Friday, July 18, 2025
Kbank Laos โอน รับ จ่าย

Vietjet ​ເພີ່ມ​ເສັ້ນ​ທາງ​ຖ້ຽວ​ບິນ Da Nang-Ahmedabad ເພື່ອຍົກລະດັບການເດີນທາງທົ່ວອາຊີ.

*ນັກທ່ອງທ່ຽວລາວຍັງໄດ້ຮັບຜົນປະໂຫຍດໃນທາງເລືອກທີ່ຫຼາຍຂຶ້ນຈາກການເຕີບໂຕຂອງເຄືອຂ່າຍ Vietjet

(ນະຄອນຫຼວງ​ວຽງ​ຈັນ, ວັນທີ 25 ຕຸລາ 2024)-ສາຍ​ການ​ບິນ Vietjet ໄດ້​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງນະຄອນ​ Da Nang ປະເທດຫວຽດນາມ ແລະ ເມືອງ Ahmedabad ປະເທດອິນເດຍ. ເສັ້ນ​ທາງ​ໃໝ່​ນີ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້ Vietjet ເປັນ​ສາຍ​ການ​ບິນ​ທີ່​ມີ​ເສັ້ນ​ທາງ​ລະ​ຫວ່າງ​ສອງ​ປະ​ເທດຫຼາຍທີ່ສຸດ ພ້ອມຍັງຊ່ວຍຂະຫຍາຍເຄືອຂ່າຍການບິນຂອງສາຍການບິນໃຫ້ກວ້າງຂວາງຂຶ້ນ.

ປັດຈຸບັນ, ນັກທ່ອງທ່ຽວຈາກລາວສາມາດໃຊ້ປະໂຫຍດຈາກການຂະຫຍາຍເຄືອຂ່າຍການບິນຂອງ Vietjet ເພື່ອເດີນທາງໄປຫວຽດນາມ, ອິນເດຍ ແລະ ປະເທດອື່ນໆໄດ້ຫຼາຍຂຶ້ນ. ການເປີດເສັ້ນທາງໃໝ່ຈາກ Da Nang ໄປ Ahmedabad ໄດ້ເພີ່ມຄວາມຖີ່ຂອງຖ້ຽວບິນລະຫວ່າງ ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ເຊິ່ງເປັນນະຄອນທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ເລີ່ມຕັ້ງແຕ່​ວັນ​ທີ 27 ຕຸລາ 2024, Vietjet ຈະ​ດຳ​ເນີນ​ຖ້ຽວ​ບິນ​ປະຈຳ​ວັນ​ໃນ​ເສັ້ນທາງ​ທີ່​ສຳຄັນ​ນີ້ ໂດຍມີການເພີ່ມຂຶ້ນເປັນສີ່ຖ້ຽວບິນຕໍ່ອາທິດ. ສິ່ງນີ້ຈະເຮັດໃຫ້ນັກທ່ອງທ່ຽວຈາກປະເທດລາວມີຕົວເລືອກໃນຖ້ຽວບິນທີ່ສະດວກ ແລະ ລາຄາຖືກທີ່ສຸດ.

ຖ້ຽວ​ບິນ​ທຳ​ອິດ​ຈາກ​ນະຄອນ​ Da Nang ໄປ​ Ahmedabad ​ໃນ​ວັນ​ທີ 23 ຕຸລາ​ນີ້​ໄດ້​ຮັບ​ການ​ຕ້ອນຮັບເປັນຢ່າງ​ດີ​ຈາກ​ນັກ​ທ່ອງ​ທ່ຽວ ເນື່ອງຈາກເປັນການເຊື່ອມຕໍ່ທີ່ລາບລື່ນລະຫວ່າງສອງຕົວເມືອງທີ່ມີນັກທ່ອງທ່ຽວຢ່າງຫຼວງຫຼາຍ ດ້ວຍສອງຖ້ຽວບິນໄປກັບຕໍ່ອາທິດ. ໃນເສັ້ນທາງ Da Nang – Ahmedabad ຄາດ​ວ່າ​ບໍ່​ພຽງ​ແຕ່​ຈະ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ ​ເທົ່າ​ນັ້ນ. ແຕ່ຍັງຊ່ວຍສົ່ງເສີມການແລກປ່ຽນທາງດ້ານເສດຖະກິດ, ການຄົມມະນາຄົມ ແລະ ​ວັດ​ທະ​ນະ​ທໍາ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ອີກດ້ວຍ.

