Saturday, April 20, 2024
Lenovo

General

4 ເລື່ອງໜ້າຮູ້ ຂອງປີ “ອະທິກະມາດ”

ປີ “ອະທິກະມາດ” ຫຼື ເອີ້ນແບບເຂົ້າໃຈງ່າຍໆວ່າ ເປັນປີທີ່ “ເດືອນ ກຸມພາ ມີ 2 ມື້” ເຊິ່ງມີອີ່ຫຍັງຫຼາຍກວ່າການສະຫຼອງວັນເກີດໃນຮອບ 4 ປີ.

ຮູ້ຈັກກັບ “ຄຳທວາຍ” ກາບກອນພື້ນເມືອງປະເພດໜຶ່ງ.

ເຊື່ອວ່າຄົນລາວຫຼາຍຄົນຕ້ອງຜ່ານຈຸດທີ່ແຕ່ງຄຳທວາຍ ແລະ ເອົາຄຳທວາຍໄປໃຊ້ຫຼິ້ນກັບໝູ່ມາແລ້ວໃນສະໄໝກ່ອນ ເນື່ອງຈາກຄຳທວາຍແມ່ນກາບກອນພື້ນເມືອງປະເພດໜຶ່ງ ທີ່ເຮົາເຄີຍຮຽນ ແລະ ຖືກສອນກັນມາແຕ່ສະໄໝມັດຖະຍົມ.

ຍຸງລາຍຮ້າຍກວ່າເສືອ! 2024 ເສຍຊີວິດແລ້ວ 1 ຄົນຈາກໄຂ້ຍຸງລາຍ

ປັດຈຸບັນ ສະພາບການລະບາດຂອງໄຂ້ຍຸງລາຍ ຍັງສືບຕໍ່ລະບາດໃນຂອບເຂດທົ່ວປະເທດ ບໍ່ວ່າຈະຢູ່ໃນໄລຍະລະດູຝົນ ແລະ ລະດູໜາວ, ໂດຍສະເພາະ ປີ 2024 ມີຜູ້ເສຍຊິວິດຍ້ອນໄຂ້ຍຸງລາຍ ແລ້ວ 1 ຄົນ, ເປັນເພດຊາຍ ອາຍຸ 33 ປີ, ພັກຢູ່ຫ້ອງແຖວຫໍພັກບຸນເກີດ, ບ້ານສີເກີດ, ເມືອງ ນາຊາຍທອງ, ນະຄອນຫຼວງ ວຽງຈັນ ໃນວັນທີ 20 ກຸມພາ 2024 ຜ່ານມາ.

ລົດໄຟຟ້າຊ່ວຍປົກປ້ອງສິ່ງແວດລ້ອມໄດ້ແທ້ບໍ່?

ລົດໄຟຟ້າເປັນອາວຸດທີ່ມະນຸດສ້າງຂຶ້ນມາເພື່ອຮັບມືຕໍ່ຕ້ານພາວະໂລກຮ້ອນ ແຕ່ລົດໄຟຟ້າຊ່ວຍປົກປ້ອງສິ່ງແວດລ້ອມໄດ້ແທ້ຫຼືບໍ່ ເຊິ່ງທິດສະດີນີ້ກໍບໍ່ແມ່ນຄວາມຈິງສະເໝີໄປ. ເພາະຍັງມີບາງງານວີໄຈສະແດງໃຫ້ເຫັນວ່າ ສຳຫຼັບໃນບາງປະເທດ ລົດໄຟຟ້າປ່ອຍກາສຄາບອນຫຼາຍກວ່າລົດທີ່ໃຊ້ນໍ້າມັນອີກດ້ວຍ.

