ເຮືອນ Entertainment “ສຽງເພງບໍ່ມີພົມແດນ” ຫົວຂໍ້ງານມະຫາກຳດົນຕີນາໆຊາດເພື່ອການກຸສົນ

“ສຽງເພງບໍ່ມີພົມແດນ” ຫົວຂໍ້ງານມະຫາກຳດົນຕີນາໆຊາດເພື່ອການກຸສົນ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ, ບໍລິສັດ ໂຣຊັນນາ ບໍລິການແປພາສາສ່ວນບຸກຄົນ ໄດ້ຈັດພິທີຖະແຫລງຂ່າວ ກ່ຽວກັບການຈັດງານດົນ ຕີນາໆຊາດ ພາຍໃຕ້ຫົວຂໍ້ “ສຽງເພງບໍ່ມີພົມແດນ”,ເພື່ອເປີດໂອກາດໃຫ້ສິລະປິນນາໆຊາດ ໄດ້ມີໂອກາດເຂົ້າມາແລກ ປ່ຽນການສະແດງ ໃນເວທີດຽວກັນກັບສິລະປິນ ໃນ ສປປ ລາວ.

ນອກຈາກນີ້, ຍັງເປັນການລະດົມທຶນ, ເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ-ການສອນ ແລະ ວັດຖຸປັດໄຈຕ່າງໆ ເພື່ອນຳໄປຊ່ວຍ ເຫລືອ 10ໂຮງຮຽນເປົ້າໝາຍ ຢູ່ແຂວງຜົ້ງສາລີ, ຊຽງຂວາງ, ແຂວງວຽງຈັນ ແລະ ແຂວງອັດຕະປື.

ງານດັ່ງກ່າວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 2-4 ພະຈິກ 2018 ທີ່ໜ້າຫ້າງວຽງຈັນເຊັນເຕີ ເວລາ 15:00-23:00ໂມງ.

ບໍ່​ມີ​ຄໍາ​ເຫັນ

Exit mobile version