fbpx
Lenovo

Latest articles

5 ພຶດຕິກຳ ທຳລາຍສະໝອງ

ໃນສັງຄົມສະໄໝນີ້ມີການປ່ຽນແປງຮູບແບບຂອງການໃຊ້ຊີວິດທີ່ຕ່າງອອກໄປຈາກເດີມຂ້ອນຂ້າງຫຼາຍ ທັງພຶດຕິກຳການໃຊ້ຊີວິດປະຈຳວັນ ຫຼື ແມ້ແຕ່ອາຫານການກິນ ເຊິ່ງພຶດຕິກຳບາງພຶດຕິກຳ ຫຼື ອາຫານບາງຢ່າງທີ່ປ່ຽນໄປຕາມຍຸກສະໄໝນີ້ອາດກໍ່ໃຫ້ເກີດຜົນເສຍຕໍ່ສະໝອງໂດຍທີ່ເຮົາບໍ່ຮູ້ໂຕ ມື້ນີ້ເຮົານຳເອົາ 5 ພຶດຕິກຳທຳລາຍສະໝອງມາຝາກ.

E-Sports ໃນອາຊຽນເກມ 2023 ຊິງຫຼຽນຄຳເປັນຄັ້ງທຳອິດ ມີທັງໝົດ 7 ເກມ.

AsianGames 2023 ຂອງປີນີ້ໃນໝວດ E-Sports ຈັດການແຂ່ງຂັນແບບຊິງຫຼຽນທອງເປັນຄັ້ງທຳອິດ ຫຼັງຈາກແຂ່ງຂັນໃນຮູບແບບກິລາສາທິດໃນອາຊຽນເກມ 2018 ທີ່ອິນໂດເນເຊຍ.

ວິທີການປັກໝຸດເສັ້ນທາງ ໃນ Google Map ເພື່ອບໍ່ຕ້ອງຄົ້ນຫາໃຫ້ຍາກ

ເຄີນເປັນບໍ່ ໄປທ່ຽວ ຫຼືໄປໃສມາໃສດຽວນີ້ຕ້ອງໄດ້ເປີດ Google Map ເພາະບໍ່ເນັ້ນຈື່ທາງ! ໃນຍາມທີ່ເຮົາໄປທ່ຽວຖ້າເຮົາມີອິນເຕີເນັດກໍຈະຊ່ວຍໃຫ້ເຮົາຫາທາງງ່າຍຂຶ້ນ ແຕ່ຖ້າຫາກເປັນມື້ທີ່ເຮົາຟ້າວ ແລະ ບໍ່ມີອິນເຕີເນັດ ຈະເປັນແນວໃດ ເຮົາຈະມົ້ວເສັ້ນທາງໜ້າງານເລີຍແບບນັ້ນບໍ່ໄດ້.ມື້ນີ້ເຮົາເລີຍຈະມາແນະນຳວິທີປັກໝຸດເສັ້ນທາງເກັບໄວ້ໃນ Google Map ເອົາໄວ້ໃຊ້ໃນຍາມທີ່ເຮົາບໍໍ່ມີອິນເຕີເນັດ ແລະ ບໍ່ຕ້ອງຊອກ ຫຼືຄົ້ນຫາສະຖານທີ່ຕ່າງໆໃຫ້ວຸ້ນວາຍອີກ.

ພຣະທາດສຸວັນນະຜ້າຄໍາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກັບປະຫວັດຄວາມເປັນມາທີ່ໜ້າຄົ້ນຫາ

ພຣະທາດສຸວັນນະຜ້າຄຳ ທີ່ຕັ້ງຢູ່ເທິງເນີນພູສູງ 200 ແມັດ, ຫ່າງຈາກທ່າເຮືອໃຈກາງເທດສະບານເມືອງ ຫ້ວຍຊາຍ ໄປປະມານ 3 ກິໂລແມັດ, ເປັນອີກພຣະທາດໜຶ່ງທີ່ຂຶ້ນຊື່ຂອງແຂວງບໍ່ແກ້ວ ແລະ ມີປະຫວັດຄວາມເປັນມາທີ່ໜ້າຄົ້ນຫາ.

ຂອງດີຈາກ 7-Eleven ບໍ່ໄດ້ເນັ້ນທີ່ລາຄາ

ໃຜທີ່ກໄດ້ໄປຮ້ານ 7-Eleven ທີ່ຫາກໍເປີດໂຕສາຂາທຳອິດໃນ ສປປ ລາວ ຕັ້ງແຕ່ວັນທີ 7 ກັນຍາ 2023, ກໍມີຄຳຖາມວ່າ ລາຄາສິນຄ້າທີ່ຮ້ານັ້ນ ຕ່າງຈາກຮ້ານອື່ນແນວໃດ? ເພື່ອໃຫ້ໝົດຂໍ້ສົງໄສ ອິນໄຊລາວ ເລີຍລົງສຸ່ມເອົາລາຍການສິນຄ້າ ອຸປະໂພກ-ບໍລິໂພກ ທົ່ວໄປບາງລາຍການ ມາປຽບທຽບກັບຮ້ານຄ້າອື່ນໆ ໃນ ນະຄອນຫຼວງ ວຽງຈັນ ໃຫ້ໄດ້ເບິ່ງນຳກັນ ວ່າສິນຄ້າຈາກຮ້ານ 7-Eleven ນັ້ນ ກໍມີຖືກແດ່-ແພງແດ່ ບໍ່ໄດ້ຕ່າງຈາກຮ້ານມິນິມາກທົ່ວໄປເລີຍ.

