Friday, April 25, 2025
Kbank Laos โอน รับ จ่าย

ເຈົ້າເປັນນັກທ່ອງທ່ຽວສາຍໃດ?

ການທີ່ຈະໄປທ່ຽວແບບໄດ້ອັດທະລົດຄວາມມ່ວນຊື່ນ ແລະ ອີ່ມອົກອີ່ມໃຈ ໄປແລ້ວບໍ່ຄິດເສຍດາຍເງິນທີ່ເສຍໄປນັ້ນ ເຮົາຕ້ອງມາສັງເກດຕົນເອງໃຫ້ດີ ແລະ ວາງແຜນທ່ຽວກ່ອນວ່າ ເຮົາ, ຄູ່ຮັກ ຫຼື ໝູ່ເພື່ອນນັ້ນແມ່ນມັກທ່ຽວສາຍໃດກັນແທ້?

ໂດຍທົ່ວໄປແລ້ວ, ກໍຈະຈຳແນກຍາກ ເພາະທຸກຄົນມີຮູບແບບການທ່ອງທ່ຽວທີ່ແຕກຕ່າງກັນ ເຊິ່ງມື້ນີ້ ຈະຍົກມາເປັນຕົວຢ່າງບາງສາຍທີ່ໜ້າສົນໃຈ ແລະ ເປັນທີ່ນິຍົມໃນປັດຈຸບັນ ເຊັ່ນ:

  • ນັກທ່ອງທ່ຽວສາຍບຸນ (ສາຍມູ): ນັກທ່ຽວກຸ່ມນີ້ ມັກຈະເດີນທາງກັນໄປເປັນກຸ່ມໝູ່ເພື່ອນ, ຄອບຄອບ ທ່ຽວຕາມວັດວາອາຮາມ, ສະຖານທີ່ສັກສິດ ການທ່ຽວແມ່ນຈຸດປະສົງຮອງ ເພາະຫຼັກໆ ແລ້ວແມ່ນເນັ້ນໄປເຮັດບຸນ ແລະ ຂໍພອນ ຫາທີ່ເພິ່ງທາງຈິດໃຈຫຼາຍກວ່າ.
  • ນັກທ່ອງທ່ຽວສາຍທຳມະຊາດ: ກຸ່ມມັກທ່ຽວແບບນີ້ ຖືວ່າເປັນທີ່ນິຍົມສຸດໃນຕ່າງປະເທດ ແຕ່ສຳລັບປະເທດລາວເຮົາ ມີຂ້ອນຂ້າງໜ້ອຍ ໃນເມື່ອກ່ອນ ເພາະຄົນສ່ວນໃຫຍ່ກໍເຕີບໃຫຍ່ມາກັບທຳມະຊາດຢູ່ແລ້ວ ຈຶ່ງເຫັນວ່າ ມັນບໍ່ໜ້າສົນໃຈປານໃດ, ແຕ່ໃນປັດຈຸບັນ ມີເດັກໄວໜຸ່ມ ຄົນຍຸກໃໝ່ຫັນມາທ່ຽວທາງທຳມະຊາດຫຼາຍຂຶ້ນ ໂດຍສະເພາະກໍແມ່ນ ການຍ່າງປ່າ… ຈົນມີຄົນບອກວ່າ ທຳມະຊາດບຳບັດ.
Climbing the mountain mist tour Nong Khai, Thailand.
  • ນັກທ່ອງທ່ຽວສາຍ adventure: ນັກທ່ອງທ່ຽວກຸ່ມນີ້ ເປັນນັກທ່ອງທ່ຽວທີ່ມັກຄວາມທ້າທາຍ, ຄວາມເມື່ອຍ ແຕ່ຜົນຮັບທີ່ໄດ້ມາເກີນຄາດ ຫາໃສບໍ່ໄດ້; ການທ່ຽວແບບນີ້ ສ່ວນໃຫຍ່ກໍແມ່ນກຸ່ມໄວໜຸ່ມທີ່ເກີດໃໝ່ໃຫຍ່ລຸນ ຢາກໃຊ້ຊີວິດແບບແຕກຕ່າງ ແລະ ຫາປະສົບການໃໝ່ໆ ເມື່ອເຮັດສິ່ງທີ່ຢ້ານໄດ້ແລ້ວຈະມີຄວາມສຸກຫຼາຍທີ່ສຸດ.
  • ນັກທ່ອງທ່ຽວສາຍ Café: ເປັນທີ່ນິຍົມຫຼາຍທີ່ສຸດໃນຍຸກນີ້ແລ້ວ ບໍ່ວ່າຈະເປັນການໄປນັ່ງຮ້ານກາເຟເພື່ອດື່ມເຄື່ອງດື່ມ, ກິນອາຫານ ຂອງຫວານທີ່ແຊບຊ້ອຍ ກໍຍັງເນັ້ນໄປຖ່າຍຮູບ, ເຮັດຄອນເທັນ ແລະ ຫຼາຍຄົນກໍຍັງເນັ້ນການໄປເຮັດວຽກ, ລົມວຽກ ຫຼື ເຮັດວຽກບ້ານເປັນກຸ່ມ.

ບໍ່ວ່າທ່ານຈະເປັນນັກທ່ອງທ່ຽວສາຍໃດ ກໍລ້ວນແຕ່ເປັນການສົ່ງເສີມການທ່ອງທ່ຽວລາວ ແລະ ການໄປທ່ອງທ່ຽວແຕ່ລະບ່ອນນັ້ນ ກໍຢ່າລືມເປັນແບບຢ່າງທີ່ດີໃຫ້ກັບນັກທ່ຽວຕ່າງປະເທດ ໃນການຮັກສາຄວາມສະອາດ, ຮັກສາສິ່ງແວດລ້ອມນຳກັນເດີ້!

ແລ້ວເຈົ້າເດ້! ເປັນນັກທ່ອງທ່ຽວສາຍໃດ ຢ່າລືມຄອມເມັ້ນບອກກັນແດ່ເດີ້

#ນັກທ່ອງທ່ຽວ #ສາຍທ່ອງທ່ຽວ #ທ່ອງທ່ຽວລາວ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.