Monday, February 17, 2025

Vietjet ເປີດໂຕຖ້ຽວບິນເຊື້ອໄຟ ການບິນຍືນຍົງຖ້ຽວທໍາອິດຂອງຫວຽດນາມ

ເພື່ອຂັບເຄື່ອນຄວາມພະຍາຍາມລະດັບໂລກ ສູ່ການເດີນທາງ ທາງອາກາດທີ່ເປັນມິດຕໍ່ສີ່ງແວດລ້ອມ.

(ນະຄອນຫຼວງ ວຽງຈັນ, ວັນທີ 21 ຕຸລາ 2024) Vietjet ຢືນຢັນຄວາມມຸ່ງໝັ້ນໃນການຫຼຸດການປອ່ຍອາຍກາກໂບນິກ ແລະ ສົ່ງເສີມການບີນສີຂຽວ ດ້ວຍການດໍາເນີນການບີນ ຖ້ຽວບີນທໍາອິດທີ່ໃຊ້ເຊື້ອໄຟການບີນແບບຍືນຍົງ (SAF) ໃນຫວຽດນາມ ນັບເປັນຄວາມສໍາເລັດຄັ້ງສໍາຄັນຂອງອຸດສາຫະກໍາການບີນຂອງປະເທດ ແລະ ມີສ່ວນສະໜັບສະໜູນການປ່ຽນແປງໄປສູ່ການເດີນທາງທາງອາກາດທີ່ຍືນຍົງທົ່ວໂລກ.

ຖ້ຽວບິນສອງຖ້ຽວຂອງ Vietjet ທີ່ໃຊ້ SAF ອອກເດີນທາງຈາກສະໜາມບິນນານາຊາດ Tan Son Nhat ໃນໂຮ່ຈິມີນໄປຫາ Melbourne (ອອສເຕຣເລຍ) ແລະ Seoul (ເກົາຫຼີໃຕ້) ເຊື້ອໄຟຍືນຍົງສໍາຫຼັບຖ້ຽວບີນເຫຼົ່ານີ້ໄດ້ຮັບການຈັດຫາໂດຍ Petrolimex Aviation ຊື່ງເປັນຜູ້ໃຫ້ບໍລິການນ້ໍາມັນເຊື້ອໄຟໃຫ້ກັບເຄື່ອງບີນຊັ້ນນໍາໃນຫວຽດນາມ

SAF ຜະລິດຈາກວັດຖຸດິບເຊັ່ນ: ນ້ໍາມັນປຸງອາຫານທີ່ໃຊ້ແລ້ວ, ຜະລິດຕະພັນກະເສດ, ຊີວະມວນໄມ້ ແລະ ສິ່ງເສດເຫຼືອຈາກຂີ້ເຫຍື້ອ, SAF ສາມາດຫຼຸດຜ່ອນການປ່ອຍອາຍກາກໂບນິກໄດ້ເຖິງ 80% ເມື່ອປຽບທຽບກັບນໍ້າມັນເຊື້ອໄຟແບບດັ້ງເດີມ. ຕອບສະໜອງມາດຕະຖານການບິນສາກົນທີ່ເຄັ່ງຄັດ, SAF ຖືກນໍາໃຊ້ຢ່າງປອດໄພໃນການດໍາເນີນງານການບິນການຄ້າ ແລະ ຖືວ່າເປັນນໍ້າມັນເຊື້ອໄຟໃນອະນາຄົດຂອງການບິນ. ຄຽງຄູ່ກັບການບິນເບື້ອງຕົ້ນເຫຼົ່ານີ້ຢູ່ຫວຽດນາມ ແລະໃນທົ່ວໂລກ. ຄ່າໃຊ້ຈ່າຍໃນການຜະລິດ SAF ຄາດວ່າຈະຫຼຸດລົງຕື່ມອີກ, ຮັບປະກັນຄວາມເປັນໄປໄດ້ສໍາລັບການນໍາໃຊ້ທາງການຄ້າຢ່າງກວ້າງຂວາງ

ທ່ານ Dinh Viet Thang, ຜູ້ອໍານວຍການທົ່ວໄປຂອງສໍານັກງານການບີນພົນລະເຮືອນຂອງຫວຽດນາມ ໃຫ້ຮູ້ວ່າ: “Vietjet Air และ Petrolimex Aviation ໄດ້ດໍາເນີນການບີນລະຫວ່າງປະເທດຖ້ຽວບີນທໍາອິດທີ່ໃຊ້ເຊື້ອໄຟການບີນຍືນຍົງທີ່ເຕີມໃນຫວຽດນາມສຳເລັດ ສະແດງໃຫ້ເຫັນເຖີງຄວາມມຸ່ງໝັ້ນໃນການໃຊ້ເຊື້ອໄຟຍືນຍົງຢ່າງຊັດເຈນ ນີ້ເປັນຄວາມພາກພູມໃຈຮວ່ມກັນ ທັງອຸດສາຫະກໍາ ເນື່ອງຈາກເຮົາມີສວ່ນຮວ່ມໃນການປົກປ້ອງສິ່ງແວດລອ້ມ ແລະ ການພັດທະນາຢ່າງຍືນຍົງ ຢືນຢັນບົດບາດຂອງ Vietjet ໃນຖານະສະມາຊິກທີ່ຮັບຜິດຊອບຂອງຊຸມຊົນການບີນໂລກ.”

