Sunday, March 23, 2025

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່:

ອອກເດີນທາງສຳຜັດກັບບັນຍາກາດທີ່ດີ: ຄືທີ່ທຸກຄົນຮູ້ວ່າປະເທດເຮົາເປັນເຂດຮ້ອນພໍມາຊ່ວງທ້າຍປີຈຶ່ງຈະມີອາກາດທີ່ດີ ເຢັນສະບາຍ ແລະ ເປັນຊ່ວງທີ່ອົບອຸ່ນເພາະທຸກສະຖານທີ່ຈະຕົບແຕ່ງໃຫ້ມີສີສັນບໍ່ວ່າຈະເປັນເພື່ອຕ້ອນຮັບຄຣີສມາດ ຫລື ປີໃໝ່ທີ່ໃກ້ຈະມາເຖິງ ເຊິ່ງຈະເຮັດໃຫ້ບັນຍາກາດໃນສະຖານທີ່ຕ່າງໆ ສວຍງາມກວ່າລະດູການອື່ນ ເປັນໂອກາດດີໃນການອອກເດີນທາງເພື່ອຊຶມຊັບບັນຍາກາດເຫຼົ່ານີ້ເພື່ອເກັບເປັນຄວາມຊົງຈຳທີ່ດີ

ພັກຜ່ອນຈາກຄວາມເມື່ອຍໃນການເຮັດວຽກ: ມີຫລາຍຄົນທີ່ຕ້ອງເຮັດວຽກຕະຫຼອດທັງປີໂດຍບໍ່ມີໂອກາດໄດ້ພັກ ພໍມາຊ່ວງປີໃໝ່ຈຶ່ງຖືໂອກາດໄປທ່ຽວເພື່ອພັກຜ່ອນຈາກຄວາມອິດເມື່ອຍ, ຄວາມຄຽດຈາກວຽກງານ ຊີວິດ ແລະ ອື່ນໆ ເວົ້າງ່າຍໆກໍຄືການໜີໄປສາກແບັດໃຫ້ຕົນເອງເພື່ອກຽມພ້ອມມາສູ້ໃນປີຕໍ່ໄປ

default

ອອກເດີນທາງເພື່ອຫາແຮງບັນດານໃຈ: ຊ່ວງທ້າຍປີມັກຈະເປັນຊ່ວງເວລາທີ່ຫຼາຍຄົນມັກໃຊ້ໄປກັບຄອບຄົວ ໝູ່ເພື່ອນ ຄົນຮັກ ແລະ ຕົນເອງ ເພາະເຮົາມັກຈະມີການຄິດທົບທວນເລື່ອງລາວໃນຊ່ວງຫຼາຍເດືອນທີ່ຜ່ານມາ ແລະ ບາງຄົນກໍຢາກວາງແຜນເຮັດສິ່ງໃໝ່ໆໃນປີໜ້າ ສະນັ້ນ, ການເດີນທາງໄປທ່ຽວໃນສະຖານທີ່ໃໝ່ໆຈຶ່ງເປັນຕົວເລືອກທີ່ດີໃນການປ່ຽນບັນຍາກາດ ຫາແຮງບັນດານໃຈ ແລະ ໄອເດຍໃໝ່ໆ

ໃຫ້ລາງວັນຕົນເອງ: ການໃຫ້ລາງວັນຕົນເອງຂອງແຕ່ລະຄົນນັ້ນກໍແຕກຕ່າງກັນໄປ ບາງຄົນໃຫ້ໂດຍການຊື້ສິ່ງຂອງທີ່ຢາກໄດ້ ໄປກິນອາຫານທີ່ມັກ ແຕ່ບາງຄົນກໍໃຫ້ລາງວັນຕົນເອງດ້ວຍການອອກເດີນທາງໄປຍັງສະຖານທີ່ໃໝ່ໆທີ່ບໍ່ເຄີຍໄປ ພົບປະຄົນແປກໜ້າ ກິນອາຫານທີ່ບໍ່ເຄີຍກິນ ສຳຜັດກັບບັນຍາກາດທີ່ສວຍງາມ ເຊິ່ງຊ່ວງທ້າຍປີໃນລະດູໜາວເປັນຊ່ວງເວລາທີ່ເໝາະສົມທີ່ສຸດ

ນອກຈາກສິ່ງທີ່ເວົ້າມາຂ້າງເທິງແລ້ວ, ຍັງມີຫຼາຍເຫດຜົນທີ່ຄົນມັກຈະອອກເດີນທາງໃນຊ່ວງທ້າຍປີ ທຸກຄົນກໍຈະມີເຫດຜົນຂອງຕົນເອງ ບາງຄົນວາງແຜນໄວ້ແຕ່ຕົ້ນປີ ບາງຄົນກໍຈັບຈູດກັນໄປແບບທ້າທ້າຍໄປເລີຍກໍມີ ແຕ່ບໍ່ວ່າເຮົາຈະເດີນທາງດ້ວຍເຫດຜົນໃດກໍຕາມ ເຊື່ອວ່າການເດີນທາງຈະພາທັງຄວາມສຸກ ຄວາມຊົງຈຳທີ່ດີມາໃຫ້ເຮົາສະເໝີ.

ພາບຈາກ: ທ່ອງທ່ຽວ ເມືອງເຟືອງ 

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່