Thursday, September 19, 2024
Lenovo

Tag: ວັດທະນະທຳ

ວັດພຣະພຸດທະບາດໂພນຄ້ອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ພຣະພຸດທະບາດໂພນຄ້ອງ ຕັ້ງຢູ່ໂນນດານຫີນຂອງພູກໍ່າພ້າ ຈາກປາກທາງເຂົ້າໄປຫາວັດປະມານ 4 ກິໂລເມັດ ໃນເຂດບ້ານນາຂ່າ, ເມືອງ ນາຊາຍທອງ, ນະຄອນຫຼວງ ວຽງຈັນ. ວັດແຫ່ງນີ້ ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ຄື ຫຼັງຈາກພຣະພຸດທະເຈົ້າໄດ້ສະເດັດໄປສໍາຫຼວດພູມປະເທດ ທາງພາກໃຕ້ຂອງປະເທດຈີນເເລ້ວ ພຣະອົງໄດ້ສະເດັດລຽບລົງມາຕາມລໍາເເມ່ນໍ້າຂອງ ແລະ ໄດ້ມາເເວ່ພັກຜ່ອນ ທີ່ ພູກໍ່າພ້າແຫ່ງນີ້

ວັດສີສະເກດ ນະຄອນຫຼວງວຽງຈັນ ກັບປະຫວັດຄວາມເປັນມາ.

ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງ ແລະ ໃນປີ ພສ 1900 ( ຄສ 1357 ) ໄດ້ເຕົ້າໂຮມເປັນເອກະລາດ, ເອກະພາບ ອັນໜຶ່ງອັນດຽວກັນ ໃນສະໄໝລັດຊະການພະເຈົ້າຟ້າງຸ່ມ ຊື່ງເປັນອານາຈັກລາວລ້ານຊ້າງທີ່ກວ້າງໃຫຍ່ໄພສານ ມີຄວາມເຂັ້ມແຂງ ປະມານ 400 ກວ່າປີ,ຈົນມາຮອດໄລຍະອານາຈັກລາວລ້ານຊ້າງ ແບ່ງອອກເປັນ 3 ອານາຈັກ ໃນປີ ພສ 2250 (ຄສ 1707) ແລະ ພສ 2256 ( ຄສ 1713) ຄື: ອານາຈັກລາວລ້ານຊ້າງວຽງຈັນ, ອານາຈັກລາວລ້ານຊ້າງຫລວງພະບາງ ແລະ ອານາຈັກລາວລ້ານຊ້າງຈຳປາສັກ.

ທາດກະເດົາທຶກ! ບູຮານສະຖານ ທີ່ເກົ່າແກ່ ຂອງ ແຂວງ ສາລະວັນ

ພຣະທາດກະເດົາທຶກ ເປັນອີກສະຖານບູຮານໜຶ່ງທີ່ເກົ່າແກ່ ທີ່ຕັ້ງຢູ່ ບ້ານ ນາໂຄກ, ເມືອງ ຄົງເຊໂດນ, ແຂວງ ສາລະວັນເນື່ອງຈາກວ່າ ພຣະທາດອົງນີ້ ກ່ຽວພັນກັບພົງສາວະດານລາວ ຈຶ່ງເຮັດໃຫ້ແຂກຄົນທັງພາຍໃນ ແລະ ຕ່າງປະເທດ ມີຄວາມສົນໃຈ, ທາດກະເດົາທຶກ ເປັນທາດທີ່ເກົ່າແກ່ ຜ່ານແດດ-ຜ່ານຝົນມາຈົນບໍ່ຈັກວ່າເທົ່າໃດເຊັ່ນຄົນແລ້ວ

ຊົນເຜົ່າລື້! ກັບວັດທະນະທໍາການນຸ່ງຖື

“ຊົນເຜົ່າລື້” ແມ່ນໜຶ່ງໃນ 50 ຊົນເຜົ່າຂອງ ລາວ ແລະ ເປັນໜຶ່ງໃນ 8 ຊົນເຜົ່າ ທີ່ໃຊ້ ພາສາລາວ-ໄຕ ເຊິ່ງມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບ ຊົນເຜົ່າລາວ ໂດຍສະເພາະ ແມ່ນການນຸ່ງຖືທີ່ມີລວດລາຍ ແລະ ສີສັນທີ່ແຕກຕ່າງກັນໄປ.

