Saturday, May 11, 2024
Lenovo
ເຮືອນFood and Healths

Food and Healths

ມືປ່ວຍໄດ້ ຖ້າໃຊ້ງານຫຼາຍເກີນໄປ

“ມື” ເປັນອະໄວຍະວະທີ່ເຮົາໃຊ້ງານເກືອບຕະຫຼອດເວລາ ບໍ່ວ່າເຮົາຈະເຮັດສິ່ງໃດກໍລ້ວນແຕ່ໃຊ້ມືເປັນອົງປະກອບຮ່ວມສະເໝີ ຊຶ່ງການໃຊ້ງານມືດ້ວຍລັກສະນະທ່າທາງທີ່ແຕກຕ່າງກັນໄປບາງທ່າເທົ່ານັ້ນ, ອາດເປັນປັດໄຈທີ່ເຮັດໃຫ້ເກີດອາການຕິດຂັດ, ຕຶງ ແລະ ປວດມືຈົນນໍາໄປສູ່ໂຣກທີ່ກ່ຽວກັບມືໄດ້.

ອາກາດຮ້ອນໆແບບນີ້! ລະວັງເລື່ອງກິນໝາກຖົ່ວລຽນ

“ໝາກຖົ່ວລຽນ” ຂຶ້ນຊື່ເລື່ອງຄວາມແຊບ ແຕ່ຖ້າກິນຖົ່ວລຽນຫຼາຍເກີນໄປ ໃນຊ່ວງອາກາດຮ້ອນຈັດແບບນີ້ ອາດສົ່ງຜົນເສຍຕໍ່ສຸຂະພາບແຖມໃຫ້ອີກ ເນື່ອງຈາກວ່າ ຖົ່ວລຽນ ີເປັນໝາກໄມ້ທີ່ມີລິດຮ້ອນ ການທີ່ເຮົາກິນຫຼາຍເກີນໄປ ອາດເຮັດໃຫ້ເກີດອາການຮ້ອນໃນ, ປາກເປື່ອຍ, ຄໍແຫ້ງ, ເປັນສິວ ອີກທັງຍັງອຸດົມໄປດ້ວຍໃຍອາຫານທີ່ບໍ່ລະລາຍນ້ຳ ຖ້າກິນໃນປະລິມານຫຼາຍເກີນໄປ ອາດເຮັດໃຫ້ເກີດອາການທ້ອງຍື່ງ, ແໜ້ນທ້ອງ ຫຼື ທ້ອງບິດໄດ້ ໂດຍສະເພາະໃນມື້ທີ່ອາກາດຮ້ອນແຮງ ລະບົບຍ່ອຍຕ້ອງເຮັດວຽກໜັກຫຼາຍຂຶ້ນ.

ຄົນເຮັດວຽກກະຍາວ ສ່ຽງສະໝອງເສື່ອມ

ນັກວິໄຈ ໄດ້ເຕືອນຜູ້ທີ່ເຮັດວຽກເປັນກະ (ຊ່ວງເວລາເຮັດວຽກ) ໝູນວຽນໄປ ແບບບໍ່ຕາຍໂຕ ວ່າ ໃນໄລຍະເວລາຍາວ ອາດຈະເຮັດໃຫ້ຄວາມຈື່ຈຳ ແລະ ສະຕິປັນຍາເສື່ອມໂຊມລົງໄດ້.

5 ໂຣກຂອງຄົນຕິດໜ້າຈໍ

ການຫຼິ້ນໂຊຊ້ຽວມີເດຍໃນປັດຈຸບັນ ນອກຈາກຈະມີຜົນດີໃນການຊອກຫາຂໍມູນຂ່າວສານຕ່າງໆໄດ້ງ່າຍຂຶ້ນແລ້ວ ມັນຍັງແຝງດ້ວຍໄພຮ້າຍ ທີ່ເຮັດໃຫ້ຄົນເຮົາເສຍສຸຂະພາບໄດ້ ຖ້າຫຼິ້ນຫຼາຍຈົນເກີນໄປ ຕໍ່ໄປນີ້ແມ່ນ 5 ໂຣກຂອງຄົນຕິດໜ້າຈໍ:

ການນຳອາຫານດິບສົດໆມາໝັກດອງ ບໍ່ວ່າຈະເປັນພືດຜັກ ຫຼືື ຊີ້ນສັດຕ່າງໆ ຖືເປັນການຖະໜອມອາຫານທີ່ເປັນພູມປັນຍາຂອງຄົນບູຮານ, ແຕ່ກ່ອນນັ້ນມີການໝັກດອງເພື່ອເຮັດໃຫ້ອາຫານທີ່ຫາມານັ້ນ ສາມາດເກັບໄວ້ໄດ້ດົນ ຊຶ່ງສ່ວນໃຫຍ່ແມ່ນເຮັດໄວ້ກິນເອງພາຍໃນຄອບຄົວ.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

ນອນບໍ່ພໍ! ທຳລາຍຈຸລັງສະໝອງ

ຜົນງານການວິໄຈທີ່ຕີພິມລົງໃນ ວາລະສານ ປະສາດວິທະຍາ ທີ່ທຳການທົດລອງໜູ ພົບວ່າ ການນອນບໍ່ພຽງພໍ ອາດເປັນການທຳລາຍຈຸລັງສະໝອງທີ່ເຮົາບໍ່ຮູ້ໂຕ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!