fbpx

Economy

ປະທານກຳມະທິການເສດຖະກິດ ລົງຊຸກຍູ້ ການປະຕິບັດແຜນພັດທະນາເສດ ເມືອງໄຊບູລີ

ທ່ານ ບຸນ​ປອນ ສີ​ສຸລາ​ດ ປະທານ​ກໍາມາ​ທິການ​ເສດຖະກິດ ​ເຕັກ​ໂນ​ໂລ​ຊີ ​ແລະ​ສິ່ງ​ແວດ​ລ້ອມ ພ້ອມຄະນະນຳທັງສູນກາງ ແລະ ທ້ອງຖິ່ນ ລົງ​ເຄື່ອນ​ໄຫວຕິດຕາມ​ກວດກາ, ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ-​ເສດຖະກິດ​ສັງຄົມ ​ແລະ​ ແຜນ​ງົບປະມານ​ແຫ່ງ​ລັດ​ປະ​ຈໍາປີ 2018 ຢູ່​ເມືອງ​ໄຊ​ບູລີ ​ໂດຍ​ໄດ້ຮັບການຕ້ອນຮັບຈາກທ່ານ ບຸນ​ຍົງ ຈັນ​ນີຍະ​ວົງ ​ເຈົ້າ​ເມືອງ​ໄຊ​ບູລີ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ​ໃນ​ນັ້ນ​ ອໍານາດ​ການ​ປົກຄອງ​ເມືອງ ໄດ້​ສຸມ​ໃສ່​ການ​ຊີ້​ນໍາໆພາ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ເຊິ່ງຜົນ​ງານ​ທີ່ພົ້ນ​ເດັ່ນ​ແມ່ນ​ ເສດຖະກິດຂອງ​ເມືອງ ຍັງ​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ໃນລະດັບ 9,5% ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນ GDP ​ບັນລຸໄດ້...

ງານວາງສະແດງສິນຄ້າທຸລະກິດປ້າຍ ເພື່ອຊ່ວຍນັກທຸລະກິດປ້າຍລາວ ຂະຫຍາຍເຄືອຂ່າຍທາງການຄ້າກັບສາກົນ

ທ້າຍອາທິດຜ່ານມາ, ທີ່ນະຄອນຫລວງວຽງຈັນ, ບໍລິສັດ ໄອບຣິກ ຈຳກັດ ຈາກປະເທດໄທ ຮ່ວມກັບກຸ່ມຄົນຮັກປ້າຍເມືອງລາວ ໄດ້ຈັດງານຖະແຫລງຂ່າວ ເພື່ອເຊີນຊວນບັນດາບໍລິສັດປ້າຍຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ໄຊເອເຊຍເອັກໂປ 2018 (Sign Asia Expo 2018) ແລະ ເອພີພີພີເອັກໂປ ໄທແລນ (APPPEXPO Thailand), ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້ ທີ່ປະເທດໄທ. ງານວາງສະແດງສິນຄ້າຄັ້ງນີ້, ຊຶ່ງເປັນປີທີ 16 ຈະຈັດຂຶ້ນໃນລະຫວ່າງ ວັນທີ 8-11...

6 ເດືອນຕົ້ນປີ 2018 ນີ້, ອັດຕະປື ມີມູນຄ່າການລົງທຶນ ຂອງເອກະຊົນ 121 ລ້ານກວ່າໂດລາ.

ໃນ 6 ເດືອນຕົ້ນປີ 2018 ນີ້ ແຂວງອັດຕະປື ມີມູນຄ່າການລົງທຶນ ຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດທັງໝົດ 121,56 ລ້ານໂດລາ ຫລື ເທົ່າກັບ 972 ຕື້ກວ່າກີບ, ລື່ນແຜນ 16%, ໃນນັ້ນ ທຶນທີ່ເປັນເງິນສົດມີ 72,94 ລ້ານໂດລາ ຫລື ເທົ່າກັບ 583 ຕື້ກີບ, ທຶນທີ່ເປັນວັດຖຸອຸປະກອນ ແລະ ພາຫະນະ ເຊິ່ງຕິດພັນກັບການຜະລິດໂດຍກົງມີ 48,62...

ເສດຖະກິດ ເມືອງໄຊ ແຂວງອຸດົມໄຊ ຂະຫຍາຍຕົວສະເລ່ຍ 9% ຕໍ່ປີ

ປັດຈຸບັນນີ້ ການ​ພັດທະນາເສດຖະກິດ-ສັງຄົມຂອງເມືອງ​ໄຊ ​ໄດ້​ມີ​ການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ລວມຍອດຜະລິດຕະພັນ ແລະ ການບໍລິການພາຍໃນ (GDP) ບັນລຸ 920 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 11 ລ້ານກວ່າກີບ ເທົ່າກັບ 1.358 ໂດລາສະຫະລັດ, ລວມອັດຕາການຂະຫຍາຍຕົວຂອງເສດຖະກິດ ເທົ່າກັບ 9% ຕໍ່ປີ. ດ້ານການລົງທຶນ ປີ 2018 ມີທັງຫມົດ 7 ໂຄງການ, ລວມມູນຄ່າ 23,7 ຕື້ກວ່າກີບ, ການຈັດເກັບລາຍຮັບເຂົ້າງົບປະມານ ຮອດປັດຈຸບັນໄດ້ 7...