ຄວາມເປັນມາ ຫັດຖະກໍາແຜ່ນແພຜ້າລາຍໝາກປັດ

ທ່ານ ຄໍາພອນ ອ່ອນຈັນ ນາຍບ້ານໆຫ້ວຍຫູນໃຕ້ ໄດ້ໃຫ້ຮູ້ວ່າ: ຫັດຖະກໍາຕໍ່າແຜ່ນແພຜ້າລາຍໝາກປັດ ເປັນຂອງຊົນເຜົ່າກະຕູ ເຊິ່ງໄດ້ສືບທອດມູນເຊື້ອອັນດີງາມມາແຕ່ດົນນານ ໂດຍບ້ານຫ້ວຍຫູນໃຕ້ ເປັນຊົນເຜົ່າກະຕູ ມີຕົ້ນກໍາເນີດມາຈາກບ້ານປະລຸ ຕາແສງອາເຕັງ ເມືອງກະລືມ ແຂວງເຊກອງ. ການດໍາລົງຊີວິດໃນເມື່ອກ່ອນພົບຄວາມຫຍຸ້ງຍາກຫຼາຍດ້ານ ເຮັດໃຫ້ໃນຕົ້ນປີ 1976 ຈຶ່ງໄດ້ຍົກຍ້າຍຈາກບ້ານເດີມມາບຸກເບີກຕັ້ງຖິ່ນຖານໃໝ່ຢູ່ແຄມສາຍນໍ້າຫ້ວຍຫູນຕອນໃຕ້ ຊຶ່ງເອີ້ນວ່າບ້ານຫ້ວຍຫູນໃຕ້ໃນປັດຈຸບັນ.

“ຍອດຊໍ່ຟ້າ” ຕົວແທນລະບົບຈັກກະວານວິທະຍາ ຕາມຄວາມເຊື່ອຂອງສາສະໜາພຸດ

ຫຼາຍຄົນຈະເຄີຍເຫັນ ແລະ ເຄີຍໄປຮ່ວມບຸນຍົກຍອດ “ຊໍ່ຟ້າ”  ໃສ່ສິມສາລາ, ພຣະເຈດີ ຖືເປັນການທານທີ່ດີທີ່ສຸດ ເພາະວ່າຢູ່ສູງທີ່ສຸດຂອງອາຄານ ແລະ ເປັນຈຸດເດັ່ນຂອງອາຄານນັ້ນ, ຊໍ່່ຟ້າ ນິຍົມເຮັດໄວ້ເຄິ່ງກາງ ເປັນສັດຕະ ຫຼື ຊໍ່ 5 ຊັ້ນ, 7 ຊັ້ນ ແລະ 9 ຊັ້ນ ເປັນຕົ້ນ. ຖ້ານຕ່ຳລົງມາ “ແມ່ນລູກທາດ ຫຼື ດວງປີ” ເອົາໄວ້ສຽບຍອດ ຊໍ່ຟ້າ ຕ່ຳລົງມາແມ່ນ “ແທນບັນລັງ” ເປັນສ່ວນທີ່ຢອງຫຼັງຄາ ອີກຊັ້ນໜຶ່ງ, ອົງປະກອບທັງໝົດຂອງ ຊໍ່ຟ້າ ສາມຖ້ານຂ້າງເທິງ ແມ່ນເປັນຕົວແທນ ໃຫ້ລະບົບຈັກກະວານວິທະຍາ ຫຼື ເຂົາພະສຸເມນ ຕາມແນວຄະຕິ ຄວາມເຊື່ອຂອງຄົນອິນເດຍບູຮານ ລວມສາສະໜາພາມ ແລະ ສາສະໜາພຸດ.

