Friday, November 14, 2025
Kbank Laos โอน รับ จ่าย

ພັດທະນາຄວາມ Flagship ທີ່ສາມາດເຂົ້າເຖິງໄດ້ ແລະ ນະວັດຕະກຳທີ່ໃໝ່ຫຼ້າສຸດຂອງແທັບເລັດ, Galaxy S25 FE | Buds 3 FE | Tab S11 Series ເປີດໂຕຢ່າງເປັນທາງການ

ໃນວັນທີ 4 ກັນຍາ 2025, ລາວ ຊຳຊຸງ ອີເລັກໂທຣນິກ ໄດ້ເປີດໂຕສິນຄ້າໃຫມ່ 3 ປະເພດ: ມືຖື, ຫູຟັງ ແລະ ແທັບເລັດ ໄດ້ແກ່ Galaxy S25 FE | Buds 3 FE | Tab S11 Series ຕາມລຳດັບ. ການເປີດໂຕກຸ່ມສິນຄ້າໃຫມ່ນີ້ ຖືເປັນການຍົກລະດັບປະສົບການຄວາມບັນເທີງ ທີ່ໄດ້ຮັບຈາກຜະລິດຕະພັນຂອງຊຳຊຸງຢ່າງຄົບຖ້ວນ ແລະ ເຫມາະກັບຜູ້ບໍລິໂພກທຸກປະເພດ ເຊິ່ງເປັນການຢ້ຳເຖິງຄວາມຫມຸ້ງຫມັ້ນທີ່ຈະພັດທະນາເທັກໂນໂລຢີ ໃຫ້ເຂົ້າກັບຜູ້ຊົມໃຊ້ທຸກລະດັບ ໃຫ້ຜູ້ບໍລິໂພກໄດ້ຮັບປະສົບການນຳໃຊ້ມືຖືທີ່ກຸ້ມຄ່າທີ່ສຸດ.

Galaxy S25 FE: ພຣີມ້ຽມດີຊາຍ ບັນເທີງໄດ້ບໍ່ຈຳກັດ

ມືຖືລະດັບ Flagship ທີ່ເຂົ້າເຖິງໄດ້ສະດວກສະບາຍຂຶ້ນ ພ້ອມມອບຄວາມບັນເທີງແບບໃຫມ່ທີ່ໄຮ້ຂີດຈຳກັດ.

ດ້ວຍການອອກແບບທີ່ຍຶດຄວາມຫລູຫລາ ແລະ ປະສິດທິພາບຈາກ Galaxy S Series, S25 FE ເປັນອີກທາງເລືອກຫນຶ່ງໃຫ້ຜູ້ທີ່ຕ້ອງການມືຖືໃນການສ້າງສັນຜົນງານດ້ານຄວາມບັນເທີງໄດ້ຢ່າງໄຮ້ຂອບເຂດ. ການຫມູນໃຊ້ AI ProVisual Engine ທີ່ຊົງພະລັງເຂົ້າໄປໃນກ້ອງ ຊ່ວຍໃຫ້ທັງຮູບພາບ ແລະ ວີດີໂອ ສີສົດໃສຂຶ້ນດ້ວຍ HDR (High Dynamic Range) ແລະ ໂຫມດຖ່າຍຮູບກາງຄືນ (Low Noise Mode) ທີ່ຈະຊ່ວຍໃຫ້ຮູບພາບຍັງສວຍງາມ ແລະ ແຈ່ມແຈ້ງ ໃນບ່ອນທີ່ມີແສງຫນ້ອຍ.