​ສຳ​ຜັດ!ຫົນ​ທາງ​ໄປ​ວັງ​ວຽງ

ງາມ! ໂຫດ! ກວ່າຈະຮອດ ກໍສັ່ນຈົນຫົວຊິຫລຸດ. ລະດູການທ່ອງທ່ຽວຂອງລາວເຮົາ ກັບມາອີກຄັ້ງແລ້ວ ຫລາຍຄົນປຽບທຽບວັງວຽງວ່າ ເປັນຄືກັບສະຫວັນ. ແຕ່ປີນີ້,ສະພາບຂອງຖະຫນົນຫົນທາງຊຸດໂຊມລົງກວ່າເກົ່າຫລາຍ ເພາະວ່າຍັງຢູ່ໃນລະຫວ່າງການກໍ່ສ້າງຂອງໂຄງການໃຫຍ່ຫລາຍໂຄງການ ເຮັດໃຫ້ເສັ້ນທາງຈາກນະຄອນຫລວງວຽງຈັນໄປວັງວຽງ ໃນເດືອນຕຸລາຜ່ານມາ ມີສະພາບເປ່ເພຕາມທີ່ເຫັນໃນຮູບ ບາງບ່ອນມີລັກສະນະຄືກັບກຳລັງສ້ອມແປງຢູ່.ແຕ່ອີກຫລາຍບ່ອນທີ່ເປັນຂຸມ,ເປັນບວກ ຕາມຕະຫລອດເສັ້ນທາງ ກ່ອນຊິໄປຮອດສະຫວັນອັນງົດງາມ ກໍຫົວສັ່ນຫົວຄອນ ໄປຕັ້ງວ່າ 4 ຊົ່ວໂມງພຸ້ນ!. ນອກຈາກນີ້, ລົດໃຫຍ່,ລົດບັນທຸກວັດສະດຸກໍ່ສ້າງ ແລະລົດທົວນັກທ່ອງທ່ຽວ ກໍຂັບໄວອີຫລີ ແອັດມິນເຫັນມາກັບຕາວ່າ ຂະຫນາດທາງໂຄ້ງ ກໍຍັງພາກັນແຊງກັນເອງ ເຮັດໃຫ້ຂີ້ຝຸ່ນປິວໄປທົ່ວແລະອາດຈະເກີດອັນຕະລາຍຈາກເມັດຊາຍ ທີ່ລ້ຳລົດດີດຂຶ້ນມາໄດ້ ສຳລັບໃຜທີ່ຄິດຈະພາຫມູ່ຄູ່ໄປທ່ຽວເມືອງເຟືອງ ແລະວັງວຽງແລ້ວ ກະລຸນາຂັບລົດດ້ວຍຄວາມລະມັດລະວັງກໍແລ້ວກັນ. #InsideLaos #ອິນໄຊລາວ

ເປີດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ SMEs ໃນ​ລາວ.

ພິ­ທີ​ເປີດ​ໂຄງ­ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ (SMEs) ພາຍ​ໃຕ້​ໂຄງ­ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ຂອງ SMEs ຈັດ​ຂຶ້ນ​ວັນ​ທີ 14 ກັນ­ຍາ 2018 ທີ່​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ມີ​ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ທ່ານ ວິ​ກວານ ວູ​ເຣັນ ອຳ­ນວຍ​ການ​ວິ​ສາ​ຫະ​ກິດ​ພາກ​ພື້ນ​ອາ­ຊີ​ປາ​ຊີ​ຟິກ ອົງ­ການ​ແຮງ​ງານ​ສາ­ກົນ ບັນ­ດາ​ຫົວ­ໜ້າ​ກົມ ຫ້ອງ­ການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ຈຸດ­ປະ­ສົງ​ຂອງ​ໂຄງ­ການ ເພື່ອ​ພັດ­ທະ­ນາ​ຄວາມ​ສາ­ມາດ​ຂອງ​ສະ​ຖາ​ບັນ​ການ​ເງິນ​ຂັ້ນ​ທ້ອງ­ຖິ່ນ​ໃນ​ລາວ ເພື່ອ​ສາ­ມາດ​ໃຫ້­ການ​ບໍ­ລິ­ການ​ພັດ­ທະ­ນາ​ທຸ­ລະ​ກິດ​ໃຫ້​ແກ່​ຂະ­ແໜງ ວນກ...
spot_img

Popular

Hits: 0

Don`t copy text!