Tuesday, December 9, 2025
Kbank Laos โอน รับ จ่าย

ພະຍາດທີ່ມັກເກີດໃນຍາມຝົນ (ນໍ້າຖ້ວມ)

ໃນຊ່ວງທີ່ມີຝົນຕົກໜັກຕໍ່ເນື່ອງແບບນີ້ ຈົນເຮັດໃຫ້ຫຼາຍພື້ນທີ່ເກີດນໍ້າຖ້ວມ ນອກນັ້ນ, ຍັງມີນໍ້າຂັງຕາມຄອງ, ບຶງ ຕ່າງໆ ເຊິ່ງເປັນແຫຼ່ງສະສົມຂອງເຊື້ອພະຍາດໄດ້ດີ.

ດັ່ງນັ້ນ, ເພື່ອປ້ອງກັນການຕິດເຊື້ອ ເຮົາມາຮູ້ຈັກພະຍາດຊະນິດຕ່າງໆ ທີ່ອາດມາກັບນໍ້າ ນຳກັນ:

  1. ພະຍາດ ລະບົບຫາຍໃຈ ເຊັ່ນ: ໄຂ້ຫວັດ, ປອດບວມ ເປັນຕົ້ນ
  • ອາການ: ມັກຈະມີໄຂ້ ມີນໍ້າມູກ ໄອ ເຈັບຄໍ ປວດເມື່ອຍຕາມຕົນໂຕ ເຈັບຫົວ ອ່ອນເພຍໄດ້ງ່າຍ ແລະ ເບື່ອອາຫານ
  • ການປ້ອງກັນ: ເບື້ອງຕົ້ນດູແລຮ່າງກາຍໃຫ້ອົບອຸ່ນຢູ່ສະເໝີ, ບໍ່ໃສ່ເສື້ອຜ້າປຽກ, ຮັກສາຄວາມສະອາດໃນການກິນຢູ່, ທີ່ພັກອາໃສ ແລະ ຫຼີກລ້ຽງການສຳຜັດກັບຄົນທີ່ເປັນກຸ່ມສ່ຽງຕິດພະຍາດນີ້.

2. ພະຍາດທາງເດີນອາຫານ ເຊັ່ນ: ອາຫານເປັນຜິດ, ອະຫິວາ, ຕັບອັກເສບ ແລະ ອື່ນໆ

  • ພະຍາດເຫຼົ່ານີ້ ອາການເບື້ອງຕົ້ນມັກຈະຖ່າຍຜິດປົກກະຕິ (ອາດຈະເປັນນໍ້າ ຫລື ເລືອດ), ເຈັບທ້ອງ, ປວດຮາກ, ວິນຫົວ ອາດຈະມີໄຂ້ ປວດເມື່ອຍຕາມຕົນໂຕ ເບື່ອອາຫານ ບາງຄົນອາດມີອາການຕາເຫຼືອງ ຫລື ຕົນໂຕເຫລືອງ..
  • ⁠ການປ້ອງກັນ: ຄວນກິນອາຫານທີ່ສະອາດ ປຸ່ງແຕ່ງສຸກແລ້ວ ຫລີກລ້ຽງອາຫານດິບ ແລະ ອາຫານທີ່ໝົດອາຍຸ, ດື່ມນໍ້າທີ່ສະອາດ ຫລື ນໍ້າຕົ້ມສຸກ ຈະດີຫລາຍ ຮັກສາສຸຂະອານາໄມໃຫ້ດີ.

3. ພະຍາດຜິວໜັງ ເຊັ່ນ: ຕຸມແພ້, ຜິວໜັງອັກເສບ …

  • ອາການ: ສ່ວນຫຼາຍມັກຈະມີອາການຄັນຕາມຕົນໂຕ ບາງຄົນມີຕຸມແດງຂຶ້ນເປັນແຜ່ນ, ຜິວໜັງລອກ ອັກເສບ ບວມແດງ ບາງອາການຮ້າຍແຮງກໍມີລັກສະນະ ເປື່ອຍ ຫລື ເປັນໜອງ.
  • ການປ້ອງກັນ: ພະຍາຍາມຫລີກລ້ຽງການແຊ່ນໍ້າເປັນເວລາດົນ, ຖ້າຈຳເປັນຕ້ອງລົງນໍ້າເປື້ອນຕ້ອງຮີບລ້າງ ເຊັດໂຕໃຫ້ແຫ້ງ, ບໍ່ໃສ່ເຄື່ອງປຽກເປັນເວລາດົນ, ຢ່າໃຫ້ຮ່າງກາຍມີບາດແຜເພາະຍິ່ງຈະເປັນອັນຕະລາຍ ຖ້າເກີດອາການເລັກນ້ອຍຄວນທາຢາ ຫລື ກິນຢາແກ້ແພ້ ຖ້າອາການເລີ່ມໜັກຄວນໄປພົບແພດທັນທີ.

