Saturday, May 11, 2024
Lenovo
ເຮືອນEducation & Sports

Education & Sports

ຮອບທີ 4 ຈະຈັດຢູ່ ນະຄອນຫຼວງ ວຽງຈັນ! ມວຍລາວລະດັບຊາດ ຊີງແຊ້ມສາຍແອວ ກຽດຕິຄຸນການນຳຂັ້ນສູງ

ການແຂ່ງຂັນຊົກມວຍລາວ ລະດັບຊາດ ຊີງແຊ້ມສາຍແອວກຽດຕິຄຸນ ການນຳຂັ້ນສູງ ຂອງ ສປປ ລາວ ຮອບທີ 4 ຈະຈັດຂຶ້ນໃນວັນທີ 7 ເມສາ 2024 ຢູ່ສະໜາມກິລາວູໂດ ແຫ່ງຊາດລາວ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ເພື່ອຄັດເລືອກເອົານັກກິລາມວຍລາວ ໃນແຕ່ລະຮຸ່ນນ້ຳໜັກ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ສົ່ງເຂົ້າຮ່ວມແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ

ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ປີນີ້ ຈະມີການແຂ່ງຂັນ 14 ປະເພດກິລາ.

ກອງເລຂາຄະນະກຳມະການ ຈັດງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໄດ້ຈັດກອງປະຊຸມປຶກສາຫາລື ກັບບັນດາອະນຸກຳມະການຝ່າຍຕ່າງໆ ເພື່ອກະກຽມໃສ່ການເປີດງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໃນລະຫວ່າງ ວັນທີ 5-14 ພຶດສະພາ 2024 ທີ່ຈະເຖິງນີ້ ໂດຍການເປັນປະທານຂອງ ທ່ານຮອງສາດສະດາຈານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທັງເປັນຮອງປະທານຮັບຜິດຊອບຈັດງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2, ມີບັນດາຫົວໜ້າ ແລະ ຮອງອະນຸກຳມະການຝ່າຍຕ່າງໆຂອງກອງເລຂາຄະນະຈັດງານເຂົ້າຮ່ວມ ເຊັ່ນ: ອະນຸກຳມະການເນື້ອໃນ; ອະນຸກຳມະການບໍລິຫານ-ບໍລິການ; ອະນຸກຳມະການພິທີການ, ຕ້ອນຮັບ ແລະ ຈັດຫາອາສາສະໝັກ; ອະນຸກຳມະການຂ່າວສານ ແລະ ຍ້ອງຍໍ; ອະນຸກຳມະການພິທີເປີດ-ປິດ ແລະ ອະນຸກຳມະການການແພດ.

ດອກປີກໄກ່ ຄັດເລືອກນັກກິລາທີມຊາດລາວຮຸ່ນສືບທອດ

ສະຫະພັນດອກປີກໄກ່ແຫ່ງຊາດລາວ ສາມາດຄັດເລືອກນັກກິລາດອກປີກໄກ່ທີມຊາດລາວ ໃນຮຸ່ນເຍົາວະຊົນ ອາຍຸບໍ່ເກີນ 15 ປີ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ກຽມສົ່ງເຂົ້າຮ່ວມແຂ່ງຂັນ 2 ລາຍການໃຫຍ່ ກໍຄື ງານແຂ່ງຂັນກິລາດອກປີກໄກ່ ຊີງແຊ໋ມເຍົາວະຊົນອາຊຽນ ຈະຈັດຂຶ້ນໃນເດືອນພຶດສະພານີ້ ທີ່ສປປ ລາວ ເປັນເຈົ້າພາບ ແລະ ງານກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ແຂວງດານັງ ສສ ຫວຽດນາມ ຈະຈັດຂຶ້ນໃນເດືອນມີຖຸນາ 2024.

ຮູ້ຈັກກັບ ຕະກຸນພາສາຕ່າງໆໃນລາວ.

