ທ້າຍປີແລ້ວ ຫຼາຍຄົນອາດກຳລັງກະກຽມຊື້ຂອງຂວັນທີ່ຈະມອບໃຫ້ກັນຢູ່ແມ່ນບໍ? ເພື່ອໃຫ້ການຊື້ຂອງຂວັນໃຫ້ກັນໃຫ້ມີຄຸນຄ່າ ສຸກໃຈທັງຜູ້ໃຫ້ ແລະ ຜູ້ຮັບ ລອງມາຊື້ຂອງຂວັນຕາມຫຼັກ 5 ປ ນຳກັນເບິ່ງນັ້ນກໍຄື: ເປັນປະໂຫຍດ, ປະຢັດ, ປອດໄພ, ເປັນເອກະລັກ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງເຮົາສາມາດເລືອກຊື້ຂອງຂວັນໄດ້ຕາມໃຈມັກ ແຕ່ຕ້ອງຄຳນຶງເຖິງຜູ້ຮັບເປັນສ່ວນໃຫຍ່ ບໍ່ວ່າຈະເປັນ:

- ອຸປະກອນບໍລິຫານຮ່າງກາຍ: ເພື່ອສົ່ງເສີມໃຫ້ຄົນທີ່ເຮົາຮັກຫັນມາໃສ່ໃຈສຸຂະພາບ ຄວນເລືອກຊື້ອຸປະກອນບໍລິຫານຮ່າງກາຍໃຫ້ເຊັ່ນ: ຊຸດອອກກຳລັງກາຍ, ເກີບທີ່ເອົາໄວ້ໃສ່ແລ່ນ, ເຄື່ອງນວດ ຫຼື ບໍລິຫານຮ່າງກາຍ ແລະ ອື່ນໆ (ແຕ່ກໍຕ້ອງເບິ່ງຕາມເພດ ໄວ ຂອງຄົນຮັບໃຫ້ເໝາະສົມ).
- ກະຕ່າໝາກໄມ້: ຍັງເປັນຂອງຂວັນທີ່ບໍ່ວ່າຍຸກໃດກໍຍັງໃຊ້ໄດ້ຕະຫຼອດ ແລະ ເໝາະສໍາລັບທຸກເພດ ທຸກໄວ, ທີ່ສຳຄັນ ດີຕໍ່ສຸຂະພາບ ເຊິ່ງເຮົາກໍສາມາດເລືອກໝາກໄມ້ ແລະ ພືດພັກ ໃສ່ໄດ້ຕາມໃຈມັກ ສຳຄັນຕ້ອງເນັ້ນທີ່ສົດໃໝ່ ແລະ ນຳໃຊ້ໄດ້ຈິງ ຮັບປະທານໄດ້ແຊບ.
- ປື້ມ ຫຼື ສື່ການຮຽນຮູ້: ໃນຊ່ວງປີໃໝ່ ຫຼາຍຄົນກໍມັກຈະຕັ້ງເປົ້າໃຫ້ຕົນເອງກາຍເປັນຄົນໃໝ່ ມີເປົ້າໝາຍໃໝ່ ຢາກໃຫ້ມີແຕ່ສິ່ງດີໆເກີດຂຶ້ນ ສະນັ້ນ, ການມອບປື້ມ ຫຼື ສື່ການຮຽນຮູ້ໃຫ້ເປັນຂອງຂວັນກໍເປັນທາງເລືອກໜຶ່ງທີ່ດີເພື່ອຈະໄດ້ພັດທະນາຕົນເອງ ແລະ ກ້າວເຂົ້າສູ່ປິໃໝ່ດ້ວຍແຮງບັນດານໃຈ ແລະ ຂໍ້ຄິດດີໆ.
- ເຄື່ອງໃຊ້ໃນຊີວິດປະຈຳວັນ: ບໍ່ຈໍາເປັນຕ້ອງເນັ້ນຂອງລາຄາແພງ, ຍີ່ຫໍ່ດັງ ພຽງຄໍານຶງເຖິງຜູ້ຮັບວ່າ ເຂົາຕ້ອງການຫຍັງ ແລ້ວຊື້ຂອງຂວັນທີ່ຕອບໂຈດຄວາມຕ້ອງການນັ້ນ ແລະ ເຂົາກໍໄດ້ໃຊ້ຈິງໃນຊີວິດປະຈຳວັນ ບໍ່ວ່າຈະເປັນ: ສະກີນແຄຣ, ນໍ້າຫອມ, ເຄື່ອງນຸ່ງ, ທຽນຫອມ ແລະ ອື່ນໆ.
- ຂອງຂວັນທີ່ເປັນການ DIY : ການ DIY ສິ່ງຂອງ ເຄື່ອງໃຊ້ໃດໜຶ່ງໃຫ້ເປັນຂອງຂວັນກໍຖືວ່າເປັນໄອເດຍທີ່ດີ ແລະ ທີ່ສຳຄັນຂອງຂວັນເຮົາຈະບໍ່ຄືໃຜ ອາດຈະມີຊິ້ນດຽວໃນໂລກ ຮັບຮອງວ່າບໍ່ວ່າຈະໃຫ້ໃຜກໍສຸກໃຈທັງຜູ້ໃຫ້ ແລະ ຜູ້ຮັບແນ່ນອນ.
ເພາະຊ່ວງທ້າຍປີເປັນຊ່ວງເວລາແຫ່ງການສະເຫຼີມສະຫຼອງ ແລະ ສົ່ງມອບຄວາມຮັກ ຄວາມຫ່ວງໄຍ ໃຫ້ກັນ ແລະ ກັນ ສະນັ້ນ, ເລືອກຂອງຂວັນແທນຄວາມຫ່ວງໄຍຂອງທ່ານໃຫ້ດີ.