ພ້ອມກັນນັ້ນ ຍັງໄດ້ເພີ່ມກ້ອງຫນ້າເປັນ 12MP ເພື່ອການ Selfie ທີ່ຍົກລະດັບຂຶ້ນໄປອີກ. ຫລັງຈາກການຖ່າຍທຳທີ່ເຫນືອຊັ້ນແລ້ວ Generative AI,​ Auto Trim ແລະ Audio Eraser ທີ່ມານຳໂຕເຄື່ອງ ສາມາດຊ່ວຍເພີ່ມລະດັບຜົນງານເຫລົ່ານັ້ນ ໄດ້ຢ່າງອັດສະລິຍະ ແລະ ຕາມໃຈຕ້ອງການໃຫ້ກັບທຸກຜົນງານ. ນອກຈາກນັ້ນ ປະສິດທິພາບໃນການເຮັດວຽກ ແລະ ການຫລິ້ນເກມຫນັກໆແລ້ວ ກໍຮັບປະກັນດ້ວຍຫນ່ວຍປະມວນຜົນໃຫມ່ ທີ່ລະບາຍຄວາມຮ້ອຍໄດ້ດີ ແລະ ແບັດເຕີຣີທີ່ເພີ່ມຂຶ້ນເປັນ 4,900mAh ທີ່ມາພ້ອມຄວາມໄວໃນການສາກ 45W.

ສີ ແລະ ລາຄາ:​ ມາໃນສີຟ້າກົມ, ຟ້າອ່ອນ ແລະ ດຳ ໃນລາຄາພຽງ 15,599,000 ກີບ.

ໂປຣໂມຊັ່ນ: ໄລຍະສັ່ງຈອງພາຍໃນວັນທີ 05 – 30 ກັນຍາ 2025 ແມ່ນ ໄດ້ຮັບຟຣີການເພີ່ມຄວາມຈຳສອງເທົ່າ ຈາກ 128GB ເປັນ 256GB ແລະ ໄດ້ຮັບສ່ວນຫລຸດເພີ່ມຕື່ມ ເມື່ອຊື້ຄູ່ກັບ Galaxy Watch* ແລະ Galaxy Buds3 FE.

Galaxy Buds3 FE: ຫູຟັງອັດສະລິຍະ

ຫູຟັງລະດັບທັອບ ທີ່ມອບປະສົບການທີ່ເຫນືອກວ່າລາຄາ ເພື່ອຄວາມບັນເທີງ ແລະ ການສື່ສານຢ່າງບໍ່ມີອຸປະສັກ.

ເພື່ອໃຫ້ປະສົບການການເສບຄວາມບັນເທີງ ທີ່ຄົບເຄື່ອງຂຶ້ນຕື່ມ, Galaxy Buds3 FE ໄດ້ເປີດໂຕຢ່າງເປັນທາງການ ມາພ້ອມ AI ທີ່ຈະເຮັດໃຫ້ການໃຊ້ຫູຟັງຂອງທ່ານບໍ່ຄືເກົ່າອີກຕໍ່ໄປ. ການອອກແບບມາເພື່ອຕອບໂຈດຜູ້ທີ່ຊອກຫາຄວາມກຸ້ມຄ່າ ໂດຍທີ່ຍັງຮັກສາມາຕະຖານຂອງປະສິດທິພາບ ເຮັດໃຫ້ໂຕເຄື່ອງອັດແຫນ້ນໄປດ້ວຍແບັດເຕີຣີທີ່ຄົງທົນ ແລະ ຄວາມສາມາດກັນນ້ຳ IP54. ດ້ວຍ Active Noise Cancellation (ANC) ແລະ Crystal-Clear Call ຫູຟັງເຄື່ອງນີ້ ຈະເຮັດໃຫ້ທ່ານ ສາມາດໂອ້ລົມໃນທຸກສະພາບແວດລ້ອມໄດ້ ໂດຍບໍ່ມີສຽງລົບກວນ. ເພື່ອເພີ່ມປະສິດທິພາບໃນການເຮັດວຽກທຸກລະດັບ Galaxy Buds3 FE ມາພ້ອມ AI ທີ່ສາມາດເອີ້ນໃຊ້ Gemini Live, ການແປພາສາແບບ real-time ໃນກິດຈະກຳຕ່າງໆເຊັ່ນ: ການທົວ, ການນຳສະເຫນີ, ການຮຽນ ແລະ ອີເວັ້ນຕ່າງໆ.

ສີ ແລະ ລາຄາ:​ ມາໃນສີເທົາ ແລະ ດໍາ ໃນລາຄາພຽງ 2,699,000 ກີບ.

