Sunday, November 2, 2025
Kbank Laos โอน รับ จ่าย

Tag: ລະເບີດ

ສະຫະລັດອາເມຣິກາ ສືບຕໍ່ໃຫ້ທຶນສະໜັບສະໜູນ ໃນການກວດກູ້ລະເບີດບໍ່ທັນແຕກ ໃນແຂວງ ສະຫວັນນະເຂດ.

ສະຫະລັດອາເມຣິກາ ສືບຕໍ່ ໃຫ້ຄຳໝັ້ນສັນຍາອັນຍາວນານໃນການສະໜັບສະໜູນຂະແໜງລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ, ລັດຖະບານສະຫະລັດອາເມລິກາ ໄດ້ ມອບເງິນ ຈໍານວນ 24,200,000 ໂດລາສະຫະລັດ ໃຫ້ແກ່ອົງການເກັບກູ້ລະເບີດ ຮາໂລ ທຣາສທ ຈົນເຖິງເດືອນ ເມສາ ປີ 2025 ເພື່ອສືບຕໍ່ປະຕິບັດວຽກງານກວດກູ້ ແລະ ສໍາຫຼວດ ລະເບີດບໍ່ທັນແຕກທົ່ວ ແຂວງ ສະຫວັນນະເຂດ.

ຍັງອີກ 1.800 ກວ່າປີ! ລະເບີດຈຶ່ງຈະໝົດຈາກປະເທດລາວ

ທ່ານ ໂຈມ​ແຍງ ແພງ​ທອງ​ສະ​ຫວັດ ຫົວ​ໜ້າ​ຫ້ອງ​ການ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ການ​ແກ້​ໄຂ​ບັນ​ຫາ​ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ໄດ້ໃຫ້ຮູ້ວ່າ ໄລຍະເວລາ 26 ປີຜ່ານມາ ສາມາດກູ້ລະເບີດຈາກສົງຄາມໄດ້ແຕ່ 1% ເທົ່ານັ້ນ ຍັງເຫຼືອອີກ 99% ຖ້າ​ທຽບ​ໃສ່​ພື້ນ​ທີ່ໆໄດ້​ຮັບ​ຜົນ​ກະ​ທົບ ເຊິ່ງຈາກການວິເຄາະແມ່ນ ເປັນ 87 ພັນ​ກິ​ໂລ​ຕາ​ແມັດ ແລະ ພວກ​ເຮົາໄດ້​​ສະ​ເລ່ຍ​ໃສ່​ຈຳ​ນວນ​ປີ ​ຍັງ​ອີກ 1.860 ປີ ຈຶ່ງ​ສາ​ມາດ​ບັນ​ລຸ​ການ​ສຳ​ຫຼວດກວດ​ກູ້ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ໄດ້​ທັງ​ໝົດ.

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ເຂດຊາຍແດນສາມຫຼ່ຽມເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ (CLV) ທີ່ດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປືອາດຈະກາຍເປັນຕົວເມືອງທັນສະໄໝໃນອະນາຄົດເພາະກະຊວງແຜນການ ແລະ ການລົງທຶນໄດ້ເລີ່ມສໍາຫຼວດສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງພັດທະນາເຂດດັ່ງກ່າວແລ້ວ

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!