4. ພະຍາດຕາແດງ

  • ອາການ: ມັກຈະລະຄາຍເຄືອງຕາ, ຫນັງຕາບວມ, ຕາເມື່ອຍລ້າ ສູ້ແສງບໍ່ໄດ້ ຫລື ບາງຄົນກໍມີອາການນໍ້າຕາໄຫລ ມີຂີ້ຕາຫລາຍກວ່າປົກກະຕິ.
  • ການປ້ອງກັນ: ເລີ່ມຕົ້ນແມ່ນຫລີກລ້ຽງການຖືກຝຸ່ນ ແລະ ນໍ້າເປື້ອນ ຫາກມັກເຂົ້າຕາກໍຄວນຮີບລ້າງດ້ວຍນໍ້າສະອາດທັນທີ, ເມື່ອມີອາການຄັນຕາບໍ່ສີຕາຫລາຍຄັ້ງ, ໃຊ້ຜ້າທີ່ສະອາດໃນການເຊັດໜ້າເພື່ອບໍ່ໃຫ້ຝຸ່ນ ຫລື ສິ່ງສົກກະປົກເຂົ້າຕາ ຖ້າພົບຄົນເປັນໂລກຕາແດງຄວນແຍກຜູ້ປ່ວຍສະເພາະ ແລະ ບໍ່ໃຊ້ເຄື່ອງຂອງຮ່ວມກັນເພື່ອປ້ອງກັນການຕິດຕໍ່.

5. ພະຍາດໄຂ້ເລືອດອອກ

  • ພະຍາດສຸດຮິດທີ່ເປັນກັນຫຼາຍ ແລະ ຫຼີກຫຼ່ຽງໄດ້ຍາກ ອາການ: ມັກຈະມີໄຂ້ຂຶ້ນສູງ, ເຈັບຫົວ, ມີອາການໜາວສັ່ນ, ປວດເມື່ອຍຕາມຕົນໂຕ ອາດມີເລືອດອອກມາເປັນຈຸດຕາມຕົນໂຕ.
  • ການປ້ອງກັນ: ຫຼີກຫຼ່ຽງບໍ່ໃຫ້ຍຸງກັດ, ນອນໃນມຸ້ງທີ່ຍ້ອມຢາ, ໃສ່ເສື້ອແຂນຍາວເວລາເຂົ້າປ່າ ທີ່ສຳຄັນແມ່ນ ທຳລາຍແຫລ່ງແຜ່ພັນຂອງຍຸງ.

ນີ້ເປັນພຽງບາງພະຍາດທີ່ມັກເກີດຂຶ້ນໃນຊ່ວງຍາມຝົນທີ່ມີນໍ້າຖ້ວມ ທີ່ຍົກມາແບ່ງປັນກັບທຸກຄົນ ເຖິງຢ່າງໃດກໍຕ້ອງລະມັດລະວັງ ຮັກສາສຸຂະນາໄມໃຫ້ດີ ເພື່ອບໍ່ໃຫ້ມີພະຍາດຕ່າງໆນີ້ມາບຽດບຽນ ເພື່ອທຸກຄົນໃນຄອບຄົວຈະໄດ້ມີສຸຂະພາບທີ່ດີ.

More from author

Related posts

Latest posts

Vietjet ສ້າງສະຖິຕິໃໝ່ດ້ວຍການຮັບເຮືອບິນ 22 ລຳ ພາຍໃນເດືອນດຽວ, ເພື່ອຄວາມພ້ອມໃນລະດູການເດີນທາງທີ່ມີຄວາມຕ້ອງການສູງ

ນະຄອນຫຼວງວຽງຈັນ, ວັນທີ 8 ທັນວາ 2025 –  ສາຍການບິນ Vietjet ໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ເຊິ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ຄວາມເຄື່ອນໄຫວນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນແນ່ວແນ່ຂອງ Vietjet ໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ບ່ອນທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.

ມາຮູ້ຈັກ! ວັດຈອມເພັດ ສັນຕິສີຣິມຸງຄຸລວຸດທິວະຊີຣາຣາມ ເມືອງຈອມເພັດ ແຂວງຫຼວງພຣະບາງ

ກ່າວກັນວ່າສ້າງຂຶ້ນໃນ ປີ ຄສ 1888 ໃນຣາຊການຂອງເຈົ້າມະຫາຊີວິດ ມະຫິນທະເທພ ( ອຸ່ນຄຳ ) ຢູ່ຂ້າງນອກໃຕ້ອາຮາມ ( ສິມ ) ມີທາຕຸນ້ອຍລູກຫນຶ່ງ ທີ່ບັນຈຸອັດຖິທາຕຸ ຂອງມະເຫສີທອງດີ (ພັນລະຍາ)ຂອງເຈົ້າມະຫາຊີວິດສັກກະຣິນ ທີ່ສະຫວັນນະຄົດ ເມື່ອປີ ຄສ 1929 ວັດແຫ່ງນີ້ຕັ້ງຢູ່ຈອມພູນ້ອຍ ທີ່ຊື່ວ່າ ຈອມພູເພັດ ແລະເປັນວັດແຫ່ງໜຶ່ງໃນຫຼວງພຣະບາ

ຫຼວງພະບາງພາວເວີ ເປີດ “ຫິງຫ້ອຍ ສະຕູດິໂອ” ສູນຮຽນຮູ້ຫັດຖະກຳ ສົ່ງເສີມພັດທະນາທັກສະອາຊີບສູ່ຊຸມຊົນຫຼວງພະບາງ ສືບສານພູມປັນຍາທ້ອງຖິ່ນ

ເມື່ອບໍ່ດົນມານີ້, ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ (LPHPP) ເປີດໂຕ "ຫິງຫ້ອຍ ສະຕູດິໂອ (Hinghoi Studio)" ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະຝີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ ພ້ອມເປີດໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ຮຽນຮູ້ ແລະ ຕໍ່ຍອດສູ່ການປະກອບອາຊີບໃນອະນາຄົດ