Vietjet ໄດ້ເປັນຜູ້ທຳອິດໃນການນຳສະເໜີຖ້ຽວບິນໂດຍກົງລະຫວ່າງຫວຽດນາມ ແລະ ອິນເດຍ ຕັ້ງແຕ່ປີ 2019 ເປັນຕົ້ນມາ. ການເພີ່ມເສັ້ນທາງໃໝ່ນີ້ຂະຫຍາຍຂອງການບິນໄດ້ທັງໝົດ 8 ເສັ້ນທາງ, ໂດຍມີ 60 ຖ້ຽວຕໍ່ອາທິດລະຫວ່າງສອງປະເທດ ເຊິ່ງຈະມີເສັ້ນທາງເຊື່ອມ​ຕໍ່​ກັບ​ Hanoi,  Ho Chi Minh ແລະ Da Nang ກັບ New Delhi, Mumbai, Cochin ແລະ Ahmedabad.

ນະຄອນ Da Nang ເປັນເມືອງທີ່​ມີ​ຊື່​ສຽງ​ດ້ວຍ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ ​ແລະ​ ສະ​ຖານ​ທີ່​ທ່ອງ​ທ່ຽວ ​ເປັນເມືອງ​ທີ່​ມີ​ຊີວິດ​ຊີວາ​​ຂອງ​ຫວຽດນາມ ​ແລະ ​ເປັນ​ປະຕູ​ສູ່​ບັນດາ​ມໍລະດົກ​ວັດທະນະທຳ​ໃນພາກ​ກາງ​ຂອງ​ຫວຽດນາມ ລວມທັງເມືອງບູຮານຢ່າງ Hoi An ເປັນເມືອງທີ່ມີສະຖານທີ່ບູຮານຄະດີ My Son Sanctuary ແລະ ເມືອງປະຫວັດສາດຂອງ Hue, Ahmedabad ເປັນເມືອງທີ່ສໍາຄັນໃນລັດ Gujarat ຂອງອິນເດຍ ເຊິ່ງເປັນທີ່ຮູ້ຈັກໃນນາມມໍລະດົກວັດທະນະທໍາອັນອຸດົມສົມບູນ, ສະຖານທີ່ສໍາຄັນ ແລະບັນຍາກາດທີ່ຄຶກມີສີສັນ.

ເສັ້ນທາງ Da Nang ຫາ Ahmedabad ທີ່ຫາກໍ່ເປີດໃຫ້ບໍລິການໃໝ່ ແມ່ນໜຶ່ງໃນການບໍລິການໃໝ່ທີ່ Vietjet ວາງແຜນຈະເປີດຕົວໃນເດືອນສຸດທ້າຍຂອງປີ 2024. ສາຍການບິນຍັງຈະເປີດເສັ້ນທາງເຊື່ອມຕໍ່ Hanoi ກັບ Kuala Lumpur ແລະ Yajarang ກັບ Daegu ພ້ອມ​ທັງ​ເປີດ​ຄືນ​ການ​ບໍ​ລິ​ການ​ຄືນ​ໃໝ່​ໃນ​ເສັ້ນ​ທາງ​ນະ​ຄອນ​ Ho Chi Ming – Tainan, ນອກຈາກນີ້, Vietjet ຍັງ​​ຈະເພີ່ມ​ຄວາມ​ຖີ່​​ການ​ບິນ​ໃນ​ທົ່ວ​ອາ​ຊີ​ ແລະ​ ຕ່າງ​ປະ​ເທດ, ລວມເຖິງເສັ້ນ​ທາງ​ນະຄອນຫຼວງວຽງ​ຈັນ-ນະຄອນໂຮ່​ຈິ​ມິນ.

ໃນຖານະສ່ວນໜຶ່ງຂອງຍຸດທະສາດການຂະຫຍາຍສາຍການບິນ, ບໍລິສັດ Vietjet ໄດ້ຕ້ອນຮັບເຮືອບິນໃໝ່ໃນໄວໆນີ້ ແລະ ຄາດວ່າຈະມີການຈັດສົ່ງມອບເພີ່ມເຕີມພາຍໃນທ້າຍປີ. ເມື່ອຮ່ວມກັບລູກເຮືອທີ່ເປັນມືອາຊີບ ແລະ ມີຄວາມເອົາໃຈໃສ່ໃນການບໍລິການ, ການເພີ່ມຄັ້ງນີ້ຄາດວ່າຈະຕອບສະໜອງຄວາມຕ້ອງການການທ່ອງທ່ຽວທີ່ເພີ່ມຂຶ້ນ. ສິ່ງນີ້ຈະເຮັດໃຫ້ຜູ້ໂດຍສານສາມາດເພີດເພີນກັບປະສົບການການບິນທີ່ມະຫັດສະຈັນໃນການເດີນທາງຂອງເຂົາອີກດ້ວຍ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.