ເຮືອນ Economy ປູກຝັງ ແລະ ລ້ຽງສັດແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 45-50 ລ້ານກີບຕໍ່ປີ

ປູກຝັງ ແລະ ລ້ຽງສັດແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 45-50 ລ້ານກີບຕໍ່ປີ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ບົນເສັ້ນທາງແຫ່ງການປະຕິວັດ ກໍຄືການນໍາພາອັນສະຫຼາດສ່ອງໃສຂອງພັກ, ພັກໄດ້ວາງແນວທາງອັນຖືກຕ້ອງ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ໂດຍໄດ້ມີນະໂຍບາຍສົ່ງເສີມປະຊາຊົນຫັນສູ່ການປູກການລ້ຽງ ເພື່ອເປັນສິນຄ້າ ສ້າງລາຍຮັບເຂົ້າສູ່ຄອບຄົວ.

ດ້ວຍນະໂຍບາຍ ແລະ ແນວທາງດັ່ງກ່າວ ປະຊາຊົນກໍຄືພະນັກງານ,ທະຫານຕໍາຫຼວດ ຈິ່ງກ້າວເດີນຕາມ ເພື່ອພັດທະນາຄອບຄົວຂອງຕົນ ດ້ວຍການສ້າງອາຊີບເສີມ. ເໝືອນດັ່ງຄອບຄົວ ທ່ານ ສຸກັນ ວັນວິໄລ ອາຍຸ 39 ປີ, ປັດຈຸບັນຢູ່ບ້ານທ່າແຕງໃຕ້ ເມືອງທ່າແຕງ ແຂວງເຊກອງ, ອາຊີບພະນັກງານສັງກັດຢູ່ຫ້ອງການ ສາທາລະນະສຸກ, ທ່ານໄດ້ ໃຊ້ເວລານອກໂມງລັດຖະການໃນການປູກຝັງ-ລ້ຽງສັດແບບປະສົມປະສານ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ.

ທ່ານ ສຸກັນ ວັນວິໄລ ໄດ້ໃຫ້ສຳພາດວ່າ: ການສ້າງເສດຖະກິດຄອບຄົວ ຖືວ່າເປັນອາຊີບເສີມໜຶ່ງ ຂອງຄອບຄົວ ເພື່ອສ້າງລາຍຮັບເພີ່ມເຕີມ, ເຖິງວ່າຈະມີຄວາມຫຍຸ້ງຍາກແດ່ ແຕ່ກໍຄວາມພະຍາຍາມອົດທົນ ກໍສາມາດຜ່ານຜ່າໄດ້ ທີ່ສໍາຄັນກໍແມ່ນຄວາມມັກ, ຄວາມຕັດສິນໃຈ ໃຊ້ເວລາຫວ່າງຕອນນອກໂມງການ ແລະ ວັນເສົາ-ອາທິດ ໃຫ້ເປັນປະໂຫຍດ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານເລົ່າສູ່ຟັງອີກວ່າ: ໃນຄອບຄົວຂອງລາວ ມີສະມະຊິກທັງໝົດ 5 ຄົນ,ຍິງ 2 ຄົນ,ແຮງງານຕົ້ນຕໍ 3 ຄົນ. ເລີ່ມແຕ່ປີ 2016 ຕົນເອງໄດ້ປຶກສາຫາລືກັບຄອບຄົວ ເນື່ອງຈາກວ່າຄອບຄົວມີເນື້ອທີ່ດິນ ທີ່ຊື້ໄວ້ມາຫຼາຍປີແລ້ວ, ຈິ່ງຢາກບຸກເບີກ ເພື່ອຫັນທີ່ດິນໃຫ້ເປັນທຶນ. ລາວຈິ່ງໄດ້ຮຽນຮູ້ການປູກຝັງ-ລ້ຽງສັດ ຈາກຜູ້ມີປະສົບການ, ຮຽນຮູ້ນໍາອິນເຕີເນັດອື່ນໆ. ແລ້ວນໍາມາຈັດຕັ້ງປະຕິບັດໃນຄອບຄົວ. ໂດຍທໍາອິດແມ່ນໄດ້ກູ້ຢືມເງິນຈາກທະນາຄານຈໍານວນ 50.000.000( ຫ້າສິບລ້ານກີບ). ເພື່ອປູກຝັງ-ລ້ຽງສັດພື້ນບ້ານ ແບບປະສົມປະສານ . ໃນນີ້:ໄດ້ຊື້ງົວ,ໝູ,ໄກ່ ຈໍານວນໜຶ່ງ ແລະ ຫຍ້າຣູຊີ, ຫຍ້າກີນີໂມລາໂທມາປູກ ຈໍານວນ 1 ເຮັກຕາ; ໂດຍແບ່ງອອກເປັນ 4 ລັອກ, ໃນນັ້ນ: 3 ລັອກແມ່ນປ່ອຍໃຫ້ງົວກິນ ແລະ ອີກ 1 ລັອກ ແມ່ນເອົາໄວ້ຕັດ ເພື່ອເປັນອາຫານໃຫ້ແກ່ສັດລ້ຽງປະເພດຕ່າງໆຂອງຕົນ.

