Tag: ຄົນພິການ

ບ່ອນສ້າງອາຊີບທີ່ໝັ້ນຄົງ ໃຫ້ກັບຄົນພິການ

ສູນຫັດຖະກຳຄົນພິການ ແລະ ຊົນເຜົ່າ ທີ່ຕັ້ງຢູ່ ສວນກາບຊ້ອນ, ບ້ານ ສາລາຄໍາ, ເມືອງ ຫາດຊາດຟອງ, ນະຄອນຫຼວງ ວຽງຈັນ ແມ່ນເປັນສູນໜຶ່ງທີ່ໄດ້ໃຫ້ໂອກາດຄົນພິການລາວ ໄດ້ເຂົ້າມາສຶກສາຮຽນຮູ້ໃນການສ້າງວຽກເຮັດງານທຳ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ກັບພວກເຂົາໄດ້ ໂດຍໃນໄລຍະຜ່ານມາ ສູນດັ່ງກ່າວສາມາດສ້າງອາຊີບໃຫ້ກັບຄົນພິການໄປແລ້ວ 45 ຄົນ ນັບຕັ້ງແຕ່ສ້າງຕັ້ງສູນຂຶ້ນມາໃນປີ 2017 ຈົນເຖິງປັດຈຸບັນ.

ອ່ອນໃຈ ວິໄລສອນ ຜູ້ທີ່ບໍ່ເຄີຍຍອມແພ້ຕໍ່ໂຊກຊະຕາ

ທ້າວ ອ່ອນໃຈ ວິໄລສອນ, ອາຍຸ 37, ຈາກແຂວງ ຫຼວງພະບາງ ເປັນອີກຄົນໜຶ່ງທີ່ພິການຂາມາແຕ່ຍັງນ້ອຍ, ຍ້ອນໄດ້ຮັບຜົນຂ້າງຄຽງຂອງຢາ ຈາກການປິ່ນປົວພະຍາດໂປລິໂອ ເຮັດໃຫ້ຂາທັງສອງເບື້ອງລີບ, ຍ່າງບໍ່ໄດ້ຄືກັບຄົນປົກກະຕິ ເຊິ່ງຕ້ອງໄດ້ອາໃສລໍ້ຊ່ວຍໃນການດໍາລົງຊີວິດ ແລະ ການ ໄປ-ມາ.