາເທວະບຸດເທວະດາມະນຸດ ແລະ ສັດທັງຫຼາຍຕ່າງກໍພາກັນມາ ຂາບໄຫວ້ຮອຍພະພຸດທະບາດ. ນອກຈາກນີ້ ຍັງເປັນການບູຊາຕອບແທນບຸນຄຸນ ແລະ ຂໍຂະມາລາໂທດພະແມ່ຄົງຄາ (ແມ່ນ້ຳ) ທີ່ພວກເຮົາໄດ້ຊົມໃຊ້ ໄດ້ອຸດຈາລະປັດສະວະລົງໃສ່ແມ່ນ້ຳ ທັງເພື່ອກຳຈັດປັດເປົ່າສິ່ງທີ່ບໍ່ດີທັງຫລາຍທັງປວງພະຍາດພະເຍົາໃຫ້ຕົກນຳໄຟໄຫລນ້ຳໄປ.

ສໍາລັບການລອຍ​ກະ​ໂທງ ແລະໄຫຼເຮືອໄຟ ຢູ່ ນະຄອນຫຼວງວຽງຈັນ ໃນຕອນຄໍ່າຂອງມື້ບຸນອອກພັນສາປະວາລະນານັ້ນ, ແຕ່ລະຄອບຄົວ ກໍພ້ອມກັນເຮັດເຮືອໄຟນ້ອຍໆທີ່ເຮັດດ້ວຍກາບກ້ວຍ ແລະ ໃບຕອງ ຢູ່ໃນເຮືອໄຟ ມີດອກໄມ້, ທູບ, ທຽນ ແລ້ວນຳໄປລອຍລົງແມ່ນ້ຳໃກ້ບ້ານໃຜລາວ. ຖ້າບ້ານໃດບໍ່ມີແມ່ນ້ຳກໍຈະໄຫຼເຮືອໄຟໂຄກຄືເຮັດຄ້າຍຄືກັບເຮືອນ້ອຍໆ ໄຕ້ທູບ, ໄຕ້ທຽນ, ດອກໄມ້ ແລະ ນຳໄປຕັ້ງໃສ່ໜ້າເຮືອນຂອງຕົນ ເພື່ອໃຫ້ທຸກຄົນພາຍໃນຄອບຄົວໄດ້ມາຮ່ວມອະທິຖານຂໍສິ່ງດີໆ ໃນຊີວິດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.