Apple ເປີດໂຕ iPhone 15 ມາພ້ອມກັນ 4 ລຸ້ນໃຊ້ພອດ USB Type-C

Apple ໄດ້ເປີດໂຕສິນຄ້າໃໝ່ປະຈຳປີ 2023 ເປັນທີ່ຮຽບຮ້ອຍ ໂດຍພາຍໃນງານໄດ້ເປີດໂຕສິນຄ້າ Apple Watch Series 9 ແລະ Apple Watch Ultra 2 ໂດຍມີ iPhone 15 Series ເປັນພະເອກຂອງງານ ເຊິ່ງເປີດໂຕມາພ້ອມກັນທັງໝົດ 4 ລຸ້ນຄື iPhone 15, iPhone 15 Plus, iPhone 15 Pro ແລະ iPhone 15 Pro Max ພ້ອມກັບບອກລາບ່ອນສາກແບບເກົ່າ Lightning ປ່ຽນມາໃຊ້ພອດ USB Type-C ແທນ.

ແຊໃຫ້ລູກຫຼານອ່ານ! ວິທີກະກຽມເຮັດບຸນ ຫໍ່ເຂົ້າປະດັບດິນ.

ການເຮັດບຸນເຂົ້າປະດັບດິນ ເປັນການເຮັດບຸນເພື່ອອຸທິດໃຫ້ແກ່ຍາດຕິພີ່ນ້ອງທີ່ລ່ວງລັບ ເພື່ອບູຊາວິນຍານບັນພຣະບູຣຸດ ແລະ ຜູ້ໄຮ້ຍາດຂາດມິດ ໂດຍຈະຈັດເຂົ້າປາອາຫານໃນ ມື້ແຮມ 13 ຄໍ່າ ເດືອນ 9 ປະກອບດ້ວຍ: ເຂົ້າ, ເຄື່ອງຄາວຫວານ, ໝາກພູ, ຢາສູບ, ກ້ວຍອ້ອຍ ຫຼືສິ່ງຂອງຕ່າງໆ ທີ່ພໍຫາໄດ້ໃນຄອບຄົວ ຫຼືທ້ອງຖິ່ນຂອງຕົນ ໄດ້ມາແລ້ວຫໍ່ໃສໃບຕອງກ້ວຍ ຮ້ອຍເປັນພວງແລ້ວເອົາ ໄປແຂວນໄວ້ໃນງ່າໄມ້ ຕ້າຍບ້ານ ຫຼືວັດ ຫຼືວາງໄວໃນດິນກ່ອນຕາເວັນຈະຂຶ້ນໃນມື້ 14 ຄ່ຳເດືອນ 9 ດັບ ພ້ອມທັງກ່າວເຊີນວິນຍາຂອງເຫຼົ່າຍາດພີ່ນ້ອງຂອງເຮົາໃຫ້ມາຮັບສ່ວນກຸສົນຄັ້ງນີ້.

 ນ້ຳປຽນຢໍລະປາ ມາແລ້ວຢາກມາອີກ.

ນ້ຳປຽນຢໍລະປາ ຕັ້ງຢູ່ ບ້ານຊຽງແລທ່າ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ຫ່າງຈາກຕົວເມືອງໄປປະມານ 70 Km ເຊິ່ງໃຊ້ເວລາໃນການເດີນທາງປະມານ 1 ຊົ່ວໂມງເຄິ່ງກໍຮອດແລ້ວ.

4 ສິ່ງທີ່ຕ້ອງຮູ້ ກ່ອນຈະວາງແຜນການເງິນ

ສິ່ງສຳຄັນກ່ອນທີ່ເຮົາຈະວາງແຜນການເງິນ ເພື່ອປະເມີນການໃຊ້ຈ່າຍ ການອອມເງິນ ແລະ ການລົງທຶນຂອງຕົນເອງ ເຮົາຈະຕ້ອງໄດ້ເຫັນພາບລວມຂອງການໃຊ້ຈ່າຍ ຈຶ່ງຈະສາມາດວາງແຜນການເງິນໃໝ່ໃຫ້ເໝາະສົມ ແລະ ເປັນປະໂຫຍດກັບໂຕເອງຫຼາຍຍິ່ງຂຶ້ນ ໂດຍສິ່ງທີ່ເຮົາຈະຕ້ອງຮູ້ປະກອບມີ:

Hits: 0

Don`t copy text!