ເຮືອນ General ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ແລະ ຊີ້ນໍາວຽກງານຜະລິດກະສິກໍາ ຢູ່ແຂວງອຸດົມໄຊ

ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ແລະ ຊີ້ນໍາວຽກງານຜະລິດກະສິກໍາ ຢູ່ແຂວງອຸດົມໄຊ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນວັນທີ 30 ສິງຫາ ນີ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມຄະນະ ໄດ້ລົງຊຸກຍູ້ການຜະລິດກະສິກໍາ ແລະ ຊີ້ນໍາວຽກງານ ຢູ່ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ອຸດົມໄຊ. ມີຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫົວໜ້າຂະແໜງ, ວິຊາການອ້ອມຂ້າງພະແນກ ເຂົ້າຮ່ວມ.

ໃນກອງປະຊຸມທ່ານຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາໃຫ້ຮູ້ວ່າ: ການຜະລິດເຂົ້ານາແຊງ ມີແຜນ 150 ເຮັກຕາ ແຕ່ຈັດຕັ້ງປະຕິບັດໄດ້ 52,5 ເຮັກຕາ, ຜົນຜະລິດໄດ້ 237 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 35% ສາເຫດທີ່ປະຕິບັດບໍ່ໄດ້ຕາມຄາດໝາຍນັ້ນ ເນື່ອງຈາກວ່ານໍ້າບໍ່ພຽງພໍ, ປະຊາຊົນຫັນໄປປູກພືດຊະນິດອື່ນທີ່ມີລາຍຮັບດີກວ່າ ຫຼືໃຫ້ບຸກຄົນອື່ນເຊົ່າເນື້ອທີ່ປູກພືດຊະນິດອື່ນ ລວມທັງສະພາບອາກາດທີ່ບໍ່ເອື້ອອໍານວຍນໍາອີກ. ດ້ານການຜະລິດພືດສະບຽງອາຫານ ປະຕິບັດໄດ້ 3.765 ເຮັກຕາ, ຜົນຜະລິດໄດ້ 12 ພັນກວ່າໂຕນ ທຽບໃສແຜນການປະຕິບັດໄດ້ 70% , ການຜະລິດເປັນສິນຄ້າ ໄດ້ເລັ່ງໃສ່ປູກສາລີອາຫານສັດ, ຢາສູບ, ພືດຖົ່ວ,​ ໝາກໂມ, ຢາງພາລາ ແລະ ປູກໝາກແໜ່ງເປັນສິນຄ້າ. ທົ່ວແຂວງມີປ່າຜະລິດແຫ່ງຊາດ 3 ແຫ່ງ, ປ່າສະຫງວນ 8 ແຫ່ງ, ສວນກ້າເບ້ຍໄມ້ 11 ແຫ່ງ ສາມາດຜະລິດເບ້ຍໄມ້ໄດ້ 430 ພັນກວ່າເບ້ຍ ເທົ່າກັບ 95% ຂອງແຜນການປີ.

ໃນໂອກາດດັ່ງກ່າວ, ທ່ານ ລຽນ ທິແກ້ວ ໄດ້ໃຫ້ທິດຊີ້ນໍາ ໂດຍເນັ້ນໃສ່ວຽກງານການຜະລິດຫຼັງນໍ້າຖ້ວມ ແລະ ກະກຽມໃສ່ການຜະລິດລະດູແລ້ງ 2018 ຈັດສົ່ງພະນັກງານວິຊາການລົງຊຸກຍູ້ສົ່ງເສີມປະຊາຊົນເຮັດການຜະລິດທົດແທນຜົນເສຍຫາຍຄືນ ແນໃສ່ການຜະລິດນາແຊງ ແລະ ປູກພືດລະດູແລ້ງໃຫ້ທ່ວງທັນລະດູການ ເພື່ອສາມາດຕອບແທນດ້ານອາຫານໃຫ້ແຂວງຢ່າງພຽງພໍ ແລະ ສາມາດຜະລິດ ເປັນສິນຄ້າ ຂາຍໄປຍັງແຂວງອ້ອມຂ້າງອີກດ້ວຍ.

ບໍ່​ມີ​ຄໍາ​ເຫັນ

Exit mobile version