ເຮືອນ Arts and Cultures ເຊີນທ່ຽວງານບຸນຊ່ວງເຮືອເມືອງປາກຊັນ ທີ່ຕິດພັນກັບກິດຈະກຳສົ່ງເສີມການທ່ອງທ່ຽວ

ເຊີນທ່ຽວງານບຸນຊ່ວງເຮືອເມືອງປາກຊັນ ທີ່ຕິດພັນກັບກິດຈະກຳສົ່ງເສີມການທ່ອງທ່ຽວ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ງານບຸນແຂ່ງຂັນຊ່ວງເຮືອອອກພັນສາ ປະວໍລະນາ ປະຈຳປີ ພສ 2561 ຂອງເມືອງປາກຊັນ ແຂວງບໍລິຄໍາໄຊ ຈະຈັດຂຶ້ນໃນລະຫວ່າງວັນທີ 23-24 ຕຸລາ 2018 ຢູ່ທີ່ບໍລິເວນກັນເຈື່ອນປາກນໍ້າຊັນ ບ້ານປາກຊັນ ເພື່ອເປັນການອະນຸລັກຮັກສາ-ເສີມຂະຫຍາຍມູນເຊື້ອດ້ານທະນະທຳ ແລະຮີດຄອງປະເພນີອັນດີງາມ ຂອງຊາດຂອງເຜົ່າ, ເຕົ້າໂຮມຄວາມສາມັກຄີທຸກຊັ້ນຄົນໃນສັງຄົມໃຫ້ແໜ້ນແຟ້ນຫຼາຍຂຶ້ນ.

ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ທັງເປັນຮອງປະທານຈັດງານບຸນຊ່ວງເຮືອປະເພນີ ອອກພັນສາ ປະວໍລະນາປະຈຳປີ ພສ 2561 ໄດ້ໃຫ້ສຳພາດໃນວັນທີ 17 ຕຸລາວ່າ: ງານບຸນແຂ່ງຂັນຊ່ວງ ເຮືອອອກພັນສາປີນີ້ ຕິດພັນກັບກິດຈະກຳສົ່ງເສີມການທ່ອງຂອງແຂວງບໍລິຄຳໄຊ ຊຶ່ງໄດ້ກຳນົດປະເພດ ເຮືອຊ່ວງເຂົ້າຮ່ວມແຂ່ງຂັນມີ 3 ປະເພດຄື: ປະເພດເຮືອປະເພນີ 55 ສີພາຍຊາຍ, ປະເພດເຮືອກິລາ 18-22 ສີພາຍ ຊາຍ-ຍິງ ແລະໄດ້ແບ່ງອອກເປັນ 2 ສາຍຄື ສາຍເຮືອພາຍໃນ ແລະສາຍເຮືອພາຍນອກ.

ພາຍໃນງານ ຈະມີການວາງສະແດງສິນຄ້າກະສິກຳ, ຫັດຖະກຳ, ສິນຄ້າໂອດັອບ-ໂອທັອບ ຂອງພໍ່ຄ້າ ຊາວຂາຍທັງພາຍໃນ ແລະຕ່າງປະເທດ, ຊົມການສະແດງສິລະປະວັນນະຄະດີຂອງ ຄະນະສິລະປະຕ່າງໆຂອງ ເມືອງປາກຊັນ, ລະຄອນຕຸກກະຕາແຫ່ງຊາດລາວ ແລະຊົມການປະກວດເຮືອໄຟງາມ ເປັນການອານຸລັກຮັກສາຮີດ ຄອງປະເພນີອັນດີງາມໃຫ້ຄົງຢູ່ຕະຫຼອດໄປ.

ບໍ່​ມີ​ຄໍາ​ເຫັນ

Exit mobile version