Friday, November 14, 2025
Kbank Laos โอน รับ จ่าย

ກະຊວງອຸດສາຫະກຳ ແລະ ການຄ້າ ຈັບມື ຊີພີ ອໍລ໌ ລາວ ຊຸກຍູ້ໂຄງການສິນຄ້າລາວກ້າວສູ່ມາດຕະຖານສາກົນ

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບບໍລິສັດ ຊີພີ ອໍລ໌ ລາວ ຍົກລະດັບສິນຄ້າທ້ອງຖິ່ນທີ່ມີທ່າແຮງສູງໃຫ້ກ້າວສູ່ມາດຕະຖານສາກົນ ເພື່ອເພີ່ມໂອກາດສູ່ ຊ່ອງທາງຈຳໜ່າຍຂອງຮ້ານ ເຊເວັ່ນ ອີເລຟເວັ່ນ ແລະ ຕະຫຼາດຕ່າງປະເທດ

ໃນວັນທີ 2 ກັນຍາ 2025 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີລົງນາມໃນບັນທຶກຄວາມເຂົ້າໃຈ(MOU) ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການສິນຄ້າລາວກ້າວສູ່ມາດຕະຖານສາກົນ ລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ) ໂດຍ ທ່ານນາງ ມະນີວອນ ວົງໄຊ, ຫົວໜ້າກົມ ແລະ ກົມການຄ້າພາຍໃນ ໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມ ກັບ ບໍລິສັດ ຊີພີອໍລ໌ ລາວ ຈໍາກັດ ໃນກຸ່ມບໍລິສັດ ຊີພີອໍລ໌ ຈຳກັດ (ມະຫາຊົນ) ເຊິ່ງມີ ທ່ານ ທາຕີ ຈິຣະບັນຈົງຈິດ Managing Director ເປັນຜູ້ແທນໃນການລົງນາມຄັ້ງນີ້.

ສຳລັບໂຄງການສິນຄ້າລາວກ້າວສູ່ມາດຕະຖານສາກົນ ມີຈຸດປະສົງຕົ້ນຕໍ ເພື່ອຍົກລະດັບຄຸນນະພາບ ແລະ ມາດຕະຖານຂອງສິນຄ້າເດັ່ນ ແລະ ມີທ່າແຮງຂອງລາວໃຫ້ກ້າວສູ່ມາດຕະຖານສາກົນ ສາມາດວາງຈຳໜ່າຍໃນຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງກວ້າງຂວາງ ໂດຍສະເພາະຜ່ານເຄືອຂ່າຍຂອງເຊເວັ່ນ ອີເລຟເວັ່ນ ເຊິ່ງເປັນຮ້ານສະດວກຊື້ທີ່ມີຊື່ສຽງລະດັບໂລກ. ດ້ານໜຶ່ງ, ຈະກໍ່ໃຫ້ເກີດການສ້າງວຽກເຮັດງານທຳ, ສ້າງອາຊີບ ສ້າງລາຍໄດ້ເພີ່ມໃຫ້ກັບຜູ້ປະກອບການ ແລະ ຜູ້ຜະລິດສິນຄ້າໃນປະເທດ ນຳໄປສູ່ການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນລາວ ລວມເຖິງເປັນການສ້າງພາບພົດຊື່ສຽງທີ່ດີໃຫ້ກັບສິນຄ້າທ້ອງຖິ່ນຂອງ ສປປ ລາວ.