ຄົນຮັກລົດຄວນຮູ້! ເລື່ອງໝໍ້ໄຟລົດໃຫຍ່

"ໝໍ້ໄຟ" Battery ແມ່ນຊິ້ນສ່ວນທີ່ເປັນສະເໝືອນບ່ອນເກັບພະລັງງານສຳຮອງຂອງລົດໃຫຍ່ ເຮັດໜ້າທີ່ຈ່າຍໄຟຟ້າໃນການສະຕາດເຄື່ອງຈັກ ລວມເຖິງລະບົບວົງຈອນໄຟຟ້າອື່ນໆ ເຊິ່ງຜູ້ທີ່ໃຊ້ລົດໃຫ້ທຸກຄົນອາດຈະຮູ້ດີວ່າ ໝໍ້ໄຟນັ້ນເປັນອຸປະກອນທີ່ມີອາຍຸການໃຊ້ງານ ເມື່ອເລີ່ມພົບອາການຕ່າງໆເຊັ່ນ: ລົດເລີ່ມຕິດຍາກ, ຕາໄຟລົດຕ່າງໆ ບໍ່ຄ່ອຍແຈ້ງຄືເກົ່າ, ແວ່ນໄຟຟ້າເລື່ອນ ຂຶ້ນ-ລົງ ຊ້າກວ່າປົກກະ ຕິ ແລະ ອື່ນໆ ເຊິ່ງນັ້ນເປັນການສົ່ງສັນຍານເຕືອນເຮົາໃນເບື້ອງຕົ້ນວ່າ ໃກ້ຈະຮອດເວລາປ່ຽນໝໍ້ໄຟໜ່ວຍໃໝ່ແລ້ວ.

48 ບໍລິສັດຈັດຫາງານ ທີ່ຖືກຕ້ອງຕາມກົດໝາຍ

ໃນຊ່ວງທີ່ມີການຈັດຫາແຮງງານໄປເຮັດວຽກຢູ່ຕ່າງປະເທດຕາມລະດູການຕ່າງໆ ເຮົາຈະເຫັນວ່າມີກໍລະນີທີ່ຖືກໂກງເງິນຄ່າລົງທະບຽນ ຫຼືເງິນໃນການເຮັດເອກະສານ ເຊິ່ງບັນຫານັ້ນຈະບໍ່ເກີດຂຶ້ນຖ້າເຮົາຮູ້ວ່າ ບໍລິສັດນັ້ນເປັນວິສາຫະກິດທີ່ໄດ້ຮັບອະນຸຍາດຢ່າງຖືກກົດໝາຍຫຼືບໍ່. ມື້ນີ້ເຮົາໄດ້ລວມເອົາລາຍຊື່ບໍລິສັດຈັດຫາງານ ທີ່ເປີດຢ່າງຖືກກົດໝາຍໃຫ້ທຸກຄົນໄດ້ເບິ່ງກັນ ໂດຍຈະມີທັງໝົດ 48 ບໍລິສັດ ນອກຈາກ 48 ບໍລິສັດນີ້ ຖືວ່າບໍ່ໄດ້ຮັບການຄຸ້ມຄອງຈາກກົມການຈັດຫາງານ ແລະ ອາດຈະມີຄວາມສ່ຽງ.

ຮັບມືກັບຄວາມໂສດແນວໃດໃຫ້ມີຄວາມສຸກ 5 ກິດຈະກໍາເຮັດຄົນດຽວເອົາໃຈຄົນໂສດ

ການເຮັດກິດຈະກໍາຄົນດຽວບໍ່ໄດ້ໝາຍຄວາມວ່າເປັນຄົນເຫງົາສະເໝີໄປ ແລະ ບໍ່ແມ່ນເລື່ອງທີ່ເປັນຕາຢ້ານ ຫຼື ໜ້າເບື່ ເຖິງວ່າປີນີ້ຈະບໍ່ມີແຟນ ຄົນຮູ້ໃຈ ໝູ່ເພື່ອຫາຍໄປຢູ່ກັບຄົນຮັກກັນໝົດ ແຕ່ເຮົາສາມາດໃຫ້ຄວາມສຸກ ຄວາມຮັກໃຫ້ກັບຕົນເອງໄດ້ຄືກັນເພາະມີຜົນວິໄຈ ແລະ ຫຼັ້ກຖານທາງວິທະຍາສາດຫຼວງຫຼາຍທີ່ຢືນຢັນວ່າການເຮັດກິດຈະກໍາບາງຢ່າງຄົນດຽວນັ້ນເປັນຜົນດີຕໍ່ສຸຂະພາບຫຼາຍຂື້ນ

ມາຮູ້ຈັກກັບ GEMINI CHATBOT AI ຂອງ Google.

ປັນຍາປະດິດ (Artificial Intelligence: AI) ເປັນໂປຣແກມທີ່ມາແຮງຫຼາຍໃນຊ່ວງນີ້ ເນື່ອງຈາກມິການວິເຄາະຂໍ້ມູນດ້ວນຕົວເອງໄດ້ ແລະ ລວມ AI ຫຼາຍຮູບແບບມາລວມເຂົ້າດ້ວຍກັນເຮັດໃຫ້ເປັນອີກໜອ່ງຕົວຊ່ວຍສຳລັບຜູ້ເຮັດວຽກແບບເຮົາ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!