ໂປຣໂມຊັ່ນ: ເມື່ອສັ່ງຊື້ຄູ່ກັບ S25 FE ຮັບສ່ວນຫລຸດເພີ່ມຕື່ມ 500,000 ກີບ.

Galaxy Tab S11: ເຮັດວຽກໃຫ້ສະບາຍ ເມື່ອຍ້າຍມາໃຊ້ Tab S11

ນະວັດຕະກຳແທັບເລັດໃຫມ່ ທີ່ຈະປ່ຽນແປງການເຮັດວຽກຂອງທ່ານໃຫ້ຢູ່ເຫນືອຈໍກວ້າງ.

ເປີດໂຕໄປຢ່າງອະລັງການກັບອີກ Series ຂອງ Tablet ທີ່ຊົງພະລັງທີ່ສຸດເທົ່າທີ່ຊຳຊຸງເຄີຍມີມາ, Tab S11 Series, ທີ່ຈະປ່ຽນວິທີການເຮັດວຽກໃນຍຸກປະຈຸບັນ ດ້ວຍການຂ້າມຂີດຈຳກັດຂອງການເປັນພຽງ Tablet ເທົ່ານັ້ນ. ການເປີດໂຕທີ່ມາພ້ອມ S Pen ໃຫມ່ຫລ້າສຸດ ໂດຍມີ Quick Tools ທີ່ສາມາດເລືອກປ່ຽນຮູບແບບຂອງປາກກາ ເຮັດໃຫ້ Tab S11 ກາຍເປັນເຄື່ອງມືຄູ່ໃຈຂອງຜູ້ທີ່ໃຊ້ການຈົດບັນທຶກ, ຂີດຂຽນ ແລະ ແຕ້ມໃນຊີິວິດປະຈຳວັນ.

ເພີ່ມປະສິດທິພາບໃນການເຮັດວຽກຂຶ້ນໄດ້ຫລາຍກວ່າເກົ່າດ້ວຍ DeX Mode ທີ່ສາມາດແຍກຫນ້າຈໍການໃຊ້ງານ ເຮັດໃຫ້ທ່ານຈັດການຫນ້າວຽກໄດ້ໄວຂຶ້ນ ແລະ ບໍ່ສະດຸດ. ທີ່ຂາດບໍ່ໄດ້ເລີຍ ເມື່ອເວົ້າເຖິງປະສິດທິພາບໃນການເຮັດວຽກ ແມ່ນ Galaxy AI ທີ່ເປັນຜູ້ຊ່ວຍແກ້ໄຂທຸກບັນຫາ ແລະ ດັດແກ້ວຽກຂອງທ່ານໃຫ້ສົມບູນແບບຍິ່ງຂຶ້ນ. ທັງຫມົດນີ້ ແລະ ອີກຫລາຍໆຢ່າງລວມໄວ້ໃນໂຕເຄື່ອງ Tab S11 Series ທີ່ບາງເບົາບໍ່ຄືໃຜ ໃຫ້ຊີວິດໃນການເຮັດວຽກຂອງທ່ານເປັນໄດ້ຫລາຍກວ່າທີ່ເຄີຍ

ສີ ແລະ ລາຄາ:​ Tab S11 Ultra ຈໍກວ້າງ 14.6 ນິ້ວ ມາໃນສີດຳ ໃນລາຄາພຽງ 31,999,000 ກີບ ແລະ Tab S11 ຈໍກວ້າງ  11 ນິ້ວ ມາໃນສີເທົາ ແລະ ດຳ ໃນລາຄາພຽງ 24,599,000 ກີບ ຄວາມຈຳ 12+256GB ທັງ 2 ຮຸ້ນ.

ໂປຣໂມຊັ່ນ: ໄລຍະສັ່ງຈອງພາຍໃນວັນທີ 05 – 30 ກັນຍາ 2025 ແມ່ນໄດ້ຮັບ Book Cover Slim Keyboard ແລະ Galaxy Buds3 FE.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.