Tag: Smartphone

ວິທີລ້າງໄວຣັສ ຈາກໂທລະສັບມືຖື ເຮັດແລ້ວປອດໄພແນ່ນອນ.

ຈາກໂທລະສັບມືຖື ທີ່ຄ້າຍຄືກັບຄອມພິວເຕີທຸກໆມື້ ມັນເປັນເລື່ອງປົກກະຕິທີ່ຈະຖືກໂຈມຕີເປັນປະຈໍາ. ແຕ່ສິ່ງທີ່ພວກເຮົາຕ້ອງຊອກຫາແມ່ນ ຖ້າຕິດເຊື້ອໄວຣັສເຮົາຄວນເຮັດແນວໃດ ມື້ນີ້ເຮົາຈະມາແນະນຳວິທີການງ່າຍໆໃຫ້ປະຕິບັດນໍາກັນ.

ວິທີເບື້ອງຕົ້ນ ໃນການປ້ອງກັນໂທລະສັບຈາກໄວຣັດ

ສຳລັບຜູ້ໃຊ້ໂທລະສັບ ມັກຈະພົບບັນຫາຄວາມຈຳເຕັມ, ໂທລະສັບຄ້າງ, ເຮັດວຽກຊ້າບໍ່ໄດ້ດັ່ງໃຈ ຊຶ່ງບັນຫາເຫຼົ່ານີ້ເປັນສາເຫດເບື້ອງຕົ້ນ ແລະອາດຈະເປັນຍ້ອນອີກໜຶ່ງສາເຫດຫຼັກໆຄື ໄວຣັດ ຕາມທີ່ຮູ້ກັນວ່າ ໄວຣັດ ນັ້ນອັນຕະລາຍຕໍ່ຂໍ້ມູນ, ເຊິ່ງໄວຣັດທີ່ຄົນລາວສ່ວນຫຼາຍມັກພົບເຫັນແມ່ນໃນ WhatsApp ເຊິ່ງຜູ້ທີ່ຕ້ອງການຂໍ້ມູນເຮົາກໍ່ເຫັນຊ່ອງທາງເລີຍສ້າງໄວຣັດຂຶ້ນມາ ເພື່ອທີ່ຈະເອົາຂໍ້ມູນຂອງເຈົ້າຂອງຜູ້ໃຊ້ ໂດຍການໃຫ້ຜູ້ໃຊ້ໃສ່ບັນຊີ ຫຼື ລະຫັດຕ່າງໆລົງໄປ ແລະຍັງໃຫ້ຜູ້ໃຊ້ສົ່ງຕໍ່ໄປອີກ...