ຜ້າຂຽນທຽນ ເອກະລັກການສ້າງລວດລາຍ ຂອງແມ່ຍິງຊົນເຜົ່າມົ້ງລາຍ

ຜ້າຂຽນທຽນ ເປັນສິລະປະ ການສ້າງລວດລາຍເທິງແຜ່ນຜ້າ, ເປັນເອກະລັກ ອີກແບບໜຶ່ງຂອງຊົນເຜົ່າມົ້ງ ທີ່ນິຍົມເຮັດກັນໃນກຸ່ມມົ້ງລາຍ ເປັນພູມປັນຍາ ແລະ ສິລະປະບູຮານດັ່ງເດີມ ທີ່ເປັນມໍລະດົກຕົກທອດມາ ແຕ່ບັນພະບູລຸດ ຖ່າຍທອດສືບຕໍ່ກັນມາ ຫຼາຍຊົ່ວອາຍຸຄົນຈົນເຖິງປັດຈຸບັນ. ຜ້າຂຽນທຽນ ເປັນຜ້າທີ່ແມ່ຍິງເຜົ່າມົ້ງລາຍທຸກຄົນ ມີຄວາມຜູກພັນ ແລະ ມີຄວາມສາມາດ ໃນການແຕ້ມລວດລາຍຂຽນທຽນ ລົງໃສ່ຜ້າທີ່ກຽມໄວ້ໄດ້ຢ່າງລະອຽດຊັບຊ້ອນ ຜ່ານຂະບວນການຈົນເປັນຜືນຜ້າ ທີ່ງົດງາມ, ເປັນທີ່ຮູ້ຈັກ ແລະ ນິຍົມກັນຫຼາຍ ໃນການໃຊ້ຕັດຫຍີບເປັນກະໂປ່ງແມ່ຍິງ, ໃນອາດີດ ກະໂປ່ງແມ່ຍິງຊົນເຜົ່າມົ້ງ ຈະແຕ້ມຫຼວດລາຍ ຂຽນທຽນ ແລ້ວນຳໄປຍ້ອມສີ ແລະ ອັດກີບ ຈຶ່ງນຳໄປຕັດຫຍີບ, ກວ່າຈະຜ່ານຂະບວນການຈົນເປັນກະໂປ່ງໄດ້ 1 ຜືນ ອາດຕ້ອງໃຊ້ເວລາໃນການເຮັດເກືອບ 1 ປີ.

“ກີ່ແອວ” ອຸປະກອນຕ່ຳແຜ່ນແພ ພູມປັນຍາຂອງແມ່ຍິງເຜົ່າກະຕູ

“ກີ່ແອວ” ອຸປະກອນທີ່ໃຊ້ເຂົ້າໃນການຕ່ຳແຜ່ນແພ ແມ່ນເປັນການສະແດງເຖິງ ພູມປັນຍາຂອງແມ່ຍິງ ຊົນເຜົ່າກະຕູ ທີ່ມີໜ້າທີ່ຕ່ຳແຜ່ນຜ້າ ເພື່ອໃຊ້ເປັນເຄື່ອງນຸ່ງຫົ່ມ, ໂດຍການຕ່ຳແຜ່ນຜ້າຂອງແມ່ຍິງຊົນເຜົ່າກະຕູ ຈະໃຊ້ “ກີ່ແອວ” ເປັນຫຼັກ ທີ່ມີຄວາມຍາວປະມານ 4-5 ວາ, ໃຊ້ວິທີການນັ່ງຕ່ຳ ໂດຍການຢຽດຂາອອກ ແລ້ວໃຊ້ຕີນທັງສອງເບື້ອງຢັນໄມ້ໄວ້ ເຊິ່ງການໃຊ້ ກີ່ແອວ ຕ່ຳແຜ່ນແພນີ້ ແມ່ນຈະໄດ້ຜ້າແພທີ່ກວ້າງປະມານ ເຄິ່ງແມັດ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!