Saturday, November 15, 2025
Kbank Laos โอน รับ จ่าย

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຂັ້ນຕອນທຳອິດ ກ່ອນທີ່ຈະເອົາພຣະພຸດທະຮູບລົງເຮືອນ ຈະຕ້ອງກ່າວຄຳ​ຂໍຂະມາ​ ກ່ອນ​ສົງນໍ້າທຳຄວາມສະອາດພະພຸດທະຮູບ ຫຼື ຮ້ານພະ ແລະ ເພື່ອ​ບໍ່​ໃຫ້​ເກີດ​ໂທດໄພ ໂດຍເລີ່ມ​ຈາກ​ຕັ້ງ​ນະ​ໂມ 3 ຈົບ​ແລ້ວ​ກ່າວຄຳ​ຂໍຂະມາ​ດັ່ງ​ຕໍ່ໄປ​ນີ້:

ຣະ​ຕະ​ນັດ​ຕະ​ເຢ ປະ​ມາ​ເທ​ນະ ທະ​ວາ​ຣັດ​ຕະ​ເຢ​ນະ ສັບ​ພັງ ອະ​ປະ​ຣາ​ທັງ ຂະ​ມະ​ຕຸ ໂນ ພັນ​ເຕ (ຄຳ​ແປ : ກາຍ​ະກຳ 3 ວະ​ຈີ​ກຳ 4 ມະ​ໂນ​ກຳ 3 ທີ່​ຂ້າພະ​ເຈົ້າ​ໄດ້ປະໝາດ​ພາດ​ພັ້ງ​ໃນ​ພະ​ຣັດ​ຕະນະໄຕຣ ດ້ວຍ​ຄວາມ​ຕັ້ງ​ໃຈ​ກໍ​ດີ, ບໍ່​ຕັ້ງ​ໃຈ​ກໍ​ດີ, ຕໍ່​ໜ້າ​ກໍ​ດີ, ລັບ​ຫຼັງ​ກໍ​ດີ ຂໍ​ພະ​ຣັດຕະນະໄຕຣໄດ້​ໂປຣດ​ຍົກ​ໂທດ​ໃຫ້​ຂ້າພະເຈົ້າ​ດ້ວຍ​ເຖີດ)

ຈາກນັ້ນ, ຫຼັງ​ທຳຄວາມສະອາດພະພຸດທະຮູບ ​ແລະ ​ອົງພຣະ​ຕ່າງ​ໆ ສຳເລັດ​ແລ້ວ ໃຫ້​ອັງ​ເຊີນ​ພະພຸດທະຮູບ​ໄວ້​ທີ່​ໂຕະ​ທີ່​ປະ​ດັບ​ດອກ​ໄມ້, ກີບ​ດອກ​ໄມ້​ຢ່າງ​ສວຍ​ງາມ ແລະ ນ້ຳ​ທີ່​ໃຊ້​ສົ​ງ​ພະພຸດທະຮູບ​ຄວນ​ເປັນ​ນ້ຳ​ສະ​ອາດ​ຂະໜາດ​ສາມາດ​ດື່ມ​ກິນ​ໄດ້ກຽມ​ອຸປະກອນ​ຕ່າງ​ໆ ທັງ​ດອກ​ໄມ້​ກິ່ນ​ຫອມ ເຊັ່ນ: ​ມະ​ລິ, ກຸ​ຫຼາບ, ດາວເຮືອງ, ດອກຄູນ ຫຼື ດອກ​ໄມ້​ທີ່​ຊື່​ເປັນ​ມຸງ​ຄຸນ ລວມທັງ​ພວງ​ມາໄລ ແລະ ​ນ້ຳ​ຫອມ, ຂັນ​ນ້ຳ​ໃສ່​ນ້ຳ​ໃຫ້​ພ້ອມ. ກຽມ​ນ້ຳ​ໂຮຍ​ດອກ​ໄມ້ ນ້ຳ​ຫອມ ລົງ​ໃນ​ຂັນ ແລະ ເລີ່ມ​ສົງ​ນ້ຳ.

ເມື່ອ​ເຖິງ​ເວລາ​ສົງ​ນ້ຳ​ພະ ໃຫ້ເລີ່ມ​ຕັ້ງ​ນະ​ໂມ 3 ຈົບ ແລ້ວ​ກ່າວຄຳ​ອະທິຖານ​ວ່າ:

ອິ​ມິ​ນາ ສິ​ຍັງ​​ຈະ​ເນ​ເນ​ວະ ໂຣ​ໂຄ ໂສ​ໂກ ອຸ​ປັດທະ​ວະ​ໂທ ນິບ​ພັນ​ຕຸ ສັບ​ພະ​ໂສ ເອ​ເຕ ສຸ​ຂີ ໂຫນ​ຕຸ ນິ​ຣັນ​ຕະ​ຣັງ (ຄຳ​ແປ: ເດ​ຊະ ຂ້າພເຈົ້າສົງ​ນ້ຳ ພະ​ຊຸ່ມຊື່ນ​ຕະຫຼອດ​ການ ທຸກ​ໂສກ ໂລກ​ໄພ​ພານ ສູນ​ຫາຍ​ໄປ ເປັນ​ສຸກ ເທີ້ນ)

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.