ນອກນີ້ ຍັງປູກມັນຕົ້ນອີກຈໍານວນ 1 ເຮັກຕາ.  ເຊິ່ງມາຮອດປັດຈຸບັນ ຄອບຄົວທ່ານ ສຸກັນ ວັນວິໄລ ມີງົວທັງໝົດ 25 ໂຕ,ໄກ່ລາດ 95 ໂຕ,ໝູ 14 ໂຕ ແລະ ແບ້ ອີກຈໍານວນໜຶ່ງ. ສ່ວນຂັ້ນຕອນ ແລະ ວິທີການບົວລະບັດຮັກສາ ໂດຍສະເພາະໝູ ແລະສັດປີກແມ່ນ ເນັ້ນແບບພື້ນບ້ານ,ໂດຍເອົາຫຍ້າທີ່ປູກໄວ້ມາບົດປົນໃສ່ຮໍາ ແລ້ວເກືອ ເພື່ອຮັກສາລົດຊາດຂອງຊີ້ນສັດໃຫ້ເປັນທໍາມະຊາດ. ນອກນັ້ນ ຍັງປູກໝາກໄມ້ໃຫ້ໝາກຕື່ມອີກເຊັ່ນ: ໝາກອາໂວກາໂດ ແລະ ໝາກຖົ່ວລຽນອີກຈໍານວນໜຶ່ງ. ສໍາລັບບ່ອນຂາຍໂດຍສະເພາະ ງົວ ແລະ ໝູ ເຫັນວ່າຕະຫຼາດມີຄວາມຕ້ອງການຫຼາຍ,ການຂາຍແມ່ນຂຶ້ນກັບຂະໜາດນໍ້າໜັກ ຂອງແຕ່ລະໂຕ ຫຼື ອີງຕາມສັດໂຕໃຫຍ່,ໂຕນ້ອຍນໍາອີກ. ສ່ວນປະເພດສັດປີກ ແລະ ໝາກໄມ້ ແມ່ນສົ່ງຕະຫຼາຍພາຍໃນເມືອງທ່າແຕງ ຫຼື ບາງຄັ້ງກໍມີແມ່ຄ້າ,ພໍ່ຄ້າ ໄປຮັບຊື້ຢູ່ເຮືອນ,ຢູ່ສວນ. ເຊິ່ງໃນແຕ່ລະປີ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ 45-50 ລ້ານກີບຕໍ່ປີ. ພິເສດ ຄອບຄົວຂອງທ່ານ ມີສວນຄົວປອດສານພິດ ໄວ້ບໍລິໂພກພາຍໃນຄອບຄົວ ເພື່ອຫຼຸດຜ່ອນການອອກຕະຫຼາດ.

ບໍ່​ມີ​ຄໍາ​ເຫັນ

Exit mobile version