ຕະກຸນພາສາແມ່ນກຸ່ມຂອງພາສາທີ່ກ່ຽວຂ້ອງກັນໂດຍການສືບເຊື້ອສາຍມາຈາກບັນພະບຸລຸດຮ່ວມກັນ ເຊິ່ງເອີ້ນວ່າພາສາຕັ້ງເດີມຂອງຕະກຸນນັ້ນ. ເຮົາສາມາດພິສູດໄດ້ວ່າພາສາສອງພາສາ ມີຄວາມສຳພັນກັນທາງເຊື້ອສາຍ ໂດຍພິຈາລະນາເບິ່ງວ່າພາສາທັງສອງມີຄວາມຄ້າຍຄືກັນ ຢ່າງເປັນລະບົບ ຫຼື ບໍ່.

ປະຫວັດຄວາມເປັນມາ ວັນແມ່ຍິງສາກົນ 8 ມີນາ.

ວັນແມ່ຍິງສາກົນ ໄດ້ກຳເນີດເກີດຂຶ້ນ ຍ້ອນແມ່ຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບ ຄ່າຈ້າງດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບ ປົກປັກຮັກສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.

ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍຜູ້ຕັດສິນກິລາບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ

ທ່ານ ນາງ ພຸດສະຫວັນ ຈັນທະວົງໄດ້ກາຍເປັນກຳມະການຕັດສິນຍິງຄົນທຳອິດຂອງສປປລາວລາວທີ່ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການລະດັບທະວີບອາຊີ.ຖືວ່າເປັນອີກໜຶ່ງຂ່າວດີ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ທີ່ຈະໄດ້ເຫັນບຸກຄະລາກອນທີ່ເປັນຄົນລາວ ໄດ້ຮັບກຽດຖືກເຊີນໄປຮ່ວມຕັດສິນລະດັບທະວີບອາຊີຄັ້ງທຳອິດ ເຊິ່ງ ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບຟີຟ້າ(FIFA)ຈາກສປປລາວ ຈະໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ(U20) ຊິງແຊ້ມອາຊີ 2024 ຮອບສຸດທ້າຍ ໃນລະຫວ່າງ ວັນທີ 3-16 ມີນາ 2024 ນີ້.

ສູນຝຶກກິລາບານເຕະຈຳປີ-ຈຳປາ ຈະກາຍເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ.

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ໃຫ້ຮູ້ວ່າ ສູນຝຶກກິລາບານເຕະຈຳປີ-ຈຳປາ ຕັ້ງຢູ່ສະໜາມກິລາແຫ່ງຊາດລາວ (ຫຼັກ16) ໂດຍດັ່ງກ່າວເປັນໝາກຜົນແບບຢ່າງທາງດ້ານການພັດທະນາກິລາບານເຕະລາວ, ເຊິ່ງພາກລັດ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດ ສຕລ ໄດ້ນຳໃຊ້ສະໜາມກິລາແຫ່ງຊາດຫຼັກ 16 ລວມທັງໝົດເປັນເນື້ອທີ່ດິນຈຳນວນ 105,446 ຕາແມັດ.

ລາວຈະສົ່ງນັກກິລາ ລົງແຂ່ງຂັນ 3 ປະເພດເກມ ໃນງານ World Esport Championship 2024.

ສປປ ລາວ ຈະສົ່ງຕົວແທນນັກກິລາລົງແຂ່ງໃນການແຂ່ງຂັນອີສະປອດລະດັບໂລກງານ World Esport Championship 2024 ທີ່ ເມືອງຣີຍາດ, ປະເທດຊາອຸດິອາລາເບຍ ເຊີ່ງມີປະເທດທີ່ເຂົ້າຮ່ວມການແຂ່ງຂັນເຖິງ 130 ປະເທດ ເຊິ່ງສະຫະພັນກິລາອີສະປອດແຫ່ງຊາດລາວ ຕົກລົງເຫັນດີສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ 3 ປະເພດເກມ, 4 ລາຍການແຂ່ງຂັນ ໄດ້ແກ່: PUBG MOBILE, MOBILE LEGENDS: BANG BANG (ປະເພດຊາຍ) ແລະ (ປະເພດຍິງ), EFOOTBALL (CONSOLE).

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!