ເຮືອນ Economy ​ຊົມ​ເຊີຍ! ທາງ​ການຜົ້ງສາລີ ເລັ່ງແກ້ໄຂບັນຫາຫຍຸ້ງຍາກການລົງທຶນ ພາຍໃນແລະຕ່າງປະເທດ​ແລ້ວ!

​ຊົມ​ເຊີຍ! ທາງ​ການຜົ້ງສາລີ ເລັ່ງແກ້ໄຂບັນຫາຫຍຸ້ງຍາກການລົງທຶນ ພາຍໃນແລະຕ່າງປະເທດ​ແລ້ວ!

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄະນະກຳມະການສົ່ງເສີມ  ແລະ ຄຸ້ມຄອງການລົງທຶນ ແຂວງຜົ້ງສາລີ  ໄດ້ຈັດກອງປະຊຸມ ປຶກສາສາຫາລື ເພື່ອສ້າງຄວາມເປັນເອກະພາບ, ພ້ອມທັງແກ້ໄຂບັນຫາຫຍຸ້ງຍາກ  ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາ ໂຄງການລົງທຶນ  ທັງພາຍໃນ ແລະ ຕ່າງປະເທດ ຢູ່ແຂວງຜົ້ງສາລີ.  ທັງນີ້ ເປັນການສືບຕໍ່ພັດທະນາບັນດາໂຄງການລົງທຶນ  ໃນຂະແໜງການຕ່າງໆ ໃຫ້ມີປະສິດທິພາບດີກວ່າເກົ່າ  ທັງເປັນການປະກອບສວ່ນພັດທະນາ  ແຂວງຜົ້ງສາລີ ໃຫ້ມີການຂະ ຫຍາຍ ຕົວຂື້ນເລື້ອຍໆ.

ກອງປະຊຸມ ຄັ້ງນີ້ ຜູ້ເຂົ້າຮ່ວມ  ໄດ້ປຶກສາຫາລືກັນກ່ຽວກັບການແກ້ໄຂ ບັນຫາຂອງໂຄງການຕ່າງໆ ເປັນຕົ້ນ ແມ່ນໂຄງການຍົກລະດັບ  ເຄເບິນ ທີວີ ບໍ່ມີສາຍ ຢູ່ເທດສະບານເມືອງຜົ້ງສາລີ  ເຊິ່ງບໍລິສັດ ໄດ້ສະເຫນີຂໍຍົກເວັ້ນຄ່າຄຸ້ມ ຄອງ ໂຄງການ  ຍ້ອນບໍລິສັດ ບໍ່ມີກຳໄລ ເພາະມີຜູ້ຊົມໃຊ້ໜ້ອຍ  ພຽງແຕ່100ກວ່າຄອບຄົວເທົ່ານັ້ນ;  ປຶກສາຫາລື ໂຄງການພັດທະນາເຂດດ່ານສາກົນລານຕຸ້ມ  ເມືອງຍອດອູ ຂອງບໍລິສັດພັດທະນາຍິເຍິນຊານ  ຈຳກັດ ທີ່ສະເຫນີສືບຕໍ່ລົງທຶນ ພັດທະນາ ເຂດດ່ານດັງກ່າວ  ແລະ ໂຄງການສືບຕໍ່ຂຸດຄົ້ນແຮ່-ທອງ  ເຂດພູຕ້າຊານ ເມືອງຍອດອູ ຂອງບໍລິສັດ  ອີຊີຊວງລອງ ທີ່ສະເຫນີສືບຕໍ່ສຳປະທານຂຸດຄົນຕື່ມອີກ.

ພ້ອມນີ້ ຍັງມີໂຄງການສຳປະທານທີ່ດິນ ລັດປູກຢາງພາລາ ເຂດລອງນໍ້າພັນ  ເມືອງຜົ້ງສາລີ ຂອງບໍລິສັດ ຊີຊຸ້ຍຍົງອີ  ທີ່ມີການສະເຫນີຍົກເລີກ ຍ້ອນວ່າເນື້ອທີ່ດັ່ງກ່າວ ມີຢາງພາລາຂອງ ບໍລິສັດອື່ນຢູ່ແລ້ວ;  ໂຄງການຊອກຄົ້ນ-ສຳຫລວດ ຖ່ານຫີນ  ເຂດບ້ານສະໂນເກົ່າ ເມືອງບູນໃຕ້  ຂອງບໍລິສັດມີດີ ທີ່ມີການສະເຫນີໃຫ້ສົ່ງເນື້ອທີ່ດິນ ຄືນໃຫ້ລັດຖະບານ ຈຳນວນ 10 ກິໂລແມັດກວ່າ  ຢູ່ເຂດດັ່ງກ່າວ

ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຊິ່ງກອງປະຊຸມ ໄດ້ຄົ້ນຄວ້າ ແລະ ຮັບຂໍ້ມູນຈາກບໍລິສັດຕ່າງໆ  ເພື່ອນຳສະເຫນີຂັ້ນເທິງພິຈາລະນາ ແລະ ແກ້ໄຂຕາມຄວາມເໝາະສົມ.

ທີ່​ມາ: ຂ​ປ​ລ

ບໍ່​ມີ​ຄໍາ​ເຫັນ

Exit mobile version