ທ່ານ Dinh Viet Phuong, CEO ຂອງ Vietjet ໃຫ້ຮູ້ວ່າ: ມື້ນີ້ ຖ້ຽວບິນ Vietjet ນຳໃຊ້ SAF ມີຄວາມໝາຍພິເສດ, ເປັນສັນຍາລັກຂອງຖ້ຽວບິນສີຂຽວ ແລະ ການເດີນທາງທາງອາກາດທີ່ເປັນມິດກັບສິ່ງແວດລ້ອມ, ສະເໜີໃຫ້ຜູ້ໂດຍສານມີປະສົບການການບິນທີ່ມະຫັດສະຈັນ, ມີສະຕິຕໍ່ສິ່ງແວດລ້ອມ, ພິເສດແມ່ນສາຍການບິນສາກົນ. ໃນການຄົ້ນຄວ້າ, ພັດທະນາ ແລະ ການນຳໃຊ້ SAF, Vietjet ຍັງໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມືຫຼຸດຜ່ອນການປ່ອຍອາຍກາກໂບນິກໃນການບິນແລະຊຸກຍູ້ການເຕີບໂຕແບບຍືນຍົງ.”

ໃນຖານະເປັນທຸລະກິດທີ່ຍືນຍົງ, Vietjet ໄດ້ປັບປຸງແຫຼ່ງຊັບພະຍາກອນຢ່າງບໍ່ຢຸດຢັ້ງເພື່ອປົກປັກຮັກສາສິ່ງແວດລ້ອມ ເປັນສາຍການບິນຫວຽດນາມແຫ່ງທຳອິດທີ່ມີບົດລາຍງານຄວາມຍືນຍົງຂອງ ESG ຮອບດ້ານ ແລະ ມຸ່ງໝັ້ນທີ່ຈະສົ່ງເສີມການນຳໃຊ້ SAF, ສະໜັບສະໜູນຊ່ວຍຍຸດທະສາດເຕີບໂຕສີຂຽວຂອງຫວຽດນາມ ແລະ ເປົ້າໝາຍສຸດທ້າຍໃນປີ 2050.

ຖ້ຽວບິນ SAF ເຫຼົ່ານີ້ໄດ້ຂະຫຍາຍຄວາມມຸ່ງໝັ້ນຂອງ Vietjet ທີ່ດໍາເນີນມາເປັນເວລາດົນໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ, ເຊິ່ງໄດ້ເລີ່ມຂຶ້ນໂດຍສາຍການບິນມີເຮືອບິນ 3 ລຳ. Vietjet ໄດ້ບຸກເບີກບັນດາຂໍ້ລິເລີ່ມເຊັ່ນ: ການຫັນປ່ຽນຈາກເຈ້ຍໄປເປັນປີ້ເອເລັກໂທນິກ, ສົ່ງເສີມການເຊັກອິນ ແລະ ຊຳລະເງິນທາງອອນລາຍ ແລະ ນຳໃຊ້ອຸປະກອນທີ່ເປັນມິດກັບສິ່ງແວດລ້ອມ, ສາມາດນຳມາໃຊ້ຄືນໄດ້ຢູ່ເທິງເຮືອບິນ. ສາຍການບິນຍັງປະຕິບັດໂຄງການປະຢັດນ້ຳມັນ ແລະ ມີສ່ວນຮ່ວມຢ່າງເປັນປົກກະຕິໃນຄວາມພະຍາຍາມດ້ານສິ່ງແວດລ້ອມເຊັ່ນ: ການປູກຕົ້ນໄມ້ ແລະ ການອະນາໄມມະຫາສະໝຸດ.

ນອກຈາກນີ້ Vietjet ຍັງສືບຕໍ່ຂະຫຍາຍຕາໜ່າງການບິນທົ່ວໂລກ ເພື່ອຕອບສະໜອງຄວາມຕ້ອງການການບິນທີ່ນັບມື້ນັບເພີ່ມຂຶ້ນ ໂດຍມີເຮືອບິນທີ່ທັນສະໄໝ, ປະຢັດນ້ຳມັນ, ສາຍການບິນສະເໜີຖ້ຽວບິນໂດຍກົງຈາກນະຄອນຫຼວງວຽງຈັນໄປນະຄອນໂຮ່ຈິມິນ, ເປັນນະຄອນໃຫຍ່ທີ່ສຸດຂອງຫວຽດນາມ. ເຄືອຂ່າຍທີ່ກວ້າງຂວາງຂອງສາຍການບິນໄດ້ອຳນວຍຄວາມສະດວກໃຫ້ແກ່ການເຊື່ອມຕໍ່ຢ່າງບໍ່ຢຸດກັບຈຸດໝາຍປາຍທາງຕ່າງໆໃນທົ່ວອາຊີ-ປາຊີຟິກ, ສົ່ງເສີມວິທີການສຳຫຼວດພາກພື້ນທີ່ຍືນຍົງຫຼາຍຂຶ້ນ.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.