(ນະຄອນຫຼວງວຽງຈັນ, ວັນທີ 31 ຕຸລາ 2024) – Vietjet ແລະ Emirates ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເພີ່ມທະວີການເຊື່ອມຕໍ່ ແລະ ສະໜອງທາງເລືອກທີ່ຫຼາກຫຼາຍໃນການເດີນທາງທີ່ກວ້າງຂວາງລະຫວ່າງນະຄອນສຳຄັນຂອງຫວຽດນາມ ແລະ Dubai ເມືອງທີ່ສຳຄັນຂອງສະຫະລັດອາຣັບເອມີເຣດ ລວມເຖິງຈຸດໝາຍປາຍທາງອື່ນໆ, ໂດຍມີທ່ານນາຍົກລັດຖະມົນຕີ ຫວຽດນາມ Pham Minh Chinh ໄດ້ເຂົ້າຮ່ວມພິທີລົງນາມທີ່ເວທີປາໄສທຸລະກິດ ຫວຽດນາມ – UAE. ສັນຍາດັ່ງກ່າວແນ່ໃສ່ເພີ່ມທະວີການເຊື່ອມໂຍງດ້ານການທ່ອງທ່ຽວ ແລະ ການຄ້າ. ລະຫວ່າງສອງປະເທດ ສິ່ງນີ້ຈະເປີດໂອກາດໃນດ້ານເສດຖະກິດ ແລະ ການຄ້າໃນຮູບແບບໃໝ່.

ຂໍ້ຕົກລົງດັ່ງກ່າວຈະເພີ່ມທະວີການເຊື່ອມຕໍ່ຂອງ Emirates ກັບບັນດາຈຸດໝາຍປາຍທາງທີ່ນິຍົມໃນເຄືອຂ່າຍພາຍໃນ ແລະ ພາກພື້ນຂອງ Vietjet ຜ່ານ Hanoi, Ho Chi Minh ແລະ Danang, ເຊິ່ງຈະຊ່ວຍໃຫ້ຜູ້ໂດຍສານ Vietjet ເຂົ້າເຖິງເຄືອຂ່າຍທົ່ວໂລກຂອງ Emirates ຜ່ານສູນກາງຂອງ Dubai. ດ້ວຍນະໂຍບາຍສະໜອງການບໍລິການທີ່ສະດວກ ສາຍການບິນທັງສອງຍັງຊອກຫາໂອກາດເພື່ອພັດທະນາເຕັກໂນໂລຊີໃໝ່ໆ ແລະ ການຫັນເປັນດິຈິຕອນໃນອຸດສາຫະກໍາການບິນ.
Adnan Qassem, ຮອງປະທານ Emirates ແລະ ຫົວໜ້າເຈົ້າໜ້າທີ່ການຄ້າ ກ່າວວ່າ: “ຫວຽດນາມ ແມ່ນຕະຫລາດທີ່ມີການເຂົ້າເຖິງໂອກາດຫລາຍຢ່າງ ເພື່ອຊຸກຍູ້ການທ່ອງທ່ຽວ ແລະ ການຄ້າ. ພວກຂ້າພະເຈົ້າຫວັງວ່າຈະຂະຫຍາຍຖານຢູ່ຫວຽດນາມ ຮ່ວມກັບ Vietjet ແລະ ຊອກຮູ້ໂອກາດເພື່ອຂະຫຍາຍການຮ່ວມມືໃນອະນາຄົດ.”

Dinh Viet Phoung, CEO ຂອງ Vietjet ກ່າວວ່າ: “ພວກເຮົາຂໍຂອບໃຈ Emirates ສໍາລັບຄວາມໄວ້ວາງໃຈໃນການຮ່ວມມືຂອງພວກເຮົາກັບ Vietjet ເພື່ອສ້າງຄວາມເຂັ້ມແຂງເຄືອຂ່າຍການບິນຂອງພວກເຮົາ ແລະ ເພີ່ມທະວີການເຊື່ອມຕໍ່ຜູ້ໂດຍສານ ດ້ວຍການບໍລິການທີ່ມີລະດັບຂອງ Emirates. ຜູ້ໂດຍສານ Vietjet ສາມາດເຂົ້າເຖິງຈຸດໝາຍປາຍທາງທົ່ວໂລກດ້ວຍລາຄາທີ່ມີການແຂ່ງຂັນສູງ ທີ່ຈະສາມາດສະໜັບສະໜູນການເຕີບໂຕດ້ານເສດຖະກິດ ແລະ ວັດທະນະທຳລະຫວ່າງ ຫວຽດນາມ ແລະ ສະຫະລັດອາຣັບເອມີເຣດ.”
Vietjet ແມ່ນສາຍການບິນຊັ້ນນໍາຂອງຫວຽດນາມ ທີ່ມຸ່ງໝັ້ນສືບຕໍ່ຂະຫຍາຍເຄືອຂ່າຍການບິນ ແລະ ການຮ່ວມມືສາກົນ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານ ແລະ ຊຸກຍູ້ການພັດທະນາແບບຍືນຍົງ. Emirates ສ້າງຕັ້ງຂຶ້ນໃນປີ 1985 ເປັນໜຶ່ງໃນສາຍການບິນທີ່ໃຫຍ່ທີ່ສຸດ ແລະ ເປັນສາຍການບິນທີ່ຖືກຍອມຮັບທີ່ສຸດທົ່ວໂລກ ເຊິ່ງໃຫ້ບໍລິການຫຼາຍກວ່າ 140 ຈຸດໝາຍປາຍທາງໃນ 6 ທະວີບ.

ນັກທ່ອງທ່ຽວຈາກປະເທດລາວມີໂອກາດໄປທ່ອງທ່ຽວໃນພາກພື້ນຕ່າງໆ ແລະ ທ່ອງທ່ຽວໄປຫຼາຍປະເທດທົ່ວໂລກໂດຍຜ່ານຈຸດເຊື່ອມຕໍ່ນະຄອນໂຮ່ຈິມິນໄດ້ຢ່າງສະດວກສະບາຍ ລວມເຖິງບັນດາເມືອງທີ່ສໍາຄັນອື່ນໆຂອງຫວຽດນາມ.Vietjet ມີຖ້ຽວບິນປະຈໍາວັນໃນເສັ້ນທາງນະຄອນຫຼວງວຽງຈັນ – ນະຄອນໂຮ່ຈີມິນ ແລະ ອີກເສັ້ນທາງທີ່ມີການເຊື່ອມຕໍ່ທີ່ຫຼາກຫຼາຍໂດຍຜ່ານເຄືອຂ່າຍການບິນທີ່ກວ້າງຂວາງ.