ທ່ານນາງ ມະນີວອນ ວົງໄຊ ຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ) ກ່າວວ່າ ກົມ ຈນກ ເປັນກົມໜຶ່ງປະຕິບັດໜ້າທີ່ພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ວຽກງານສົ່ງເສີມຜູ້ປະກອບການ ແລະ ສະຕາດອັບ, ວຽກງານຜະລິດຕະພາບ ແລະ ຄຸນນະພາບ, ວຽກງານພັດທະນາສິນຄ້າ, ວຽກງານຫັດຖະກຳ ແລະ ວຽກງານສົ່ງເສີມການເຂົ້າເຖິງແຫຼ່ງທຶນ. ໂຄງການສິນຄ້າລາວກ້າວສູ່ມາດຕະຖານສາກົນ ເປັນການຮ່ວມມືລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງຕາງໜ້າໂດຍ ກົມສົ່ງເສີມ ຈນກ ແລະ ກົມການຄ້າພາຍໃນ ກັບ ບໍລິສັດ ຊີພີ ອໍລ໌ ລາວ, ໂຄງການຮ່ວມມືດັ່ງກ່າວຈະນໍາມາເຊິ່ງຜົນປະໂຫຍດສໍາຄັນຫຼາຍຢ່າງ ເປັນຕົ້ນແມ່ນ ການຍົກລະດັບຜະລິດຕະພາບໃນການຜະລິດ, ປັບປຸງຄຸນນະພາບສິນຄ້າ, ການຂະຫຍາຍຕະຫຼາດ, ແລະ ອື່ນໆ ໃຫ້ແກ່ສິນຄ້າທ້ອງຖິ່ນໃນ ສປປ ລາວ. ການຮ່ວມມືດັ່ງກ່າວຍັງແມ່ນການພົວພັນຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ, ສ້າງໃຫ້ຫົວໜ່ວຍທຸລະກິດພາຍໃນມີໂອກາດໃນການຮຽນຮູ້ ແລະ ເຂົ້າເຖິງເຕັກນິກການພັດທະນາຄຸນນະພາບສິນຄ້າ ກໍຄື ລະບົບການຜະລິດທີ່ກ້າວໜ້າ ເພື່ອຍົກສູງຄຸນນະພາບ, ສ້າງຂີດຄວາມສາມາດໃນການແຂ່ງຂັນ ແລະ ຍັງເປັນການຂະຫຍາຍຕະຫຼາດໃຫ້ແກ່ສິນຄ້າຂອງຕົນ.

ຂະນະທີ່ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກ່າວວ່າ ການສະໜັບສະໜູນຈາກພາກລັດຈາກໂຄງການຮ່ວມມືນີ້ ຈະຊ່ວຍໃຫ້ຜູ້ຜະລິດມີທັກສະຄວາມຮູ້ໃນການພັດທະນາສິນຄ້າ ໂດຍສະເພາະ ການມຸ່ງໝັ້ນໃນການພັດທະນາຄຸນນະພາບສິນຄ້າຂອງຕົນໃຫ້ ກ້າວສູ່ມາດຕະຖານສາກົນ ແລະ ເປັນການສົ່ງເສີມດ້ານການ ຂະຫຍາຍຕະຫຼາດ. ການຮ່ວມມືກັບພາກທຸລະກິດນີ້ ຈະເປັນຂົວຕໍ່ສຳຄັນໃນການນຳສິນຄ້າລາວເຂົ້າສູ່ຕະຫຼາດທັງໃນ ແລະ ຕ່າງປະເທດ. ພ້ອມນັ້ນ, ການຮ່ວມມືລະຫວ່າງພາກລັດ ແລະ ທຸລະກິດນີ້ ເປັນການສ້າງຄວາມເຂົ້າໃຈຮ່ວມກັນ ແລະ ສົ່ງເສີມກັນ ແລະ ກັນ ເພື່ອເຮັດວຽກໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດໃຫ້ໄປໃນທິດທາງດຽວກັນ.

ປັດຈຸບັນ ສປປ ລາວ ມີຮ້ານເຊເວັ່ນ ອີເລຟເວັ່ນ ເປີດໃຫ້ບໍລິການຄວາມສະດວກແລ້ວ 19 ສາຂາ ຕັ້ງຢູ່ໃນນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ, ຈໍາປາສັກ ແລະ ແຂວງ ຄຳມ່ວນ ເຊິ່ງທຸກສາຂາມີການຈັດສັນພື້ນທີ່ສຳລັບສິນຄ້າທ້ອງຖິ່ນຂອງລາວທີ່ມີຄຸນນະພາບໄດ້ເຂົ້າມາວາງຈຳໜ່າຍຢ່າງຊັດເຈນ ເພື່ອສະໜັບສະໜູນສິນຄ້າຂອງຄົນລາວໂດຍສະເພາະໃນບັນດານັກທ່ອງທ່ຽວທີ່ມາຢ້ຽມຢາມ ສປປ ລາວ ເປັນການສົ່ງເສີມການເຕີບໂຕທາງເສດຖະກິດຢ່າງຍືນຍົງຂອງປະເທດ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.